ທ່ານ Jacques Rogge ປະທານກໍາມະການໂອລິມປິກສາກົນ ຂະນະກ່າວທີ່ກອງປະຊຸມໂອລິມປິກ ຢູ່ເມືອງ Buenos Aires
ປະເທດອາເຢັນຕິນາ ເມື່ອວັນທີ 4 ກັນຍານີ້.
BUENOS AIRES —
ເຫຼືອພຽງອີກມື້ນຶ່ງ ທີ່ຄະນະກໍາມະການ
ໂອລິມປິກສາກົນ ຫຼື IOC ຈະປະກາດເມືອງທີ່ຈະໄດ້ເປັນເຈົ້າ
ພາບຈັດງານແຂ່ງຂັນກິລາໂອລິມປິກລະດູຮ້ອນປີ 2020 ຊຶ່ງ
ຄະນະກໍາມະການ IOC ດັ່ງກ່າວ ໄດ້ປະຊຸມກັນທີ່ເມືອງ Buenos
Aires ປະເທດອາເຢັນຕິນາ ມາຕະຫຼອດອາທິດ.
ສາມເມືອງໃຫຍ່ທີ່ກໍາລັງ ແຂ່ງຂັນເພື່ອຖືກເລືອກໃຫ້ເປັນເຈົ້າ
ພາບຄື ໂຕກຽວ ອີສຕັນບູນ ປະເທດເທີກີ ແລະ Madrid
ປະເທດສະເປນ ຊຶ່ງໂຕກຽວ ຖືວ່າຈະມີໂອກາດຫຼາຍກວ່າໝູ່
ເຖິງແມ່ນວ່າຍີ່ປຸ່ນຈະຕ້ອງໄດ້ຫັນເຫຄວາມເປັນຫ່ວງກ່ຽວກັບ
ນໍ້າທີ່ເປັນກໍາມັນຕະພາບລັງສີ ທີ່ຮົ່ວໄຫຼ ອອກຈາກໂຮງງານ
ໄຟຟ້າພະລັງປະລະມະນູ Fukushima ທີ່ຖືກເພພັງ ນັ້ນ. ວັນພະຫັດມື້ນີ້ ເມືອງ Madrid
ໄດ້ນໍາເອົາ Pau Gasol ຜູ້ຊະນະຫຼຽນເງິນໂອລິມປິກສອງຄັ້ງ ແລະນັກຫຼິ້ນກີລາບານບ້ວງ
ທີມຊື່ດັງ Los Angeles Lakers ຂອງສະຫະລັດ ມາຮ່ວມຖະແຫຼງຂ່າວ ເພື່ອຊ່ວຍຊຸກຍູ້
ໃຫ້ Madrid ໄດ້ເປັນເຈົ້າພາບກິລາ ໂອລິມປີກປີ 2020 ນັ້ນ ຊຶ່ງນັກກິລາໂອລິມປິກ
Pau Gasol ເວົ້າໃນຕອນນຶ່ງວ່າ: