ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos ເປັນຜູ້ຊະນະລາງວັນໂນ ແບລຂະແໜງສັນຕິພາບ ປີ 2016 ໃນການດຳເນີນ ຄວາມພະຍາຍາມຂອງທ່ານ ເພື່ອ ເຮັດໃຫ້ສົງຄາມກາງເມືອງທີ່ດຳເນີນມາເປັນເວລາຫ້າທົດສະວັດກວ່າໆ ຊຶ່ງເປັນບັນຫາ ຂັດແຍ້ງທີ່ດົນນານທີ່ສຸດໃນຊີກໂລກຕາເວັນຕົກ ກັບພວກກະບົດມາກຊິສ ສິ້ນສຸດລົງ.
ທ່ານ Santos ກ່າວຕໍ່ຜູ້ອຳນວຍການຂອງສະຖາບັນນໍເວ ທີ່ນະຄອນອັອສໂລ ເວລາຜູ້ ອຳນວຍການໂທລະສັບໄປແຈ້ງຂ່າວກ່ຽວກັບການໄດ້ຮັບລາງວັນຂອງທ່ານວ່າ “ຂ້າພະເຈົ້າຮູ້ສຶກເປັນກຽດແລະຮູ້ບຸນຄຸນເປັນທີ່ສຸດ ນີ້ເປັນເຫດການ ທີ່ມີຄວາມສຳຄັນຫຼາຍສຳ ລັບປະເທດຂອງຂ້າພະເຈົ້າ ສຳລັບພວກເຄາະຮ້າຍ ຈາກສົງຄາມນີ້ ແລະນີ້ແມ່ນຄວາມໝັ້ນໝາຍເພື່ອຈະສືບຕໍ່ພະຍາຍາມນຳເອົາສັນຕິພາບມາສູ່ປະເທດຂອງຂ້າພະເຈົ້າ. ຂ້າ ພະເຈົ້າຮູ້ສຶກເປັນໜີ້ບຸນຄຸນທີ່ສຸດ ຂອບໃຈຫຼາຍໆ ຂອບໃຈຫລາຍໆ.”
ຄວາມພະຍາຍາມຂອງທ່ານ Santos ຊຶ່ງໃນທີ່ສຸດ ກໍໄດ້ນຳໄປສູ່ການບັນລຸຂໍ້ຕົກລົງສັນ ຕິພາບໃນປີນີ້ ລະຫວ່າງລັດຖະບານໂຄລອມເບຍ ແລະພວກກະບົດຝ່າຍຊ້າຍ ຄືກຳລັງປະກອບອາວຸດ ປະຕິວັດໂຄລອມເບຍ ທີ່ເອີ້ນຫຍ້ໍວ່າ FARC. ແຕ່ແນວໃດກໍຕາມ ວຽກການຂອງທ່ານ Santos ມາຮອດປັດຈຸບັນກໍບໍ່ມີຫຍັງຫຼາຍໄປກວ່າ ການດຳເນີນຄວາມພະຍາຍາມ ທີ່ໄດ້ປະສົບກັບຄວາມໂກດແຄ້ນ ໂດຍພວກທີ່ບໍ່ພໍໃຈ ແລະການຖອຍຫລັງ.
Your browser doesn’t support HTML5
Nobel Peace Award Announcement
ປະຊາຊົນຊາວໂຄລອມເບຍໄດ້ປະຕິເສດຕໍ່ຂໍ້ຕົກລົງສັນຕິພາບດັ່ງກ່າວໃນການລົງປະຊາມະຕິເມື່ອໄວໆມານີ້ຊຶ່ງເປັນການສະທ້ອນໃຫ້ເຫັນເຖິງຄວາມໂກດແຄ້ນຂອງຫຼາຍໆຄົນທີ່ຄັດຄ້ານຕໍ່ການໃຫ້ອະໄພຍະໂທດ ແລະອຳນາດທາງດ້ານການ ເມືອງແກ່ພວກກະບົດ ທີ່ໄດ້ສ້າງຄວາມຢ້ານກົວ ໃຫ້ແກ່ປະຊາຊົນຊາວໂຄລອມເບຍ ມາເປັນເວລາ ຫຼາຍໆທົດສະວັດຈາກຄ້າຍຕ່າງໆທີ່ເລິກເຂົ້າໄປໃນເຂດປ່າດົງ ຂອງປະເທດ.
ຊາວໂຄລອມເບຍ ທີ່ຄັດຄ້ານ ຕໍ່ຂໍ້ຕົກລົງສັນຕິພາບ
ພວກກະບົດ ຊຶ່ງກິດຈະກຳຕ່າງໆຂອງພວກເຂົາໄດ້ຮັບເງິນສະໜັບສະໜຸນຈາກການຄ້າຢາເສບຕິດແລະລັກພາໂຕໄດ້ໃຫ້ຄວາມໝັ້ນໝາຍທີ່ຈະຍອມວາງອາວຸດ ແລະຊອກຫາທາງສ້າງສັນຕິພາບ ຊຶ່ງນັ້ນກໍເປັນຄວາມສຳເລັດທີ່ພຽງພໍແລ້ວສຳລັບຄະນະກຳມະການໂນແບລຂອງນໍເວ ທີ່ຈະຮັບຮູ້ບົດບາດຂອງທ່ານ Santos.
ຖະແຫຼງຂ່າວທີ່ມີການປະກາດໃນວັນສຸກວານນີ້ຢູ່ນະຄອນອັອສໂລໂດຍທ່ານນາງ Kaci Kullman Five ປະທານຄະນະກຳມະການລາງວັນໂນແບລກ່າວວ່າ ທ່ານ Santos ໄດ້ຊະນະລາງວັນຍ້ອນ “ການດຳເນີນຄວາມພະຍາຍາມ ທີ່ແນ່ວແນ່ຂອງທ່ານ ເພື່ອເຮັດໃຫ້ສົງຄາມກາງເມືອງທີ່ດຳເນີນມາເປັນເວລາດົນ ກວ່າ 50 ປີສິ້ນສຸດລົງ.”