ທຳນຽບຂາວ ທວງໃຫ້ ເກົາຫຼີເໜືອ ປ່ອຍທ່ານ Newman ກັບ ສຫລ (ວີດີໂອ)

ຮູບຂອງທ່ານ Merrill Newman ໄວ 85 ປີ ນັກລົບເກົ່າສົງຄາມເກົາຫຼີ ທີ່ຖືກເກົາຫຼີເໜືອຄຸມຕົວໄວ້

ທໍານຽບຂາວຮຽກຮ້ອງເກົາຫຼີ​ເໜືອ​ໃຫ້​ປ່ອຍ​ຕົວ​ຄົນ​ສູງ​ອາຍຸຊາວ​ອາ​ເມ​ຣິກັນ ​ແລະ​ເປັນ ນັກ​ ລົບ​ເກົ່າສົງຄາມເກົາຫຼີ ​ທີ່ຖືກ​ຄວບ​ຄຸມຕົວ​ໄວ້​ຢູ່​ໃນ​ເກົາຫຼີ​ເໜືອ ​ເມື່ອ​ເດືອນ​ຕຸລາ​ຜ່ານ​ມາ​ນີ້.

ຖະ​ແຫຼງການສະ​ບັບນຶ່ງ​ຂອງ​ທໍາ​ນຽບຂາວ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້​ພຽງ​ຢາງ ຈົ່ງ​ປ່ອຍ​ຕົວ​ທ່ານ Merrill Newman ​ໄວ 85 ປີ ທີ່​ເປັນ​ໂຣກຫົວ​ໃຈ ​ໃຫ້​ກັບ​ຄືນ​ບ້ານ ​ແລະ​ມາ​ຢູ່​ກັບ​ຄອບຄົວ​ຂອງທ່ານ​ອີກ.

ທ່ານ Newman ຊາວ​ລັດ​ແຄ​ລິ​ຟໍ​ເນຍ​ໂດຍ​ກໍາ​ເນີ​ດ ກໍາລັງ​ໄປຢ້ຽມຢາມ​ ເກົາຫຼີ​ເໜືອໂດຍ​ມີ​ວິ​ຊ່າ​ທີ່​ຖືກຕ້ອງ ​ເວລາ​ທ່ານ​ໄດ້​ຖືກ​ບັງຄັບ​ໃຫ້​ລົງ​ຈາກ​ເຮືອບິນ​ເມື່ອ​ວັນ​ທີ 26 ຕຸລາ​ຜ່ານ​ມາ ຂະນະ​ທີ່​ທ່ານ​ຕຽມ​ທີ່​ຈະ​ບິນ​ກັບ​ບ້ານ ກໍ​ຄືສະຫະລັດ​ນັ້ນ.

​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ ​ອົງການ​ຂ່າວສູນ​ກາງຂອງ​ເກົາຫຼີ​ເໜືອ ຫຼື KCNA ຢືນຢັນ​ວ່າ ຕົນ​ໄດ້​ກັກ​ຕົວ​ທ່ານ Newman ​ໄວ້​ແທ້. ລາຍ​ງານ ​ເວົ້າ​ວ່າ ທ່ານ​ໄດ້​ຂໍ​ຂະ​ມາ​ໂທດ​ສໍາລັບ​ອາດຊະຍາ​ກໍາ ​ໃນ​ລະ​ຫວ່າງ​ສົງຄາມ​ເກົາຫຼີ ​ແລະ​ພຶດຕິ​ກໍາ​ລຸກ​ລານ ຕໍ່ຕ້ານ​ເກົາຫຼີ​ເໜືອ ​ໃນ​ລະ​ຫວ່າງການໄປ ຢ້ຽມຢາມ​ເກົາຫຼີ ຂອງ​ທ່ານ​ເມື່ອເດືອນ​ຕຸລາ​ຜ່ານ​ມາ.

ອົງການ​ຂ່າວ KCNA ​ໄດ້​ລົງ​ພາບວີ​ດີ​ໂອ​ຂອງ​ທ່ານ Newman ​ທີ່​ພວມ ​ອ່ານຄໍາ​ຂໍ​ຂະ​ມາໂທດ​ດ້ວຍ​ສຽງ​ກັງວານ ຊຶ່ງ​ບໍ່​ຮູ້ໄດ້​ຊັດ​ເຈ​ນວ່າ ຊາວ​ອາ​ເມ​ຣິກັນເປັນ​ຜູ້​ຂຽນບົດ​ຂໍ​ໂທດ​ດັ່ງກ່າວຂຶ້ນມາ​ເອງ ຫຼືວ່າ​ຖືກ​ບັງຄັບ​ໃຫ້​ຂຽນ.

Your browser doesn’t support HTML5

North Korea