ອອສເຕຣເລຍ ເຫັນດີ ທີ່ຈະປິດ ສະຖານທີ່ ກັກຂັງຜູ້ຂໍລີ້ໄພໃນ ປາປົວ ນິວກີນີ

ພວກຜູ້ຂໍລີ້ໄພ ຢືນເບິ່ງຜ່ານຕາໜ່າງຮົ້ວ ທີ່ສູນກັກຂັງ ເກາະ Manus ໃນປະເທດ ປາປົວ ນິວກີນີ, 21 ມີນາ 2014.

ປະເທດ ອອສເຕຣເລຍ ໄດ້ເຫັນດີທີ່ຈະປິດສະຖານທີ່ກັກຂັງຜູ້ຂໍລີ້ໄພ​ໃນເກາະ Manus ທາງພາກເໜືອຂອງ ປາປົວ ນິວກີນີ.

ການປິດສະຖານທີ່ດັ່ງກ່າວໄດ້ຖືກປະກາດ​ໃຫ້​ຊາບໃນວັນພຸດມື້ນີ້ ໃນຖະແຫລງການສະ ບັບໜຶ່ງ ໂດຍນາຍົກລັດຖະມົນຕີ ປາປົວ ນິວກີນີ ທ່ານ Peter O’Neil, ທີ່ກ່າວວ່າ ​ໄດ້​ມີ​ການ​ບັນລຸ​ຂໍ້ຕົກລົງສະບັບໜຶ່ງ ຫຼັງຈາກການ​ພົບ​ປະກັບລັດຖະມົນຕີ ຮັບຜິດຊອບ ​ດ້ານ​ຄົນ​ເຂົ້າ​ເມືອງຂອງອອສເຕຣເລຍ ທ່ານ Peter Dutton ທີ່ເມືອງ Port Moresby. ສານສູງ ສຸດຂອງປະເທດເກາະດອນທີ່ຕັ້ງຢູ່ໃນມະຫາສະໝຸດ ປາຊີຟິກ ​ແຫ່ງ​ນີ້ ໄດ້ຕັດສິນໃນ ເດືອນເມສາທີ່ຜ່ານມາວ່າ ສະຖານທີ່ດັ່ງກ່າວແມ່ນບໍ່ຖືກຕ້ອງຕາມກົດໝາຍ, ໃນຂະນະທີ່ ມັນໄດ້ລ່ວງລະເມີດສິດທິຕາມລັດຖະທຳມະນູນຂອງພວກຖືກກັກຂັງ ກ່ຽວກັບ ສິດເສລີ ພາບຂອງ ສ່ວນ​ບຸກຄົນ.

ຖະແຫຼງການບໍ່ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ກຳນົດ​ເວລາ​ໃນການປິດສະຖານທີ່ກັກຂັງດັ່ງ ກ່າວໃນທີ່​ສຸດ​ນັ້ນ.

ມີຫລາຍກວ່າ 800 ຄົນແມ່ນກຳລັງຖືກກັກຂັງທີ່ສູນ Manus ແລະ ອີກຫຼາຍຮ້ອຍຄົນຖືກ ກັກຂັງ ທີ່ສະຖານກັກຂັງແຫ່ງທີ 2 ໃນເກາະ Nauru, ເຊິ່ງເປັນສ່ວນໜຶ່ງຂອງນະໂຍບາຍ Canberra ​ເພື່ອສະກັດກັ້ນພວກ​ທີ່​ພະຍາຍາມ​ເດີນທາງ​ໂດຍ​ທາງເຮືອ​ໄປອອສເຕຣເລຍ ແລະ ຂໍລີ້ໄພທີ່​ນັ້ນ. ພວກອົບພະຍົບໄດ້ຖືກຂັດຂວາ​ງບໍ່​ໃຫ້​ເຂົ້າ​ໄປຕັ້ງຖິ່ນຖານ​ໃໝ່ ໃນ ອອສເຕຣເລຍ, ​ເຖິງແມ່ນວ່າ ພວກເຂົາເຈົ້າໄດ້ຮັບສະຖານະເປັນອົບພະຍົບກໍຕາມ.

ທ່ານ Dutton ໄດ້ອອກຖະແຫຼງການສະບັບໜຶ່ງໃນວັນພຸດມື້ນີ້ ເພື່ອຢືນຢັນອີິກຄັ້ງໜຶ່ງ ກ່ຽວກັບ ນະໂຍບາຍດັ່ງກ່າວນັ້ນ ແລະ ເນັ້ນຢ້ຳວ່າ ຈະບໍ່ມີໃຜຈາກສະຖານທີ່ກັກຂັງໃນ ເກາະ Manus ​ໄດ້​ຮັບ​ອະນຸຍາດ ​ໃຫ້​ເຂົ້​າ​ໄປຕັ້ງຖິ່ນຖານໃນ ອອສເຕຣເລຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ