ສະຫະພາບຢູໂຣບ ກ່າວວ່າ ການລົງໂທດ ຣັດເຊຍ ຍັງຈະ ດຳເນີນຕໍ່ໄປ

ລັດຖະມົນຕີ ຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov ເຂົ້າ ຮວມປະຊຸມທີ່ ນະຄອນມົສກູ ໃນເດືອນມີນາ.

ບັນດາ​ຜູ້ນຳ ສະຫະພາບ​ຢູ​ໂຣບ ທີ່​ປະຊຸມ​ກັນ ຢູ່ນະ​ຄອນ
Brussels ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ຍົກ​ເລີກ​ການ​ລົງ​ໂທດທາງ
ດ້ານ​ເສດຖະກິດຕໍ່ຣັດ​ເຊຍ ຈົນ​ກວ່າ​ວ່າ ການ​ຢຸດ​ຍິງ ໃນພາກ
ຕາເວັນອອກຂອງຢູເຄຣນ​ ທີ່ມົສກູໃຫ້ການສະໜັບສະໜູນ​ໃນ
​ເດືອນ​ແລ້ວນີ້ ໄດ້ຮັບຈັດຕັ້ງປະຕິບັດໂດຍເຕັມ.​

ປະທານ​ສະຫະພາບ​ຢູ​ໂຣບ ທ່ານ Danold Tusk ​ໄດ້​ປະກາດ
​ກ່ຽວກັບການ​ຕັດສິນ​ໃຈ​ດັ່ງກ່າວ ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​
ນີ້. ທ່ານ​ກ່າວ​ວ່າ ​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຕັ້ງ​ໃຈຢ່າ
ງ​ຈະແຈ້ງ​ ຂອງ 28 ປະ​ເທດສະຫະພາບ​ຢູ​ໂຣບ ທີ່​ຈະ​ສືບຕໍ່ກົດ
ດັນ​ໃຫ້ມົສກູ ຍຸດຕິການໃຫ້ສະໜັບສະໜູນ​ແກ່ພວກ​ກະບົດນິ
ຍົມຣັດ​ເຊຍ ທີ່​ໄດ້​ເອົາ​ຊີວິດຜູ້ຄົນໄປແລ້ວ ຫລາຍ​ກວ່າ 6,000 ຄົນ​ໃນໄລຍະ 11 ​ເດືອນ
​ທີ່​ຜ່ານ​ມາ.

ມົສກູ ​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊຳ້​ອີກ​ວ່າ ຕົນ​ບໍ່ໄດ້ໃຫ້ການສະໜັບສະໜູນ​ໂດຍ​ກົງ​ແກ່​ພວກ​
ກະບົດ ທີ່​ປາກ​ພາສາຣັດ​ເຊຍ ​ໃນຢູ​ເຄຣນ ໃກ້ໆກັບ​ເຂດ​ຊາຍ​ແດນນັ້ນ.

|ຣັດເຊຍໄດ້ຄັດຄ້ານຢ່າງແຂງຂັນຕໍ່ການ​ລົງ​ໂທດ ທີ່ມີມາເປັນລຳດັບໂດຍສະຫະພາບຢູ​
ໂຣບ ​ແລະ​ສະຫະລັດ.

ຄື້ນຟອງ​ການ​ລົງ​ໂທ​ດຮອບທຳ​ອິດ ​ຂອງສະຫະພາບຢູໂຣບ ໄດ້​ມີ​ຂື້ນ​ໃນ​ເດືອນກໍລະກົດ
ຫລັງ​ຈາກ​ບັນດານັກວິ​ເຄາະ ​ໄດ້​ນຳເອົາເລື້ອງການຍິງເຮືອບິນ​ໂດຍສານ ອາຍ​ພົນຂອງ
ມາ​ເລ​ເຊຍ​ຕົກ ຢູ່​ໃນ​ດິນ​ແດນຢູ​ເຄຣນ ໄປພົວພັນໃສ່​ລູກ​ສອນ​ໄຟ​ຂອງຣັດ​ເຊຍ. ວັງ
Kremlin ​ໄດ້​ປະຕິ​ເສດວ່າ ຕົນບໍ່ມີບົດບາດໃດໆໃນການ​ຍິງ​ເຮືອບິນດັ່ງກ່າວ​ຕົກ ທີ່ໄດ້
​ເຮັດ​ໃຫ້ ​298 ຄົນ​ຢູ່ເທິງ​ເຮືອບິນເສຍ​ຊີວິດໄປນັ້ນ.

Your browser doesn’t support HTML5

EU Russia Ukriane