ລັດຖະມົນຕີພາຍໃນ ຂອງປາກິສຖານ ກ່າວວ່າ ພວກກໍ່ການຮ້າຍ ອາດຈະໂຈມຕີອີກ

ທ່ານ Chaudhry Nisar Ali Khan ລັດຖະມົນຕີພາຍໃນ ປາກິສຖານ

ທ່ານ Chaudhry Nisar Ali Khan ລັດຖະມົນຕີກະຊວງ​
ພາຍ​ໃນປາ​ກິ​ສຖານ ກ່າວ​ວ່າ ລັດຖະບານ​ມີ​ຂ່າວຂໍ້​ມູນ​ທີ່​ວ່າ
ພວກ​ກໍ່​ການ​ຮ້າຍ ອາດ​ຈະ​ວາງ​ແຜນ​ທຳ​ການໂຈມ​ຕີ​ອີກ​ຄັ້ງ
​ໃໝ່ ​ຄື​ກັນ​ກັບ​ການ​ໂຈມ​ຕີ​ທີ່​ໜ້າ​ຢ້ານ​ກົວແລະ​ນອງ​ເລືອດ​
ໃນ​ສັບປະດາ​ແລ້ວ​ນີ້ ທີ່​ໂຮງຮຽນ​ທະຫານ​ແຫ່ງ​ນຶ່ງ​ນັ້ນ.

ທ່ານ Chaudhry Nisar ບໍ່​ໄດ້​ໃຫ້ລາຍ​ລະອຽດ​ ​ກ່ຽວ​ກັບ​
ຂ່າວ​ຂໍ້​ມູນ​ດັ່ງ ກ່າວ ​ແຕ່​ເວົ້າ​ວ່າ ປະ​ເທດ​ທັງ​ໝົດ​ຈະ​ຕ້ອງ​ຢູ່
​ໃນ​ທ່າ​ຕຽມ​ພ້ອມ. ທ່ານ​ເຕືອນ​ພວກ​ບໍລິສັດ​ໂທລະສັບ​ມື​ຖື
ວ່າ ພວກ​ເຂົາ​ເຈົ້າ​ອາດ​ປະ​ເຊີນກັບ​ຂໍ້​ກ່າວ​ຫາ​ຖານທຳ​ການ
​ກໍ່​ການ​ຮ້າຍ​ໄດ້ ຖ້າ​ພວກ​ເຂົາ​ເຈົ້າ​ອອກບັດໂທລະ ສັບ​ທີ່​ຜິດ
​ກົດໝາຍ​.

ທ່ານ Chaudhry Nisar ຍັງ​ກ່າວ​ອີກ​ວ່າ ພວກ​ເຈົ້າ​ຂອງ​ໂຮງ​ແຮມຈະ​ຕ້ອງ​ກວດກາ​ເບິ່ງ​
ໜັງສື​ປະຈຳ​ຕົວ​ຂອງ​ພວກແຂກ​ທີ່​ມາ​ພັກ ຢູ່​ໂຮງ​ແຮມ ​ຂອງ​ເຂົາ​ເຈົ້າ ​ແລະ​ຈະຕ້ອງ​ຮັບຜິດ
ຊອບ ຖ້າ​ຫາກ​ເຂົາ​ເຈົ້າເອົາ​ຫ້ອງ​ໃຫ້ ​ພວກ​ກໍ່​ການ​ຮ້າຍ​ພັກ​ເຊົາ​. ທ່ານ​ໄດ້​ຮຽກຮ້ອງ​ໄປ​ຍັງ​
ປະຊາຊົນ​ປາ​ກິ​ສຖານທັງ​ໝົດ​ ໃຫ້​ແບ່ງປັນຂ່າວ​ຂໍ້​ມູນ​ໃດໆທີ່​ເຂົາ​ເຈົ້າ​ມີນັ້ນ ​ກັບ​ພວກເຈົ້າ​
ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ.

ທ່ານກ່າວ​ຊີ້​ອອກຕື່ມວ່າ ທະຫານ​ປາ​ກິ​ສຖານສາມາດເປີດ​ສາກ​ໂຈມ​ຕີ ຢ່າງ​ຂະໜານ​
ໃຫຍ່​ໄດ້​ ຢູ່ໃນ​ຫົວ​ເມືອງ​ຕ່າງໆ ບ່ອນ​ທີ່​ພວກ​ກໍ່​ການ​ຮ້າຍ​ອາ​ໄສ​ຢູ່​ນັ້ນ ​ແຕ່​ທາງ​ກອງທັບ
​ບໍ່​ຢາກເຮັດ​ໃຫ້ພົນລະ​ເຮືອນ​ເສຍ​ຊີວິດ. ​ທ່ານກ່າວ​ຕໍ່​ໄປ​ວ່າ ກອງທັບ​ບໍ່​ໄດ້​ແນ​ເປົ້າ​ໝາຍ
​ໃສ່​ພວກ​ແມ່ຍິງ ແລະ​ເດັກນ້ອຍ.

ພວກ​ມື​ປືນ​ກຸ່ມ​ຕາ​ລີ​ບານ​ປາ​ກິ​ສຖານ ​ໄດ້​ບຸກ​ໂຈມ​ຕີ​ໂຮງຮຽນ​ແຫ່ງ​ນຶ່ງ​ທີ່ກອງທັບ​ເປັນ​ຜູ້​ສະໜັບສະໜຸນ ​ໃນ​ເມືອງ Peshawar ​ໃນ​ສັບປະດາ​ແລ້ວ​ນີ້ ​ໂດຍ​ໄດ້​ສັງຫານ​ພວກ​ນັກ
ຮຽນ​ແລະ​ນາຍຄູ​ເກືອບ 150 ຄົນ​.

ກຸ່ມ​ຕາ​ລີ​ບານ​ເອີ້ນ​ການ​ໂຈມ​ຕີ​ດັ່ງກ່າວ ວ່າເປັນ​ການ​ແກ້​ແຄ້ນ​ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ກອງ
ທັບ​ປາ​ກິ​ສຖານຕໍ່​ພວກ​ກະບົດ.

Your browser doesn’t support HTML5

pakistanmilitants22december14