​ອັຟກາ​ນິສຖານ ສັ່ງເນລະເທດ ນັກຂ່າວ ໜັງສືພິມ New York Times (ວີດີໂອ)

ນັກຂ່າວ ຂອງ 'New York Times' ທ່ານ Matthew Rosenberg ອາຍຸ 40 ປີ ໄດ້ກ່າວໃນການໃຫ້ສຳພາດຢູ່ນະຄອນຫລວງ Kabul ປະເທດອັຟການິສະຖານ, ວັນທີ 20 ສິງຫາ 2014.

ອະທິໄອ​ຍະ​ການ​ຂອງ​ອັຟກາ​ນິສຖານ ​ໄດ້​ສັ່ງ​ໃຫ້​ນັກ​ຂ່າວ​ຂອງ
ໜັງສືພິມ New York Times ​ອອກ​ຈາກ​ປະ​ເທດ ຫຼັງຈາກ​ທີ່​
ໜັງສືພິມ​ດັ່ງກ່າວ ​ໄດ້​ລົງ​ຂ່າວ​ເລື່ອງນຶ່ງ​ວ່າ ​ມີ​ບັນດາ​ເຈົ້າໜ້າ​ທີ່ໆ
ມີອິດທິພົນ​ໃນ​ລັດຖະບານ​ ຂົ່ມຂູ່​ຈະ​ຢຶດ​ເອົາ​ອຳ​ນາດ​ເພື່ອທັບມ້າງ
ສະພາບການບໍ່ໄປບໍ່ມາທາງດ້ານ ການເມືອງ ກ່ຽວກັບການ​ເລືອກ​
ຕັ້ງປະທານາທິບໍດີ ໃນປັດຈຸບັນນີ້.

​ໃນ​ຖະ​ແຫລ​ງຂ່າວສະບັບນຶ່ງ​ເມື່ອ​ວັນ​ພຸດ​ວາ​ນນີ້ ​ທຳນຽບອະທິ
ໄອ​ຍະການ​ຂອງ​ອັຟກາ​ນິສຖານ ກ່າວ​ວ່າ ທ່ານ Matthew
Rosenberg ຕ້ອງ​ອອກ​ຈາກ​ປະ​ເທດ ພາຍ​ໃນ 24 ຊົ່ວ​ໂມງ. ​ທ່ານ
Basir Azizi ໂຄສົກ​ຂອງອະທິໄອ​ຍະການ​ ກ່າວ​ວ່າ ຂ່າວ​ເລື່ອງ​ດັ່ງກ່າວ ​ແມ່ນ​ຂັດ ກັບ​ຜົນ​ປະ​ໂຫຍ​ດ​ຕ່າງໆແຫ່ງ​ຊາດ ​ແລະຄວາມ​ໝັ້ນຄົງ​ຂອງ​ປະ​ເທດ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ໄດ້​ປະນາມ ຄຳ​ສັ່ງຂັບ​ໄລ່ດັ່ງກ່າວ ໂດຍເອີ້ນວ່າ
“​ເປັນ​ບາດ​ກ້າວ​ຖອຍຫຼັງທີ່​ສຳຄັນ ສຳ​ຫລັບ​ສິດ​ເສລີ​ພາບ​ດ້ານການຂ່າວ​ໃນ​
ອັຟກາ​ນິດສະຖານ.”

ໜັງ​ສື​ພິມ The New York Times ກ່າວ​ວ່າ ທ່ານ Rosenberg ​ໄດ້​ຖືກ​ຮຽກ​ຕົວໄປ
ສອບຖາມ ເມື່ອ​ວັນ​ອັງຄານ​ຜ່ານ​ມາ ​ໃນນະຄອນ ຫລວງກາ​ບູລ ​ແຕ່ໄດ້ປະຕິ​ເສດບໍ່
ຍອມລະບຸ​ຊື່ແຫຼ່ງຂ່າວ ​ໃນ​ລັດຖະບານ​ ທີ່​ລາວ​ໄດ້​ອ້າງ​ອິງ​ເຖິງ​ ໃນລາຍ​ງານຂອງລາວນັ້ນ.

ທ່ານ Rosenberg ກ່າວ​ວ່າ ລາວ ​ແລະ ໜັງສືພິມ​ The New York Times ໄດ້​ໃຫ້ຄວາມ​ຮ່ວມ​ໄມ້​ຮ່ວມ​ມື​ ຢ່າງ​ເຕັມ​ສ່ວນ ​ແລະ ​ໄດ້ສະ​ເໜີ​ແນະວ່າ ການ​ຂັບ​ໄລ່​ດັ່ງກ່າວ ມີຈຸດປະສົງທາງ​ການ​ເມືອງ.

Your browser doesn’t support HTML5

AFGHANISTAN US JOURNALIST VOSOT