ອະດີດ ລມຕ Essebsi ​ອ້າງ​ເອົາ​ໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີຕູນີເຊຍ

ການເລືອກຕັ້ງ ຢູ່ຕູນີເຊຍ

ຊາວ​ຕູ​ນີ​ເຊຍ ​ໄດ້ພາກັນ​ໄປປ່ອນ​ບັດ ​ເມື່ອ​ວັນ​ອາທິດ​ວານ​ນີ້
ໃນ​ການ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ ຮອບ​ຕັດສິນຊີ້​ຂາດ
ຊຶ່ງ​ເຫັນ​ວ່າ ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຄື່ອນ​ໄຫວ ​ສູ່​ປະຊາ
ທິປະ​ໄຕ ​ຂອງ​ປະ​ເທດ.

ຜົນ​ເລືອກ​ຕັ້ງ​ໃນ​ຂັ້ນຕົ້ນໆ ຍັງ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ເທື່ອ ​ແຕ່​ຜູ້
​ສະມັກທ່ານ Beji Caid Essebsi ຂອງ​ພັກ​ທີ່​ຕໍ່ຕ້ານ​ອິສລາມ
​ໄດ້​ອ້າງ​ເອົາ​ໄຊຊະນະ​ຢ່າງ​ວ່ອງ​ໄວ ​ເໜືອ​ຄູ່​ແຂ່ງ​ ຄື ທ່ານ
Moncef Marzouki ຜູ້​ທີ່ດຳລົງ​ຕຳ​ແໜ່​ງປະທາ​ນາ​ທິບໍດີ
ຢູ່​ໃນ​ຂະນະ​ນີ້​. ຜູ້​ຈັດການຝ່າຍໂຄສະນາ​ຫາ​ສຽງ​ຂອງ ທ່ານ Essebsi ກ່າວ​ວ່າ ຮ່ອງຮອຍ​ຕ່າງໆໃນເບື້ອງ​ຕົ້ນ ສະ​ແດງ​ໃຫ້​ເຫັນ​ເຖິງ​ໄຊຊະນະ​ ສຳ​ຫລັບ​ອະດີດ​ລັດຖະມົນ​ຕີ ​ໄວ 88 ປີ.

ທ່ານ Beji Caid Essebsi (ກາງ) ຜູ້ນຳພັກ Nidaa Tounes ທີ່ຕໍ່ຕ້ານອິສລາມ ກ່າວຖະແຫລງຢູ່ນອກສຳນັກງານໃຫຍ່ ທີີ່ນະຄອນຫລວງຕູນິສ, ວັນທີ 21 ທັນວາ 2014.

ແຕ່ ຜູ້​ຈັດການຝ່າຍ​ໂຄສະນາ​ຫາ​ສຽງ​ຂອງ ທ່ານ Marzouki
​ບໍ່​ໃຫ້​ຄວາມ​ສຳຄັນ​ແກ່​ຂໍ້​ກ່າວ​ອ້າງ​ດັ່ງກ່າວ ​ແລະ ​ເວົ້າ​ວ່າ ການ
​ເລືອກ​ຕັ້ງ ​ແມ່ນ​ສູ​ສີ​ກັນຫຼາຍ ​ເກີນ​ກ່ວາທີ່​ຈະປະກາດອອກ​ມາ
​ໄດ້​ເທື່ອ.

​ການ​ປ່ອນ​ບັດໃນອາທິດ​ ວານ​ນີ້ ​ແມ່ນ​ເປັນ​ຂັ້ນສຸດ​ທ້າຍ​ຂອງ
ໄລຍະຂ້າມ​ຜ່ານ​ໄປ​ສູ່​ປະຊາທິປະ​ໄຕຂອງ​ປະ​ເທດ ນັບ​ຕັ້ງ​ແຕ່
​ໄດ້​ມີ​ການ​ປະຕິ​ວັດ ທີ່​ເອີ້ນ​ວ່າ ລະດູບານ​ໃໝ່​ຂອງ​ອາ​ຫຣັບ ຫຼື
Arab Spring ທີ່​ໄດ້​ໂຄ່ນ​ລົ້ມ​ອະດີດ​ປະທານາທິບໍດີ Zine El
Abidine Ben Ali ທີ່​ປົກຄອງ​ປະ​ເທດ ມາ​ເປັນ​ເວລາ​ດົນ​ນານນັ້ນ
ລົງຈາກ​ຕຳ​ແໜ່​ງໄປ ​ໃນ​ປີ 2011.

ຕູ​ນີ​ເ​ຊຍ​ເປັນ​ປະ​ເທດ​ທຳ​ອິດ ທີ່​ໄດ້​ໂຄ່ນ​ລົ້ມ ຜູ້ນຳ​ຂອງ​ຕົນ ໃນ​ການ​ລຸກຮື້​ຂຶ້ນ​ ​ໃນລະ​ດູ​ບານ​ໃໝ່​ຂອງ​ອາຫ​ຣັບ ​ແລະ​ໄດ້​ດົນ​ບັນດານ​ໃຈ​ໃຫ້​ປະ​ເທດ​ອື່ນ​ໆ ​ໃນ​ຂົງ​ເຂດ​ ລຸກ​ຮື​ຂຶ້ນ​ເຊັ່ນ​ກັນ.

ຜູ້ສະມັກເປັນປະທານາທິບໍດີ ຕູນີເຊຍ ທ່ານ Moncef Marzouki (ກາງ) ໄປກ່າວຄຳປາໄສ ຫຼັງຈາກຮອບທີສອງ ຂອງການເລືອກຕັ້ງ ປະທານາທິບໍດີ ໃນນະຄອນຫລວງຕູນິສ, ວັນທີ 21 ທັນວາ 2014.

ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ໜ້າໜ່ວຍ​ປ່ອນ​ບັດໄຂນັ້ນ
ກອງ​ທະຫານ​ທີ່​ຍາມ​ບັດ​ລົງ​ຄະ​ແນນ ຢູ່​ໃນເຂດ Kairouan
ທາງ​ພາກ​ກາງຂອງປະ​ເທດ ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ພວກ​ຜູ້ຊາຍ
ຕິດ​ອາວຸດ. ບັນດາ​ເຈົ້າໜ້າ​ທີ່ ກະຊວງ​ປ້ອງ​ກັນ​ປະ​ເທດ
ກ່າວ​ວ່າ​ ພວກທະຫານ​ໄດ້​ຍິງ​ຜູ້​ຮ້າຍ​ຄົນ​ໜຶ່ງ​ຕາຍ ​ແລະ ​
ຈັບ​ກຸມ​ຜູ້​ຮ້າຍ​ອີກ 3 ຄົນ​ໄວ້​ໄດ້.

Your browser doesn’t support HTML5

TUNISIA ELECTIONS SOTVO