ເກືອບ 50 ຄົນ ເສຍຊີວິດ ໃນການສູ້ລົບກັນຄືນ ທີ່ລີເບຍ (ວີດີໂອ)

ຄວັນໄຟ ພຸ່ງຂຶ້ນ ໃກ້ກັບຕຶກອາຄານຕ່າງໆ ຫລັງຈາກການສູ້ລົບກັນ ຢ່າງໜັກ ລະຫວ່າງ ກຸ່ມທະຫານບ້ານ ທີ່ເປັນຄູ່ປໍລະປັກກັນ ໃກ້ສະໜາມບິນ Tripoli ວັນທີ 20 ກໍລະກົດ 2014.

ບັດ​ນີ້ ມີປະຊາຊົນ​ເກືອບ 50 ຄົນ​ແລ້ວ​ໄດ້​ເສຍ​ຊີວິດ​ໄປ​ ໃນ​ການ
​ສູ້​ລົບ​ກັນຢ່າງ​ໜັກ ​ເພື່ອ​ເຂົ້າ​ຄວບ​ຄຸມ​ສະໜາມ​ບິນ​ລະຫວ່າງ​ຊາດ
Tripoli ຫຼັງຈາກ​ການ​ຢຸດ​ຍິງ​ກັນ​ເປັນ​ເວລາ​ສອງ​ມື້​ຜ່ານ​ມາ ​ໄດ້
​ແຕກ​ຫັກ​ລົງໃນ​ວັນ​ອາທິດ​ວານ​ນີ້.

ການ​ສູ້​ລົບ​ກັນ​ລະຫວ່າງ ພວກ​ນັກ​ຕໍ່ສູ້​ພາຍ​ໃຕ້​ການ​ນຳພາ​ຂອງ​
ພວກ​ຫົວ​ນິຍົມ​ອິສລາມ ຈາກເຂດ Misrata ກັບ​ພວກ​ກະບົດ
Zintan ​ເພື່ອ​ຄວບ​ຄຸມ​ສະໜາມ​ບິນ ​ໄດ້​ລາມ​ອອກ​ໄປ​ຍັງ​ເຂດ​
ອ້ອມ​ແອ້ມ​ຕ່າງໆ ​ແລະ​ກ່າວ​ກັນ​ວ່າ ​ເປັນ​ການ​ສູ້​ລົບ​ກັນ​ຄັ້ງ​ຮ້າຍ
​ແຮງ​ທີ່​ສຸດໃນ​ລີ​ເບຍ ນັບ​ແຕ່​ໄດ້​ມີ​ການ​ຂັບ​ໄລ່​ມື້​ລາງ​ຈອມ​ຜະ​
ເດັດ​ການ Moammar Gadhafi ອອກ​ຈາກ​ອຳນາດ​ໄປ​ ໃນ​ປີ2011 ​ເປັນ​ຕົ້ນ​ມາ.

ປະຊາຊົນ​ຫຼາຍ​ພັນ​ຄົນ​ພາກັນ​ຫລົບໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ​ໃນຂະນະ​ທີ່​ກຸ່ມ
ປະກອບ​ອາວຸດ​ຕ່າງໆ​ ຍິງ​ຕໍ່ສູ້​ກັນ ​ດ້ວຍ​ປືນ​ທຳ​ມະ​ດາ ປືນ​ຕໍ່ຕ້ານ​ອາກາດ​ສະຍານ ​ແລະ
​ຈະ​ຫຼວດ. ​ແຕ່​ກໍ​ຍັງ​ມີ​ຊາວບ້ານ​ຊາວ​ເມືອງ​ຫຼາຍ​ຄົນ ​ຕົກ​ຄ້າງ​ຢູ່​ໃນ​ເຂດ​ ບ່ອນ​ທີ່ມີ​ການ​ສູ້
​ລົບ​ກັນ​ນັ້ນ.

ສະຫະ​ປະຊາ​ຊາດ ​ໄດ້​ຖອນ​ພວກ​ພະນັກງານ​ຂອງ​ຕົນ​ອອກ​ຈາກ​ລີ​ເບຍ​ໃນ​ສັບປະດາ​
ແລ້ວ​ນີ້ ຍ້ອນ​ຄວາມ​ຢ້ານ​ກົວ​ດ້ານ​ຄວາມ​ປອດ​ໄພ. ບໍ່​ໄດ້ມີ​ຖ້ຽວ​ບິນ​ລະຫວ່າງ​ຊາດ​ເຂົ້າ​
ອອກ​ທີ່​ສະໜາມ​ບິນ Tripoli ມາ​ຕັ້ງ​ແຕ່​ວັນ​ຈັນ​ແລ້ວ​ນີ້ ​ແລະ​ພວກ​ນັກ​ຊ່ຽວຊານ​ການບິນ
ບາງ​ຄົນເຊື່ອ​ວ່າ ສະໜາມ​ບິນ​ດັ່ງກ່າວ​ຈະ​ອັດ​ໄປ​ຕື່ມ​ອີກ​ຫຼາຍ​ເດືອນ ​ເພາະວ່າ ຄວາມ​
ເສຍ​ຫາຍ​ແມ່ນ​ຢູ່​ໃນ​ສະພາບ​ທີ່​ກວ້າງຂວາງ.

Your browser doesn’t support HTML5

libya21july14