ບັນດາເຈົ້າໜ້າທີ່ຈີນວາງຂໍ້ຫ້າມດ້ານຄວາມປອດໄພໃນເມືອງນຶ່ງ
ໃນພາກຕາເວັນອອກຫຼັງຈາກເກີດການປະທ້ວງຢ່າງຮຸນແຮງມາ
ຫຼາຍຄັ້ງ ຕໍ່ຕ້ານການຮັບມືຂອງລັດຖະບານທ້ອງຖິ່ນ ໃນລະຫວ່າງ
ເກີດລົມໄຕ້ຝຸ່ນໃນຫວ່າງໄວໆມານີ້.
ໃນຄວາມວຸ້ນວາຍຄັ້ງຫຼ້າສຸດທີ່ເມືອງ Yuyao ນັ້ນການປະທ້ວງ
ໂດຍພວກຊາວເມືອງຫຼາຍພັນຄົນໄດ້ຮຸນແຮງຂຶ້ນແລະກາຍເປັນ
ການກໍ່ຈະລາຈົນໃນວັນອັງຄານຜ່ານມາ ຊຶ່ງເປັນການປະທ້ວງ
ຂອງປະຊາຊົນຄັ້ງທີສອງໃນເມືອງດັ່ງກ່າວນັບແຕ່ວັນສຸກແລ້ວນີ້.
ຮູບວີດີໂອ ກ່ຽວກັບການປະທ້ວງໃນມື້ວັນສຸກ ທີ່ອົງການຂ່າວ
Reuters ໄດ້ຮັບສະແດງໃຫ້ເຫັນວ່າ ພວກຊາວເມືອງ Yuyaoໄດ້ຫ້ອມລ້ອມລົດ
ຄັນນຶ່ງ ທີ່ເປັນຂອງສະຖານີໂທລະພາບທ້ອງຖິ່ນ Ningbo.
ພວກຊາວເມືອງຫຼາຍຄົນພາກັນກ່າວຫາສະຖານີໂທລະພາບດັ່ງກ່າວວ່າ ບໍ່ເອົາຫົວ
ຊານຳຄວາມເສຍຫາຍຈາກລົມພາຍຸໄຕ້ຝຸ່ນ Fitow ຊຶ່ງເຮັດໃຫ້ເກີດນໍ້າຖ້ວມຂົງ
ເຂດແຄມທະເລ ແຂວງເຊຈຽງ ໃນວັນທີ 7 ຕຸລານີ້.
ປະຊາຊົນບາງຄົນສະແດງຄວາມໂມໂຫອອກມາ ໂດຍພາກັນແກວ່ງສິ່ງຂອງໃສ່ລົດ
ຂອງສະຖານີໂທລະພາບ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ກະຈົກລົດ.
ໃນວີດີໂອຂອງຜູ້ສະມັກຫຼິ້ນຄົນນຶ່ງ ກ່ຽວກັບການປະທ້ວງນັ້ນ ສາມາດໄດ້ຍິນສຽງ
ຄວາມຈົ່ມວ່າຂອງຊາວເມືອງໄດ້ ກ່ຽວກັບສະຖານີໂທລະພາບແຫ່ງນີ້,
.
ພວກປະທ້ວງ ກ່າວວ່າ ໂທລະພາບ Ningbo ບໍ່ໄດ້ລາຍງານກ່ຽວກັບຊະຕາກໍາຂອງ
ພວກຊາວເມືອງທີ່ຕົກຄ້າງຢູ່ໃນເຂດນ້ຳຖ້ວມ ທີ່ຢູ່ໄປໂດຍບໍ່ມີໄຟຟ້າ ຫຼືນ້ຳໃຊ້ເປັນເວ
ລາຫຼາຍມື້ ໂດຍກ່າວວ່າ ເຫດການຮ້າຍແຮງຫລາຍຢູ່ທີ່ນັ້ນ ແລະໂທລະພາບດັ່ງກ່າວ
ເວົ້າແຕ່ພວກບ່ອນທີ່ດີເທົ່ານັ້ນ ແລະບໍ່ໄດ້ເວົ້າເຖິງພວກບ່ອນທີ່ບໍ່ດີນັ້ນໃຫ້ຄົນຮູ້. ພວກ
ນັກຂ່າວຂອງສະຖານີດັ່ງກ່າວພຽງແຕ່ໄປ ແລະຖ່າຍຮູບເອົາບ່ອນທີ່ດີທີ່ສຸດມາໃຫ້ຜູ້ຄົນ
ຮູ້ຈັກ.
ເວລາຕຳຫຼວດປາບການຈະລາຈົນມາຮອດເພື່ອມາຂັບໄລ່ໃຫ້ປະທ້ວງແຕກໜີໄປ
ພວກປະຊາຊົນພາກັນຫັນໄປຕໍ່ຕ້ານເຂົາເຈົ້າ ຊຶ່ງບາງຄົນພາກັນປີ້ນລົດຕຳຫຼວດ.
ຄວາມໂກດແຄ້ນດັ່ງກ່າວ ໄດ້ພາໃຫ້ເກີດການປະທ້ວງອີກໃນວັນອັງຄານຜ່ານມານີ້
ຊຶ່ງພວກປະທ້ວງພາກັນແກວ່ງກ້ອນຫິນໃສ່ຕຳຫຼວດ ປີ້ນລົດ ແລະບຸກເຂົ້າທຳລາຍ
ອາຄານຂອງລັດຖະບານແຫ່ງນຶ່ງ.
ໄດ້ມີການສົ່ງພວກເຈົ້າໜ້າທີ່ຕຳຫຼວກຫຼາຍຮ້ອຍຄົນໄປຍັງເມືອງດັ່ງກ່າວ ເພື່ອໂຕ້ຕອບ
ຕໍ່ການປະທ້ວງ ໂດຍໄດ້ທຳການຈັບກຸມພວກປະທ້ວງຫຼາຍຄົນ ແລະກູ້ເອົາຄວາມງຽບ
ສະຫງົບຄືນມາໃນວັນພຸດວານນີ້.

Your browser doesn’t support HTML5
China Clamps Down After Eastern City Protests Typhoon Damage