ຊາວ Catalans ຮຽກຮ້ອງ ໃຫ້​ມີ​ການ ລົງປະຊາ​ມະຕິ ແຍກຕົວ​ ຈາກ ​ສະ​ເປ​ນ (ວີດີໂອ)

ພວກປະທ້ວງທັງຫຼາຍພາກັນ ຈັດເປັນແບບໂຕ "V" ສຳຫລັບ ຄຳວ່າ "vote" ຫຼື ການອອກສຽງ ເປັນສີແດງແລະເຫຼືອງ ຊຶ່ງເປັນສີຂອງທຸງຊາດຂອງ Catalan ເພື່ອຂີດໝາຍເຖິງ ວັນຊາດ ຫຼື "Diada," ຢູ່ກາງນະຄອນ Barcelona, ວັນທີ 11 ກັນຍາ 2014.

ພວກແບ່ງແຍກດິນແດນ Catalan ຫຼາຍ​ແສນ​ຄົນ ຢູ່​ທາງ​ພາກ
ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະ​ເປ​ນ ​ທີ່ໄດ້ຮັບແຮງກະ​ຕຸ້ນ​ ຈາກ
ຂະບວນການ​ເຄື່ອນໄຫວ​ເພື່ອຄວາມເປັນເອກະລາດຂອງ
Scotland ນັ້ນ ​ໄດ້ພາ ກັນ​ລົງສູ່ຖະ​ໜົນຫົນທາງ​ສາຍຕ່າງໆ ໃນ
ນະຄອນ Barcelona ​ເມື່ອ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ຮຽກຮ້ອງ​ໃຫ້​
ມີ​ການລົງປະຊາ​ມະຕິໃນການແຍກຕົວ​ອອກ​ຈາກ​ສະ​ເປ​ນ.

ການໂຮມຊຸມນຸມ​ປະ​ທ້ວງໃນ​ວັນຊາດ Catalonia ​ ຫຼື Diada ມີ
ຂຶ້ນ ໃນຂະນະທີ່ທ່ານ Arthur Mas ຜູ້ນຳຂອງຂົງເຂດ ​ໄດ້​ກົດ
​ດັນ​ຕໍ່​ໄປ ໃນ​ແຜນການ​ລົງປະຊາມະຕິ ເພື່ອຄວາມເປັນເອກະ
ລາດ ແບບບໍ່ມີຜົນບັງຄັບ ສຳລັບປະຊາຊົນຢູ່ໃນຂົງເຂດ 7 ລ້ານ
6 ​ແສນ​ຄົນ ​ໃນ​ວັນ​ທີ 9 ພະ​ຈີກ​ນີ້.

ເປັນທີ່ຄາດກັນຢ່າງກວ້າງຂວາງວ່າ ສານ​ລັດຖະທຳ​ມະນູນ​ຂອງ​ສະ​ເປ​ນ ​ຈະຕັດສິນ​ບໍ່ໃຫ້
ມີການລົງຄະແນນສຽງດັ່ງກ່າວ ​ໃນ 2-3 ອາທິດຂ້າງ ໜ້າ​ນີ້.

ບັນດາ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ເວົ້າວ່າ ມີຜູ້ໄປຮ່ວມການປະທ້ວງໃນວັນພະ ຫັດວານນີ້ 1 ລ້ານ
8 ​ແສນ​ຄົນ ​ໃນ​ຂະນະ​ທີ່ພວກຜູ້ແທນ ລັດຖະບານສະ​ເປ​ນ ກະວ່າມີຢູ່ປະມານ 5 ​ແສນ​ຄົນ​.

ນາຍົກລັດຖະມົນຕີສະ​ເປ​ນ ທ່ານ Mariano Rajoy ​ໄດ້​ປະຕິຍານ​ວ່າ​ຈະ​ທຳ​ການ​ສະກັດ​
ກັ້ນ​ການ​ລົງຄະແນນສຽງດັ່ງກ່າວ​ນີ້ ​ເພາະວ່າ​ລັດຖະ ທຳ​ມະນູນຂອງ​ສະ​ເປ​ນ ​ບໍ່ອະ​ນຸຍາດ
​ໃຫ້​ມີການລົງ​ປະຊາ​ມະຕິ​ໃດໆ ທີ່​ບໍ່​ ຊາວ​ສະ​ເປ​ນທັງ​ໝົດເຂົ້າຮ່ວມນຳ.

Your browser doesn’t support HTML5

SPAIN CATALAN DEMO VOSOT