ໃນວັນຈັນມື້ນີ້ ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park
Geun-hye ໄດ້ໄປຢ້ຽມຢາມ ເອກອັກຄະລັດຖະທູດສະຫະລັດ
ທ່ານ Mark Lippert ທີ່ນອນຮັບຮັກສາຕົວຢູ່ໂຮງໝໍ ຫລັງຈາກ
ຖືກໂຈມຕີດ້ວຍມີດ ເມື່ອອາທິດແລ້ວນີ້.
ນັກເຄື່ອນໄຫວຄົນໜຶ່ງ ທີ່ເປັນຜູ້ເຫັນອົກເຫັນໃຈເກົາຫຼີເໜືອ ໄດ້
ຖືມີດແລ່ນເຂົ້າໄປປາດ ທ່ານ Lippert ຢູ່ທີ່ໃບໜ້າ ແລະຂໍ້ແຂນ
ໃນວັນພະຫັດຜ່ານມາ ຂະນະທີ່ທ່ານກຽມຈະກ່າວຄຳປາໄສ ຢູ່
ຫ້ອງກ່າວປະຖະກະຖາແຫ່ງໜຶ່ງ ໃນນະຄອນຫລວງໂຊລ.
ໃນວັນສຸກຜ່ານມາ ທ່ານນາງ Park ທີ່ຫາກໍກັບຄືນມາ ຈາກ
ການເດີນ ທາງໄປພາກຕາເວັນອອກກາງນັ້ນ ໄດ້ລົມກັບທ່ານ Lippert ແລະ ບອກທ່ານວ່າ
ຫົວໃຈຂອງທ່ານນາງມີຄວາມເຈັບປວດ ເພາະວ່າ ທ່ານ Lippert ໄດ້ປະສົບກັບການໂຈມ
ຕີແບບດຽວກັນ ທີ່ທ່ານນາງໄດ້ປະສົບ ມາຄັ້ງໜຶ່ງ. ທ່ານນາງ Park ໄດ້ຖືກປາດຢູ່ໃບໜ້າ
ໃນລະຫວ່າງການໂຄສະນາຫາສຽງ ໃນນະຄອນຫລວງໂຊລ ເມື່ອປີ 2006. ທ່ານນາງ ໄດ້
ເຂົ້າຮັບການຮັກສາພະຍາບານຢູ່ໂຮງໝໍດຽວກັນ ກັບທີ່ທ່ານ Lippert ກຳລັງໄດ້ຮັບການ
ຮັກສາປິ່ນປົວຢູ່ນັ້ນ.
ບັນດາເຈົ້າໜ້າທີ່ ກ່າວໃນວັນອາທິດວານນີ້ວ່າ ຜູ້ຕ້ອງສົງໄສ ຊື່ Kim Ki-jong ໄວ 55 ປີ
ປະເຊີນໜ້າກັບຂໍ້ກ່າວຫາ ພະຍາຍາມທຳການຄາດຕະກຳ ທີ່ອາດເປັນໄປໄດ້.
Your browser doesn’t support HTML5