ສະຫະລັດ ສົ່ງຂ່າວ ໃຫ້ເກົາຫຼີເໜືອ ຮູ້ວ່າ “ພວກເຮົາ ບໍ່ແມ່ນ ສັດຕູເຈົ້າ”

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ກ່າວຕໍ່ພວກນັກຂ່າວ ທີ່ກະຊວງຕ່າງປະເທດ ຢູ່ວໍຊິງຕັນ. (1 ສິງຫາ 2017)

ຫົວໜ້າ​ນັກການ​ທູດ​ຂອງ​ສະຫະລັດ ກຳລັງ​ສົ່ງ​ຂ່າວ​ໄປ​ຫາ​ເກົາຫຼີ​ເໜືອວ່າ “ພວກເຮົາ
ບໍ່​ແມ່ນ​ສັດຕູ​ຂອງ​ເຈົ້າ” ​ໃນ​ຂະນະ​ທີ່​ທຳນຽບຂາວຍັງ​ສືບ​ຕໍ່​ກ່າວ​ຢ້ຳວ່າທຸກ​ທາງ​ເລືອກ
​ແມ່ນ​ຍັງ​ຢູ່​ເທິງ​ໂຕະເພື່ອ​ຍຸຕິ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແລະອາວຸດ​ນິວ​ເຄລຍ
ຂອງ​ພຽງ​ຢາງ.

​ໃນ​ລະຫວ່າງ​ການ​ປາກົດ​ຕົວ ທີ່​ບໍ່​ຄ່ອຍ​ເຫັນ​ກັນ ​ຢູ່​ກະຊວງ​ການ​ຕ່າງປະ​ເທດ ໃນ​ວັນ​
ອັງຄານ​ວານ​ນີ້ ທ່ານ Rex Tillerson ລັດຖະມົນຕີກະຊວງ​ຕ່າງປະ​ເທດ​ສະຫະລັດ
ກ່າວ​ວ່າ ສະຫະລັດ ບໍ່​ຕ້ອງການ​ທີ່​ຈະ “ປ່ຽນ​ແປງ​ອຳນາດການ​ປົກຄອງ ພວກ​ເຮົາ​ບໍ່
​ຕ້ອງການ ຢາກ​ໃຫ້​ອຳນາດ ​ການປົກຄອງ​ດັ່ງກ່າວ ​ພັງ​ທະລາ​ຍລົງ ພວກ​ເຮົາ​ບໍ່​ຕ້ອງ
ການ​ທີ່​ຈະ​ເລັ່ງລັດ ​ໃຫ້​ມີ​ການ​ທ້ອນ​ໂຮມ​ແຫຼມເກົາຫຼີ ພວກ​ເຮົາ​ບໍ່​ຕ້ອງການ ທີ່​ຈະ​ມີ​ຂໍ້
​ອ້າງ​ເພື່ອ​ສົ່ງ​ກຳລັງ​ທະຫານ​ຂອງ​ພວກ​ເຮົາ ຂຶ້ນ​ໄປ​ກາຍ​ເສັ້ນຂະໜານ​ທີ 38.”

​ເຖິງ​ແມ່ນ​ທ່ານ Tillerson ​ໄດ້​ເອີ້ນວ່າ ​ເປັນ​ການ “ຂົ່ມຂູ່​ທີ່​ຮັບ​ເອົາ​ບໍ່​ໄດ້” ຂອງ​ເກົາ
ຫຼີ​ເໜືອ​ ຕໍ່ສະຫະລັດກໍຕາມ ​ແຕ່​ທ່ານກໍ​ກ່າວ​ວ່າ “​ພວກ​ເຮົາ​ຫວັງ​ວ່າ ໃນ​ຈຸດ​ໃດ​ຈຸດ
​ນຶ່ງພວກ​ເຂົາ​ກໍ​ຈະ​ເລີ່​ມເຂົ້າ​ໃຈວ່າ ພວກ​ເຮົາ​ຕ້ອງການ ​ຢາກ​ນັ່ງ​ລົງ ແລະ​ເປີດ​ການ​
ເຈລະຈາ​ກັບ​ພວກ​ເຂົາ.”

Your browser doesn’t support HTML5

Tillerson to North Korea: ‘We Are Not Your Enemy’

​ແຕ່​ທ່ານ James Kim ​ນັກຄົ້ນຄວ້າ ​ທີ່​ສະ​ຖາ​ບັນນະ​ໂຍບາຍ Asan ຢູ່​ນະຄອນ
ຫຼວງ​ໂຊ​ລ ກ່າວ​ວ່າ ການ​ສືບ​ຕໍ່​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ​ ຫລື
ICBM ຂອງ​ພຽງ​ຢາງ​ນັ້ນ ແມ່ນໄດ້​ເນັ້ນ​ໃຫ້​ເຫັນ ​ເຖິງ​ການ​ປະຕິ​ເສດ​ ຕໍ່​ຂໍ້​ສະ​ເໜີ​
ຂອງ​ສະຫະລັດ.

ທ່ານ Kim ກ່າວ​ຕໍ່​ນັກ​ຂ່າວ​ ວີີ​ໂອ​ເອ Victor Beattie ວ່າ “ຈົນ​ກວ່າ​ເກົາຫຼີ​ເໜືອ
ຕົກລົງ​ທີ່​ຈະນັ່ງ​ລົງພາຍ​ໃຕ້​ເງື່ອນ​ໄຂ​ທີ່​ກຳນົດ​ໄວ້​ໂດຍ​ສະຫະລັດ​ແລ້ວຊຶ່ງ​ໃນ​ຂັ້ນ
ຕົ້ນ ກໍ​ແມ່ນ​ໃຫ້​ຢຸ​ດ​ເຊົາ ແລະ​ຫລັງ​ຈາກ​ນັ້ນ ກໍ​ເຮັດ​ໃຫ້ ​ເປັນ​ເຂດ​ປອດ​ນິວ​ເຄລຍ​
ໃນ​ທີ່​ສຸດ ​ແລະ​ຫລັງ​ຈາກ​ນັ້ນ ຂ້າພະເຈົ້າ​ເຊື່ອ​ວ່າ ການ​ເຈລະຈາ​ແມ່ນ​ຂໍ້​ສະ​ເໜີ​ທີ່​
ຫຍຸ້ງຍາກ​ສຳລັບ​ສະຫະລັດ.”

​ແຕ່​ແນວ​ໃດ​ກໍ​ຕາມ ຄວາມ​ອົດທົນ​ແມ່ນ​ມີ​ໜ້ອຍ​ລົງ ​ໃນ​ບັນດາ​ສະມາຊິກ​ລັດຖະ
ສະພາ​ສະຫະລັດ.

ສະມາຊິກ​ສະພາ​ສູງ Lindsay Graham ທີ່​ສັງກັດ​ພັກຣີພັບ​ບລີ​ກັນ ​ໃນຄະນະ​
ກຳມະການກອງທັບ​ຂອງ​ສະພາ​ສູງ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້
ວ່າ “ສົງຄາມກັບ​ເກົາຫຼີເໜືອ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ໃຫ້​ແກ່​ພາກພື້ນ ​
ແຕ່​ມັນ​ອາດ​ຈະ​ເປັນ​ວິທີ​ທາງ​ດຽວເທົ່າ​ນັ້ນ ທີ່​ຈະ​ຍຸຕິ​ໂຄງການ​ລູກ​ສອນ​ໄຟ​ໄດ້.”

​ໃນ​ຕອນ​ເຊົ້າຂອງ​ມື້ວານ​ນີ້ ທ່ານ Graham ​ໄດ້​ກ່າວ​ໃນ​ລະຫວ່າງ​ການ​ປາກົດ​ໂຕ
​ໃນ​ລາຍ ການ​ໂທລະພາບ Today ຂອງ NBC ວ່າ ປະທານາທິບໍດີ ດໍ​ໂນ​ລ ທຣຳ
​ໄດ້​ກ່າວ​ກັບ​ທ່ານວ່າ “ຈະມີ​ການ​ເກີດ​ສົງຄາມ​ ກັບ​ເກົາຫຼີ​ເໜືອ ຍ້ອນ​ໂຄງການ​ລູກ
ສອນ​ໄຟ ຖ້າ​ພວກ​ເຂົາ​ຫາກຍັງ​ສືບ​ຕໍ່​ພະຍາຍາມ​ທີ່​ຈະ​ໂຈມ​ຕີ​ອາ​ເມຣິກາ​ດ້ວຍ​ລູກ​
ສອນ​ໄຟ ICBM.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ