ຟິມຮູບເງົາ ເລື້ອງ 'Boyhood' ໄດ້ຮັບລາງວັນດີເດັ່ນ Golden Globes

ນາງ Taylor Schilling ເດີນທາງມາຮອດ ບ່ອນທຳພິທີມອບ ລາງວັນປະຈຳປີ Golden Globes Awards ທີ່ໂຮງແຮມ Bervely Hilton Hotel ໃນວັນອາທິດ ວັນທີ 11 ມັງກອນ ທີ່ Beverly Hills ລັດ California.

ຮູບ​ເງົາ​ທີ່​ໃຊ້​ເວລາ 12 ປີ​ເພື່ອ​ສ້າງ​ຂຶ້ນ​ມາ ໄດ້​ຮັບ​ລາງວັນຟີມ
ຮູບ​ເງົາ​ລະດັບ​ສູງ​ສຸດ ​ໃນ​ການ​ແຈກ​ລາງວັນ​ປະຈຳ​ປີທີ 72
Golden Globes Awards ຂອງ​ສະມາຄົມ​ວົງ​ການ​ຂ່າວ
​ຕ່າງປະ​ເທດ​ທີ່ Hollywood ​ໃນວັນ​ອາທິດ​ວານ​ນີ້ ທີ່ Bever
ly Hills ລັດ California.

ຮູບ​ເງົາ​ເລື້ອງ Boyhood ​ໄດ້​ຊະນະ​ລາງວັນ ທີ່​ເປັນ​ຟິມຮູບ​
ເງົາ​ທີ່​ດີ​ເດັ່ນ ລາງວັນ​ທີ່​ເປັນ​ຜູ້​ກຳກັບ​ການສະ​ແດງ​ທີ່​ດີ​ເດັ່ນ​
ໄດ້​ແກ່​ທ່ານ Richard Linklater ​ແລະ​ລາງວັນ​ຕົວ​ປະກອບ​
ທີ່​ດີ​ເດັ່ນ ​ໄດ້​ແກ່​ນາງ Patricia Arquette.

​ເລື້ອງ Grand Budapest Hotel ​ໄດ້​ຮັບ​ລາງວັນ Golden Globes ທີ່​ເປັນ​ດົນຕີ​ທີ່​ດີ​ເດັ່ນ ຫຼື​ຟິມຕະຫລົກ ຊະນະ​ພວກ​ຟິມຄູ່​ແຂ່ງ Birdman, Into the Woods, Pride ​ແລະ St. Vincent.

​ສຳລັບ​ລາງວັນ​ທາງ​ໂທລະພາບ​ນັ້ນ ​ເລື້ອງ retail online giant Amazon ​ໄດ້​ຮັບ​ລາງ
ວັນ​ທີ​ນຶ່ງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ສຳລັບ Golden Globes ໂດຍ​ໄດ້​ຮັບ 2 ລາງວັນ​ສຳລັບ​
ເລື້ອງ​ຕະຫລົກ ​ເລື້ອງ Transparent. ​ເລື້ອງ​ເຫຼົ່າ​ນີ້ ​ແມ່ນ​ສະ​ແດງ​ໂດຍທ່ານ Jeffrey Tambor ນັກສະ​ແດງ​ເກົ່າ ທີ່​ເລົ່າ​ເລື້ອງ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ປ່ຽນ​ເພດ​ເປັນ​ແມ່ຍິງ ​ແລະເວົ້າ​ເລື້ອງ​ລາຍ​ລະອຽດ​ຕ່າງໆ​ຂອງ​ຄອບຄົວ​ຂອງ​ທ່ານ. ​ເລື້ອງ Transparent ​ໄດ້​ຊະນະ​ລາງວັນ ທີ່​ເປັນ​ເລື້ອງ​ຕະຫລົກ ​ແລະ​ດົນຕີ​ທີ່​ດີ​ເດັ່ນ ​ແລະ​ທ່ານ Tambor ​ໄດ້​ຊະນະ​ລາງ
ວັນ​ທີ່​ເປັນ​ນັກສະ​ແດງ​ທີ່​ດີ​ເດັ່ນ ​ໃນ​ຟິມຮູບ​ເງົາ​ເລື້ອງ​ຕະຫລົກ ​ແລະ​ດົນຕີ​ທີ່​ນຳ​ມາ​ສາຍ​ທາງໂທລະພາບ​.