ປະທານາທິບໍດີ ຣັດເຊຍ ພົບປະກັບ ນາຍົກ ອິນເດຍ ທີ່ ນີວ ເເດລລີ

ປ. ພູຕີນ ແຫ່ງຣັດເຊຍ (ຊ້າຍ) ແລະນາຍົກ Narendra Modi ແຫ່ງອິນເດຍ ຖ່າຍຮູບຮ່ວມກັນ ກ່ອນການພົບປະກັນທີ່ Hyderabad House ທີ່ນີວ ເແດລລີ ວັນທີ 11 ທັນວາ 2014.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ໄດ້​ພົບ​ປະ​ກັບ​
ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ຢູ່​ນິວແດ​ລ
ລີ ​ໃນການ​ຢ້ຽມຢາມ​ເປັນ​ເວລາ​ນຶ່ງ​ມື້ ​ເພື່ອ​ປຶກສາ​ຫາລື​ກັນ​ເລື້ອງ
​ການ​ຂະຫຍາຍສາຍ​ພົວພັນດ້ານ​ພະລັງງານ​ ແລະປ້ອງ​ກັນປະ​
ເທດ.

ທ່ານ​ພູ​ຕິນ ຍັງ​ມີ​ໝາຍ​ກຳນົດ ​ທີ່​ຈະ​ທຳ​ການ​ໂອ້​ລົມ​ສົນທະນາ ​ໃນ​
ວັນພະຫັດ​ມື້​ນີ້ ກັບ​ປະທານາທິບໍດີ Pranab Mukherjee ​ແລະ
​ທ່າ​ນນາງ Sonia Gandhi ຜູ້ນຳ​ຝ່າຍ​ຄ້ານ​ຂອງ​ອິນ​ເດຍ ​ເຊັ່ນ​ກັນ.

ຣັດ​ເຊຍ​ກຳລັງ​ປະ​ເຊີນ​ກັບ​ການ​ລົງ​ໂທດດ້ານ​ເສດຖະກິດ​ຢ່າງ​
ໜັກ​ ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ກັບ​ບົດບາດ​ຂອງ​ຕົນ​ໃນ​ວິ​ກິດ​ການ​ຢູ​ເຄຣນ ​ແລະ ບັນດາ​ນັກວິ​ເຄາະ ກ່າວ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ພູ​ຕິນ ມີ​ວັດ​ຖຸປະສົງ​ໃນ​ການ​ພັດທະນາ​ຫາ​ຕະຫຼາດພະ​ລັງ​ງານ​ໃໝ່​ເພື່ອ​ຊ່ອຍ​ຊົດ​ເຊີຍ​ຜົນກະທົບ​ຂອງ​ການ​ລົງ​ໂທດ​ເຫຼົ່າ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍແລະ​ອິນ​ເດຍ ກ່າວ​ວ່າ ການ​ພົບ​ປະກັນ​ຕ່າງໆ ມີ​ທາງ​ວ່າ ຈະ​
ເພ່ງ​ເລັງ​ໃສ່ຂໍ້​ຕົກລົງ​ຮ່ວມ​ມື​ກັນ​ທາງ​ດ້ານ​ທະຫານ ການ​ບຸກ​ເບີກທາງ​ອະວະກາ​ດ ​ແລະ
​ການ​ກໍ່ສ້າງ​ພວກ​ໂຮງ​ໄຟຟ້ານີວ​ເຄລຍ​ໃໝ່ນຳ.

ຄາດ​ວ່າ​ຈະ​ມີ​ການລົງ​ນາມ​ໃນ​ສັນຍາ​ການ​ຄ້າ ຢ່າງ​ໜ້ອຍ 15 ສະບັບໃນ​ຂະນະ ອິນ​ເດຍ
ທີ່​ຂາດ​ແຄນ​ດ້ານ​ພະລັງງານ ​ແລະ​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າພະລັງງານ​ ຫລາຍ​ອັນ​ດັບ 3
ຂອງ​ໂລກ ສືບ​ຕໍ່​ຊຸກຍູ້ເພື່ອ​ໃຫ້​ຕົນ​ມີ​ການ​ພົວພັນ​ຫຼາຍ​ຂຶ້ນ ​ໃນ​ການ​ບຸກ​ເບີກຫາ​ແກ​ສທຳ​
ມະ​ຊາດ​ແລະ ​ບໍ່​ນ້ຳມັນ​ໃນຣັດ​ເຊຍ​ນັ້ນ.

Your browser doesn’t support HTML5

russiaindia11december14