ພວກເຄື່ອນໄຫວ ນິຍົມປະຊາທິປະໄຕ ນຸ່ງຊຸດສີດຳ ເດີນຂະບວນປະທ້ວງຈີນ ຢູ່ຮົງກົງ (ວີດີໂອ)

ພວກປະທ້ວງ Occupy Central ຖືແຜ່ນແພສີດຳ ຍາວ 500 ແມັດ ທີ່ເຂົາເຈົ້າກ່າວວ່າ ເປັນສັນຍະລັກແຫ່ງການສູນເສຍ ຄວາມໜ້າເຊື່ອຖື ຂອງປັກກິ່ງ ທີ່ບໍ່ຍອມປ່ອຍໃຫ້ມີລະບອບ ປະຊາທິປະໄຕຢ່າງສົມບູນ ໃນຮົງກົງ, ວັນທີ 14 ກັນຍາ 2014.

ພວກເຄື່ອນ​ໄຫວ​ທີ່​ພາກັນ​ນຸ່ງ​ຊຸດສີດຳ​ຫຼາຍ​ພັນ​ຄົນ​ ໄດ້​ພາກັນ
ເດີນ​ຂະ​ບວນຢ່າງ​ງຽບໆ ​ຜ່ານ​ຮົງ​ກົງ ​ເພື່ອ​ກ່າວ​ຫາ​ປັກ​ກິ່ງ​ວ່າ ບໍ່​
ນັບຖືຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ໃຫ້​ໄວ້ວ່າ​ ຈະ​ປ່ອຍ​ໃຫ້ມີ​ລະບອບ
​ປະຊາທິປະ​ໄຕ​ຢ່າງ​ສົມບູນໃນ​ອະດີດ​ອະ​ນາ​ນິຄົມ​ອັງກິດ​ແຫ່ງ​ນັ້ນ.

ພວກ​ປະ​ທ້ວງ ພາກັນ​ແກ່​ແຜ່ນ​ແພ​ສີດຳ​ທີ່ໃຫຍ່​ແລະ​ຍາວ ເດີນ​
ຂະ​ບວນ ຜ່ານ​ຖະໜົນ​ຫົນທາງ​ສາຍຕ່າງໆ ມີ​ຖື​ປ້າຍ​ທີ່​ກ່າວ​ຫາ
​ປັກ​ກິ່ງ​ວ່າ ທໍລະ​ຍົດ​ຕໍ່ຄວາມ​ໄວ້​ວາງ​ໃຈ​ຂອງ​ເຂົາ​ເຈົ້າ.

ຈີນ​ໄດ້​ອອກ​ກົດ​ລະບຽບ​ວ່າ ພວກ​ທີ່​ຈະ​ເຂົ້າ​ສະໝັກຮັບ​ເລືອກ
​ຕັ້ງເປັນ​ ຫົວໜ້າ​ບໍລິຫານ​ຮົງ​ກົງ​ນັ້ນ ກ່ອນ​ອື່ນ​ແມ່ນຈະ​ຕ້ອງ​ໄດ້​
ຖືກຮັບຮອງ​ເອົາ​ຈາກ​ຄະນະກຳມະການ​ແຕ່ງ​ຕັ້ງ​ເສຍ​ກ່ອນ ທີ່​ເບິ່ງ​ຄື​ວ່າ ​ຈະເຕັມ​ໄປ​ດ້ວຍ
ບັນດາ​ຜູ້ຕາງໜ້າ​ທີ່​ນິຍົມ​ປັກ​ກິ່ງ​ນັ້ນ.

​ກ່ອນ​ໜ້າການ​ເດີນ​ຂະ​ບວນ ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ທ່ານ Leung Chun-ying ຫົວໜ້າ
ຄະນະ​ບໍລິຫານຮົງ​ກົງ ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ນິຕິບັນຍັດ​ຂອງ​ຮົງ​ກົງ​ ຮັບ​ຜ່ານຂໍ້​ສະ​ເໜີປະຕິ​ຮູບ​ການ​ເລືອກ​ຕັ້ງ​ຂອງ​ຈີນ. ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ນິຍົມປະຊາທິປະ​ໄຕ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ​່ຈະ​ກີດ​ກັນ​ມາດ​ຕະການ​ດັ່ງກ່າວ.

ບັນດາ​ຜູ້​ຈັດ​ແຈງ​ຂະບວນການ​ປະ​ທ້ວງ ທີ່​ເອີ້ນ​ວ່າ Occupy Central ຫລື ​ເຂົ້າ​ຄອບ
​ຄອງ​ໃຈກາງ​ຮົງ​ກົງ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ພາກັນ​ໂຮມ​ຊຸມນຸມ​ມວນ​ຊົນ ​ເພື່ອ​ປິດ
​ເຂດ​ສູນ​ກາງ​ການ​ເງິນ​ຮົງ​ກົງ​ນັ້ນ ​ແຕ່ກໍຍັງ​ບໍ່​ທັນ​ໄດ້​ບອກ​ວັນ​ເວລາ​ ຂອງການ​ໂຮມ​ຊຸມ​ນຸມ
ທີ່​ວາງ​ແຜນ​ໄວ້​ນີ້ ວ່າ ຈະ​ມີ​ຂຶ້ນ​ເວລາ​ໃດ.

Your browser doesn’t support HTML5

hongkongprotest15september14