ບຣາຊິລທຳການໄວ້ອາໄລແຫ່ງຊາດ ເປັນເວລາສາມມື້ ລຸນ
ຫລັງການເສຍຊີວິດ ຂອງຜູ້ສະໝັກແຂ່ງຂັນເລືອກຕັ້ງ ປະ
ທານາທິບໍດີ ທ່ານ Eduardo Campos ທີ່ໄດ້ສ້າງຄວາມ
ປັ່ນປ່ວນໃຫ້ແກ່ການເລືອກຕັ້ງປະທານາທິບໍດີ ທີ່ໄດ້ກຳນົດ
ໃສ່ ວັນທີ 5 ຕຸລາທ້າຍປີນີ້.
ທ່ານ Campos ຜູ້ສະໝັກແຂ່ງຂັນປະທານາທິບໍດີ ຈາກພັກ
ສັງຄົມນິຍົມ ແລະ ສະມາຊິກຫລາຍຄົນໃນຄະນະໂຄສະນາ
ຫາສຽງຂອງທ່ານ ໄດ້ເສຍຊີວິດໄປ ໃນວັນພຸດວານນີ້ ເວລາ
ເຮືອບິນສ່ວນຕົວຂອງເຂົາເຈົ້າ ທີ່ບິນຈາກນະຄອນ Rio de
Janeiro ໄປຍັງເມືອງແຄມທະເລ Santos ຕົກລົງໃສ່ຄຸ້ມຄົນ
ຢູ່ອາໄສ ໃນຂະນະທີ່ພະຍາຍາມຈະລົງຈອດ ໃນທ່າມກາງອາກາດທີ່ບໍ່ດີ.
Antonio Campos ນ້ອງຊາຍຂອງທ່ານ Campos ກ່າວວ່າ:
" ຂ້າພະເຈົ້າໄດ້ສູນເສຍອ້າຍທີ່ຂ້ອຍຮັກຄົນນຶ່ງໄປ ຊຶ່ງເປັນເພື່ອນທີ່ດີທີ່ສຸດ
ຂອງຂ້າພະເຈົ້າ. ຂ້າພະເຈົ້າຫາກໍໄດ້ລົມກັບລາວ ຕອນ 6:59 ເຊົ້າມື້ນີ້ເອງ.
Eduardo ຕາຍໃນມື້ດຽວກັນກັບປູ່ ຂອງຂ້າພະເຈົ້າຕາຍ ຊຶ່ງແມ່ນວັນທີ 13
ສິງຫາ ເມື່ອ 9 ປີກ່ອນນີ້ ແຕ່ວ່າລາວຕາຍ ໃນການຕໍ່ສູ້ເພື່ອອຸດົມການຂອງລາວ.”
ສ່ວນທ່ານນາງ Dilma Rousseff ປະທານາທິບໍດີ Brazil ທີ່ຈະລົງແຂ່ງຂັນ ໃນການ
ເລືອກຕັ້ງອີກນັ້ນ ກ່າວວ່າ:
"Brazil ໄດ້ສູນເສຍຜູ້ນຳໜຸ່ມຄົນນຶ່ງໄປທີ່ມີອະນາຄົດອັນສົດໃສຫລາຍ ທີ່ສຸດ
ລໍຖ້າຢູ່ຂ້າງໜ້າ ຊຶ່ງເປັນບຸລຸດທີ່ອາດສາມາດໄຕ່ເຕົ້າຂຶ້ນໄປສູ່ຕຳແໜ່ງທີ່ສູງທີ່ສຸດ
ຂອງປະເທດນີ້. ບໍ່ຕ້ອງສົງໃສໃດໆເລີຍວ່າ ມັນເປັນການສູນເສຍອັນນຶ່ງ. ເຖິງ
ແມ່ນພວກເຮົາຈະມີຄວາມແຕກຕ່າງກັນກໍຕາມ ແຕ່ພວກເຮົາ ຍາມໃດ ກໍຮັກສາ
ຄວາມສຳພັນອັນເຂ້ມແຂງ ທີ່ມີ ແຕ່ຄວາມເຄົາລົບນັບຖື ຊຶ່ງກັນແລະກັນ."
Your browser doesn’t support HTML5
BRAZIL ELECTION TURMOIL CNPK