ຈີນດຳເນີນຄະດີ ນັກເຄື່ອນໄຫວ 2 ຄົນ ຖານລົບກວນ ຄວາມສະຫງົບ ຂອງສັງຄົມ

ທ່ານນາງ Zhang Qing (ຊ້າຍ) ພັນລະຍາ ນັກເຄຶ່ອນໄຫວຈີນ ທ່ານ Guo Feixiong ແລະລູກສາວ Yang Tianjiao ກຳລັງ ກ່າວທີ່ກອງປະຊຸມນັກຂ່າວ.

ນັກ​ເຄື່ອນ​ໄຫວ​ສິດທິ​ມະນຸດ​ຈີນ​ສອງ​ຄົນ ​ໄດ້​ຖືກ​ດຳ​ເນີນ​ຄະດີ
​ໃນ​ວັນ​ສຸກ​ມື້​ນີ້ ​ໃນ​ຂໍ້​ຫາ “ລົບ​ກວນ​ຄວາມສະຫງົບຂອງສັງຄົມ”
​ໄດ້​ກາຍ​ມາ​ເປັນ​ພວກຄັດຄ້ານລັດຖະ ບານຈຸຫລ້າສຸດ ທີ່​ໄດ້​
ຖືກ​ຟ້ອງຮ້ອງ​ໂດຍ​ປັກ​ກິ່ງ.

Guo Feixiong ​ແລະ Sun Desheng ​ໄດ້ຖືກ​ຈັບ​ໃນ​ເດືອນ
​ສິງຫາ ປີ 2013 ຫລັງ​ຈາ​ກ​ໄດ້​ເຂົ້າ​ຮ່ວມ​ໂຮມຊຸມເດີນ​ຂະ​ບວນ
ຢູ່​ນອກ​ຫ້ອງການໜັງສືພິມ​ສະບັບ​ນຶ່ງ ທີ່​ໄດ້​ຕິຕຽນ​ລັດຖະບານ
​ວ່າ ທຳການ​ກວດກາ.

ການ​ດຳ​ເນີນ​ຄະດີ ​ໄດ້​ເລີ້ມ​ໃນ​ວັນ​ສຸກ​ມື້​ນີ້​ ທີ່ເມືອງ Guangshou
ໃນພາກ​ໃຕ້​ຂອງຈີນ​. ບັນດາ​ຜູ້​ທີ່​ປະ​ເຊີນ​ໜ້າ​ ກັບ​ການ​ກ່າວ​ຫາໃນທຳນອງນີ້ ເກືອບ​ວ່າມີ​ຄວາ​ມຜິດ​ສະເໝີແລະ​ໄດ້ຖືກ​ລົງ​ໂທດ​ຕິດ​ຄຸກ​ເປັນເວລາ​ຫລາຍ​ປີ.

ກ່ອນ​ໜ້າການ​ດຳ​ເນີນ​ຄະດີ ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ຮຽກ
ຮ້ອງໃຫ້ປ່ອຍບຸກຄົນທັງສອງໃນທັນທີ ໂດຍເວົ້າວ່າ ພວກນັກ ເຄື່ອນໄຫວເຫຼົ່ານີ້ ແມ່ນ
ເປັນ “ພັນທະມິດໃນການເສີມຄວາມເຂັ້ມແຂງໃຫ້ ແກ່ການປົກຄອງດ້ວຍຕົວບົດກົດ
ໝາຍ ບໍ່ແມ່ນສັດຕູຂອງລັດ.”

ສ່ວນຕາໜ່າງປ້ອງກັນສິດທິມະນຸດຈີນ ຫຼື CHRD ກໍໄດ້ຕຳໜິຕິຕຽນ ຕໍ່ຂໍ້ ຫາດັ່ງກ່າວ
ໂດຍເວົ້າວ່າ ບຸກຄົນທັງສອງຖືກຈັບ ຍ້ອນ “​ຊົມໃຊ້​ສິດທິໃນ​ການ​ປາກ​ເວົ້າ ​ແລະ​ໂຮມ
​ຊຸມນຸມຂອງພວກເຂົາເຈົ້າ.”

ພວກນັກ​ເຄື່ອນ​ໄຫວທັງ​ສອງ​ ເປັນນັກ​ຂຽນ ທີ່​ຮູ້ໂດຍຊື່ນາມ​ປາກກາຂອງ​ເຂົາ​ເຈົ້າ​. ຊື່
​ແທ້ຂອງ Guo ​ແມ່ນ Yang Maodong ແລະຊື່​ແທ້​ຂອງ Sun ​ແມ່ນ Sun Sihuo.