ລະ​ເບີດ​ສະລະ​ຊີບ ສັງຫານ 42 ຄົນ ໃນນະຄອນຫລວງ ຂອງເຢເມັນ

ພວກ​ຊົນ​ເຜົ່າ Houthi ນິກາຍ Shi’ite ກຳລັງຫາມຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບ ໃນການໂຈມຕີສະລະຊີບ ໃນນະຄອນຫລວງ ຊານາອາ ປະເທດເຢເມັນ ວັນທີ 9 ຕຸລາ 2014.

ຄົນ​ວາງລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ນ້ອຍ 42 ຄົນ
ຢູ່​ໃນ​ນະຄອນຫລວງ​ຂອງ​ປະ​ເທດ​ເຢເມັນ ໃນ​ອັນ​ທີ່ປາກົດວ່າ​
ເປັນການໂຈມຕີ ທີ່ແນໃສ່​ພວກ​ກະບົດ​ເຜົ່າ Houthi ນິກາຍ
Shi’ite.

ລະ​ເບີດໄດ້​ແຕກ​ຂຶ້ນ ​ໃນ​ວັນ​ພະຫັດ​ມື້​ນີ້ ຢູ່ບໍລິ​ເວນ​ຈະ​ຕຸ​ລັດ
Tahrir ​ໃນ​ໃຈກາງນະຄອນຫລວງ Sanaa ທີ່​ພວກ​ກະບົດ​ໄດ້
​ຄວບ​ຄຸມ​ຕັ້ງ​ແຕ່​ເດືອນ​ແລ້ວ​ນີ້.

ຍັງ​ບໍ່​ມີ​ກຸ່ມ​ໃດ ອອກ​ມາ​ອ້າງ​ເອົາ​ ຄວາມ​ຮັບຜິດຊອບ ສຳ​ຫລັບ
​ການວາງລະ​ເບີດ​ຄັ້ງ​ນີ້.

ຂະ​ນະ​ດຽວ​ກັນ ຢູ່​ພາກ​ໃຕ້​ຂອງ​ເຢ​ເມັນ​ນັ້ນ ກໍ​ໄດ້​ມີ​ການ​ໂຈມ​ຕີ​ສະລະ​ຊີບ​ດ້ວຍລະ​ເບີດ​ລົດ
ທີ່​ເຮັດ​ໃຫ້​ທະຫານ ຢ່າງ​ໜ້ອຍ 20 ຄົນ​ເສຍ​ຊີວິດ.

ພວກ​ Houthi ​ໄດ້​ທຳ​ການ​ປະ​ທ້ວງເປັນ​ເວລາຫຼາຍອາທິດ​ ​ຮຽກຮ້ອງ​ເອົາສ່ວນ​ຮ່ວມໃນ​ການປົກຄອງ​ຫຼາຍກ​ວ່າ​ເກົ່າ ​ແລະ​ໃຫ້ຈັດຕັ້ງລັດຖະບານ​ໃໝ່ ກ່ອນຈະ​ບັນລຸ​ຂໍ້​ຕົກລົງກັບ​ລັດຖະບານ ທີ່ສະຫະ​ປະຊາ​ຊາດ​ເປັນ​ຜູ້ໄກ່​ເກ່​ຍ ໃນ​ເດືອນ​ກັນຍາ​ນັ້ນ.

ລະເບີດສະລະຊີບ ສັງຫານ 42 ຄົນ ໃນເຢເມັນ


ພວກ​ເຂົາ​ເຈົ້າ​ໄດ້​ວາງ​ແຜນ​ທີ່​ຈະທຳ​ການ​ປະ​ທ້ວງອີກ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ສະ​ແດງ​ການຄັດຄ້ານ​ ຕໍ່ການທີ່ປະ​ທາ​ນາ​ທິບໍດີ Abed Rabbo Mansour ​ໄດ້ແຕ່ງຕັ້ງ ​ໃຫ້ທ່ານ Ahmed Awad bin Mubarak ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່. ​ແຕ່ ທ່ານ bin Mubarak ​ໄດ້​ປະຕິ​ເສດ​ທີ່​ຈະ​ຮັບ​ເອົາ​ການ​ແຕ່ງຕັ້ງນີ້.

ສື່ຂອງ​ທາງ​ການ ​ໄດ້​ລາຍ​ງານອ້າງຄຳ​ເວົ້າ​ຂອງ​ທ່ານ bin Mubarak ທີ່​ກ່າວ​ວ່າ ທ່ານ​ຢາກ​ຫຼີກລ້ຽງ ​ການຂັດ​ແຍ້​ງກັນຕື່ມ​ອີກ ​ຢູ່​ໃນ​ປະ​ເທດ.

ຜູ້ນຳ​ພວກ​ກະບົດ Houthi ທ່ານ Abdel-Malik al-Houthi ​ໄດ້​ກ່າວໃນ​ຄຳ​ຖະ​ແຫລ​ງ​ເມື່ອ​ວັນ​ພຸດ​ວານ​ນີ້ວ່າ ມີ​ການ​ແຊກ​ແຊງ​ຈາກ​ຕ່າງປະ​ເທດ​ ຢູ່​ເບື້ອງຫຼັງຂອງ​ການ​ເລືອກ​ເອົາ​ທ່ານ bin Mubarak ນັ້ນ.

Your browser doesn’t support HTML5

YEMEN BLAST VO