ເຊີນຊົມ ວີດີໂອ ນັກວິທະຍາສາດ ອາດສ້າງ ສິ່ງທີ່ມີຊີວິດທຽມ ຂຶ້ນມາ
Your browser doesn’t support HTML5
ເມື່ອຮອດທ້າຍປີນີ້ ພວກນັກວິທະຍາສາດອາດສາມາດສ້າງຈີໂນມທຽມ ຫລື
DNA ທີ່ເຕັມສຸດທີ່ມີກໍາມະພັນທຸກອັນຂອງເຊື້ອຢີສທົ່ວໄປໄດ້ຢ່າງເຕັມສ່ວນ. ການ
ພັດທະນາຢ່າງວ່ອງໄວໃນດ້ານວິສະວະກໍາພັນທຸກໍາ ໃນມື້ນຶ່ງຂ້າງໜ້າ ອາດຈະນໍາໄປ
ສູ່ການສ້າງສິ່ງທີ່ມີຊີວິດທີ່ສັບສົນທີ່ສຸດ, ແມ່ນແຕ່ສ້າງຄົນກໍເປັນໄດ້. ພວກນັກວິທະ
ຍາສາດເວົ້າວ່າ ພວກເຂົາເຈົ້າຮູ້ແຈ້ງກ່ຽວກັບຄວາມສ່ຽງຂອງການເຮັດແນວນັ້ນຢ່າງ
ເຕັມປ່ຽມ ແຕ່ວ່າກໍຮູ້ຈັກຜົນປະໂຫຍດອັນໃຫຍ່ຫລວງຂອງມັນເຊັ່ນກັນ. George Putic,
ນັກຂ່າວຂອງວີໂອເອ ມີລາຍລະອຽດກ່ຽວກັບເລື່ອງນີ້ ຊຶ່ງໄຊຈະເລີນສຸກ ຈະນໍາມາສະເໜີ
ທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.