ທີ່ເກົາຫລີໃຕ້ ໃນວັນຈັນມື້ນີ້ ບັນດາໄອຍະການ ໄດ້ຮຽກຮ້ອງໃຫ້
ລົງໂທດປະຫານຊີວິດ ກັບຕັນເຮືອຂ້າມຟາກ Sewol ທີ່ໄດ້ຈົມລົງ
ທະເລເມື່ອເດືອນເມສາປີນີ້ ເຮັດໃຫ້ຫຼາຍກວ່າ 300 ຄົນເສຍຊີວິດ.
ເຂົາເຈົ້າ ຍັງຮຽກຮ້ອງໃຫ້ລົງໂທດຈຳຄຸກຕະຫລອດຊີວິດ ລູກເຮືອ
ຂັ້ນອະວຸໂສອີກ 3 ຄົນ.
ບັນດາໄອຍະການ ຈະຮ້ອງຂໍໂທດທີ່ຕ່ຳກວ່າ ຄືຕິດຄຸກລະຫວ່າງ
15 ຫາ 30 ປີ ສຳຫລັບລູກເຮືອອີກ 11 ຄົນ ທີ່ຍັງເຫຼືອ.
ເປັນທີ່ຄາດກັນອີກວ່າ ສານຈະກຳນົດມື້ອອກຄຳພິພາກສາ
ຂອງຕົນ ໃນຕອນແລງຂອງວັນຈັນມື້ນີ້.
Your browser doesn’t support HTML5
SOUTH KOREA FERRY VO
ກັບຕັນແລະລູກເຮືອ 14 ຄົນ ຂອງເຮືອຂ້າມຟາກເກົາຫຼີໃຕ້ ທີ່ໄດ້ໄປມີໜ້າຢູ່ໃນສານເມືອງ Gwangju ວັນຈັນມື້ນີ້ ແມ່ນຮວມຢູ່ໃນກຸ່ມທຳອິດທີ່ສະລະເຮືອກ່ອນໝູ່ ເວລາເຮືອກຳລັງຈົມລົງ.
ພວກລູກເຮືອທັງໝົດຖືກກ່າວຫາວ່າ ສະລະເຮືອຂ້າມຟາກ ຫຼັງຈາກທີ່ໄດ້ບອກຜູ້ໂດຍສານທັງໝົດ ສ່ວນຫຼາຍແມ່ນນັກຮຽນມັດທະຍົມ ຊ້ຳແລ້ວຊ້ຳອີກວ່າ ໃຫ້ຢູ່ໃນເຮືອ.
ບັນດາສະມາຊິກຄອບຄົວຜູ້ເຄາະຮ້າຍ ກໍໄດ້ໄປມີໜ້າຢູ່ໃນສານເຊັ່ນກັນໃນວັນຈັນມື້ນີ້.
ວີດີໂອ ກ່ຽວກັບເຮືອຫລົ້ມ ເມື່ອກາງເດືອນເມສາ ຕົ້ນປີນີ້:
Your browser doesn’t support HTML5
Death Toll Passes 100 as Divers Search South Korea Ferry