ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos ຖືກປະກາດ ໃຫ້ເປັນຜູ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ໃນວັນສຸກມື້ນີ້ ໃນການດຳເນີນຄວາມພະຍາຍາມຂອງທ່ານ ເພື່ອເຮັດໃຫ້ບັນຫາຂັດແຍ້ງ ທີ່ດຳເນີນມາເປັນເວລາຫ້າທົດສະວັດ ກັບພວກກະບົດມາກຊິສ ສິ້ນສຸດລົງ.
ທ່ານ Santos ກ່າວຕໍ່ຜູ້ອຳນວຍການ ຂອງສະຖາບັນນໍເວ ທີ່ນະຄອນອັອສໂລ ເວລາຜູ້ ອຳນວຍການໂທລະສັບໄປແຈ້ງຂ່າວກ່ຽວກັບການໄດ້ຮັບລາງວັນຂອງທ່ານນັ້ນວ່າ “ຂ້າ ພະເຈົ້າຮູ້ສຶກເປັນກຽດ ແລະຮູ້ບຸນຄຸນເປັນທີ່ສຸດ ນີ້ເປັນເຫດການທີ່ມີຄວາມສຳຄັນຫຼາຍ ສຳລັບປະເທດ ຂອງຂ້າພະເຈົ້າ ສຳລັບພວກເຄາະຮ້າຍ ຈາກສົງຄາມນີ້ ແລະນີ້ ແມ່ນຄວາມໝັ້ນໝາຍ ເພື່ອຈະສືບຕໍ່ພະຍາຍາມນຳເອົາສັນຕິພາບ ມາສູ່ປະເທດຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດ ຂອບໃຈຫຼາຍໆ ຂອບໃຈຫລາຍໆ.”
Your browser doesn’t support HTML5
Nobel Peace Award Announcement
ທ່ານ Santos ແລະຜູ້ນຳຂອງກຸ່ມກຳລັງປະກອບອາວຸດປະຕິວັດໂຄລອມເບຍທີ່ເອີ້ນຫຍໍ້ ວ່າ FARC ທ່ານ Timoleon Jimenez ທີ່ຮູ້ກັນໃນອີກຊື່ນຶ່ງວ່າ Timochenko ນັ້ນ ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບຄັ້ງປະຫວັດສາດໃນເດືອນແລ້ວນີ້ເພື່ອຍຸຕິບັນຫາຂັດແຍ້ງ ທີ່ດົນນານທີ່ສຸດ ໃນອາເມຣິກາກາງ ເຖິງແມ່ນວ່າ ສົນທິສັນຍາດັ່ງກ່າວ ໄດ້ຖືກປະຕິເສດ ໂດຍບັນດາຜູ້ມີສິດປ່ອນບັດສ່ວນໃຫຍ່ ໃນການລົງປະຊາມະຕິໄປແລ້ວກໍຕາມ.
ເຖິງແມ່ນວ່າ ຂໍ້ຕົກລົງນີ້ໄດ້ຖືກປະຕິເສດ ແຕ່ທ່ານ Santos ກໍໄດ້ສັນຍາວ່າຈ ຟື້ນຟູແຜນ ການສັນຕິພາບຄືນໃໝ່ຊຶ່ງຊາວໂຄລອມເບຍຫລາຍໆຄົນມອງເຫັນວ່າ ໃຫ້ການຜ່ອນຜັນຫລາຍເກີນໄປແກ່ພວກກະບົດ FARC.
ພວກຄັດຄ້ານຕໍ່ຂໍ້ຕົກລົງສັນຕິພາບ
ຄະກຳມະການສະເໜີຊື່ໃນການໃຫ້ລາງວັນໂນແບລ ກ່າວຢູ່ໃນຖະແຫຼງຂ່າວສະບັບນຶ່ງ ວ່າ “ຄວາມຈິງແລ້ວສ່ວນໃຫຍ່ຂອງບັນດາຜູ້ມີສິດປ່ອນບັດບໍ່ເຫັນພ້ອມກັບຂໍ້ຕົກລົງສັນ ຕິພາບ ບໍ່ໄດ້ໝາຍຄວາມສະເໝີໄປວ່າ ຂັ້ນຕອນການສ້າງສັນຕິພາບ ໄດ້ຕາຍໄປແລ້ວ. ການລົງປະຊາມະຕິ ບໍ່ແມ່ນການລົງຄະແນນສຽງ ເພື່ອສະໜັບສະໜຸນ ຫຼືຕໍ່ຕ້ານສັນຕິ ພາບ.”
ຄະນະກຳມະການ ກ່າວວ່າ ການລົງຄະແນນສຽງປະຕິເສດ ບໍ່ໄດ້ໝາຍເຖິງ ການລົງຄະແນນສຽງຕໍ່ຕ້ານສັນຕິພາບ ແຕ່ເປັນການຕໍ່ຕ້ານຂໍ້ຕົກລົງສັນຕິພາບທີ່ສະເພາະເຈາະຈົງ ແລະຊຸກຍູ້ໃຫ້ທຸກພັກຝ່າຍ ສືບຕໍ່ການເຈລະຈາຫາລືແຫ່ງຊາດທີ່ແນໃສ່ເພື່ອສ້າງຄວາມກ້າວໜ້າໃຫ້ແກ່ຂັ້ນຕອນສັນຕິພາບ.
ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos (ຊ້າຍແຖວໜ້າ) ແລະຜູ້ບັນຊາການ ກຳລັງປະຕິວັດ ໂຄລອມເບຍ ທ່ານ Rodrigo Londono ຊຶ່ງຮູ້ກັນໃນຊື່ຫຼິ້ນວ່າ Timochenko ຈັບມືກັນ ໃນລະຫວ່າງ ການເຊັນ ຂໍ້ຕົກລົງສັນຕິພາບ
ຄະນະກຳມະການກ່າວວ່າ “ເພື່ອສ້າງຄວາມກ້ຳເກິ່ງລະຫວ່າງຄວາມຈຳເປັນໃນການສ້າງ ຄວາມປອງດອງຊາດ ແລະເພື່ອຄ້ຳປະກັນ ຄວາມເປັນທຳ ຕໍ່ພວກເຄາະຮ້າຍ ຈະເປັນບັນ ຫາທ້າທາຍທີ່ມີຄວາມສຳຄັນເປັນພິເສດ ຈະບໍ່ມີຄຳຕອບງ່າຍໆ ກ່ຽວກັບວ່າເລື້ອງນີ້ຈະບັນ ລຸກັນໄດ້ແນວໃດ.”
ບັນດາຜູ້ມີສິດປ່ອນບັດ ໄດ້ປະຕິເສດບໍ່ເຫັນພ້ອມກັບຂໍ້ຕົກລົງສັນຕິພາບ ດ້ວຍຄະແນນສຽງ 50.2 ຄືພຽງແຕ່ 54,000 ສຽງເທົ່ານັ້ນ. ການຢັ່ງຫາງສຽງປະຊາຊົນກ່ອນການປ່ອນບັດໃນມື້ວັນອາທິດ ທຳນາຍວ່າ ການລົງປະຊາມະຕິດັ່ງກ່າວ ຈະຜ່ານດ້ວຍຄະແນນສຽງສອງຕໍ່ນຶ່ງ.