ປະທານາທິບໍດີ Francois Hollande ໄດ້ຍຸບ ຄະນະລັດຖະບານ
ຝຣັ່ງ.
ນາຍົກລັດຖະມົນຕີ Manuel Valls ໄດ້ສະເໜີ ຂໍລາອອກພ້ອມ
ກັບຄະນະລັດຖະບານສັງຄົມນິຍົມຂອງທ່ານທັງໝົດ ໃນວັນຈັນ
ມື້ນີ້ ຊຶ່ງ ທ່ານ Hollande ກໍໄດ້ຮັບເອົາ ແລ້ວອອກຄຳສັ່ງໃຫ້
ນາຍົກລັດຖະມົນຕີ ຈັດຕັ້ງລັດຖະບານຊຸດໃໝ່ຂຶ້ນ ພາຍໃນວັນ
ອັງຄານມື້ອື່ນ.
ການເຄື່ອນໄຫວທາງການເມືອງທີ່ວ່ານີ້ ແມ່ນຕິດຕາມມາ ຫຼັງຈາກ
ການຕຳນິຕິຕຽນຂອງລັດຖະມົນຕີເສດຖະກິດ ທ່ານ Arnaud
Montebourg ເມື່ອບໍ່ດົນມານີ້ ກ່ຽວກັບນະໂຍບາຍດ້ານເສດຖະກິດ ຂອງປະເທດ ແລະ
ການຕັ້ງຂໍ້ສົງໄສຂອງທ່ານກ່ຽວກັບການເຄື່ອນໄຫວຕ່າງໆ ດ້ານງົບປະມານ ຂອງພັນທະມິດ ເຢຍຣະມັນ.
ປະທາ. ຝຣັ່ງ ຍຸບລັດຖະບານ, ວັນທີ 25 ສິງຫາ 2014
ຝຣັ່ງກຳລັງຕົກຢູ່ພາຍໃຕ້ ຄວາມກົດດັນຈາກສະຫະພາບຢູ່ໂຣບ ໃຫ້ ແກ້ໄຂບັນຫາການ
ເງິນຕ່າງໆຂອງຕົນໃຫ້ເປັນລະບບຮຽບຮ້ອຍ ແຕ່ ທ່ານ Montebourg ໄດ້ຕັ້ງຂໍ້ສົງໄສວ່າ
ການປະຫຍັດມັດທະຍັດທາງການເງິນທີ່ສະຫະພາບຢູໂຣບໄດ້ບັງຄັບໃຫ້ປະຕິບັດນັ້ນ ຈະ
ເປັນປະໂຫຍດຕໍ່ຝຣັ່ງ ຢ່າງແທ້ຈິງ ຫຼືບໍ່.
Your browser doesn’t support HTML5
FRANCE VO