ເຈົ້າໜ້າທີ່ ສະຫະລັດ ປະກາດວ່າ ການຍຶດເອົາເມືອງ Mosul ຄືນມານັ້ນ ບັດນີ້ ຕົກເປັນໜ້າທີ່ ຂອງພວກເຮົາ

ກຳລັງລັດຖະບານອີຣັກ ຂັບລົດຫຸ້ມເກາະ ປະມານ 40 ກິໂລແມັດ ຢູ່ທາງພາກຕາເວັນຕົກ ຂອງເມືອງ Qayyarah ປະເທດອີຣັກ

ບັນດາ​ເຈົ້າໜ້າ​ທີ່ສະຫະລັດ ​ແລະ​ອີຣັກຈຳນວນ​ນຶ່ງ​ ພາກັນ​ສະ​ແດງ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຫຼາຍຂຶ້ນ ກ່ຽວ​ກັບ​ຄວາມ​ເປັນ​ໄປໄດ້ໃນ​ການທີ່​ຈະເຂົ້າຍຶດ​ເອົາ​ເມືອງ Mosul ຊຶ່ງ​ເປັນ​ເມືອງທີ່​ສຳຄັນ ກັບ​ຄືນ​ມາຈາກ​ກຸ່ມກໍ່​ການ​ຮ້າຍລັດ​ອິສລາມຫລື IS ​ໄວ​ກວ່າ​ທີ່​ຄາດ​ຄິດ​ໄວ້​ໃນ​ຂັ້ນຕົ້ນ.

ບໍ່​ມີໃຜ​ສະ​ເໜີແນະ​ວ່າ ການ​ສູ້​ລົບເພື່ອ​ເຂົ້າຍຶດ​ເອົາ​ເມືອງ​ສຳຄັນ ຊຶ່ງ​ເປັນ​ເມືອງ ຫລວງ​ຂອງ​ກຸ່ມ​ ທີ່​ສະຖາປະນາ​ຕົນ​ເອງ​ວ່າ​ເປັນ​ລັດ​ອິສລາມ​ນັ້ນ ​ຈະເປັນເລື້ອງ ທີ່ງ່າຍດາຍ. ​ແຕ່​ກໍມີ​ຄວາ​ມຮູ້ສຶກກັນ​ວ່າ ​ແຮງ​ກະຕຸກ​ຊຸກຍູ້​ແມ່ນ​ເປັນ​ຂອງກຳລັງ​ອີຣັກ ​ທີ່ໝູ​ນຫລັງ​ໂດຍ​ກຳລັງ​ທາງ​ອາກາດ​ຂອງສະຫະລັດແລະແນວ​ໂຮມ​ ​ແລະ​ບັດ​ນີ້​ກໍເຖິງ​ເວລາ​ທີ່ຈະ​ບຸກ​ຄວາມຄືບ​ໜ້າ​ໄດ້.

ລະເບີດທີ່ຖືກປະປ່ອຍໄວ້ໂດຍພວກຫົວຮຸນແຮງ IS.

“​ໃນ​ຫລາຍໆ​ດ້ານການ​ໂຈມ​ຕີ​ທາງ​ທະຫານ​ຂອງພວກ​ເຮົາ ປັດ​ນີ້​ ​ແມ່ນ​ກ້າວໜ້າ ກ່ອນ​ທີ່ພວກ​ເຮົາ​ໄດ້​ຄຶດເອົາໄວ້ ​ໃນປັດຈຸບັນ​ນີ້” ນັ້ນຄື​ຄຳເວົ້າຂອງທູດ​ພິ​ເສດປະ ທາ​ນາ​ທິບໍດີ​ສະຫະລັດ ​ທ່ານ Envoy Brett McGurk ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ກ່ອນໜ້າ​ສອງ ກອງປະຊຸມ ທີ່ເພັ່ງ​ເລັງໃສ່​ອະນາຄົດ​ຂອງ​ອີຣັກ​ແລະ​ການ ​ສູ້​ລົບ​ຕ້ານກຸ່ມ IS.

“​ເມືອງ Mosul ບັດ​ນີ້ ​ແມ່ນ​ຂຶ້ນ​ຢູ່​ກັບ​ພວກ​ເຮົາ” ທ່ານ​ໄດ້​ກ່າວ​ເພີ້​ມຕື່ມຢູ່່ໃນການ​ພົບ​ກັບລັດຖະມົນຕີ​ຕ່າງປະ​ເທດ​ອີຣັກ ທີ່​ສະ​ຖາ​ບັນສັນຕິພາບ​ສະຫະລັດ​ໂດຍ​ໃຫ້ ​ຂໍ້​ສັງ​ເກດ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອີຣັກ ຍັງ​ບໍ່​ທັນ​ໄດ້​ເສຍ​ໄຊ ​ໃນການ​ສູ້​ລົບ​ມາໄດ້ກວ່າ​ນຶ່ງ​ປີ​ແລ້ວ.

ຄວັນໄຟພູຂຶ້ນສູ່ທ້ອງຟ້າ ຫລັງຈາກການໂຈມຕີທາງອາກາດ ຂອງກຳລັງແນວໂຮມ ຕ້ານລັດອິສລາມ.

ລັດຖະມົນຕີ​ຕ່າງປະ​ເທດ​ອີຣັກ ກໍມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ ​ໂດຍຮ້ອງ​ເມືອງ Mosul ວ່າ “​ເປັນ​ເປົ້າ​ໝາຍ​ຕໍ່​ໄປ.”

ທ່ານ Ibrahim al-Jaafari ກ່າວ​ຜ່ານ​ນາຍ​ພາສາ​ວ່າ “ມັນ​ເປັນ​ບ່ອນຫລົບ​ລີ້ແຫ່ງສຸດທ້າຍ ຂອງ Daesh ​ໃນ​ອີຣັກ.”

ເຖິງ​ແມ່ນໄດ້​ຮັບ​ກຳລັງ​ໃຈຈາກ​ການບຸກ​ໂຈມ​ຕີ​ ​ເມື່ອ​ໄວໆ​ມານີ້ເພື່ອ​ເຂົ້າຍຶດ​ເອົາ​ຖານ​ທັບ​ອາກາດ Qayyarah West ຊຶ່ງຕັ້ງຢູ່​ທາງທິດໃຕ້​ຂອງ​ເມືອງ Mosul ຈາກ IS ກໍ​ຕາມ ທັງທ່ານ McGurk ຫລື​ທ່ານ Jaafari ກໍບໍ່​ຍອມຕັ້ງກຳນົດ ເວລາ ກ່ຽວ​ກັບການ​ປະຕິບັດ​ງານ​ເພື່ອ​ຍຶດ​ເມືອງ Mosul ​ໂດຍຮັບ​ຮູ້​ວ່າຄວາມ​ພະຍາຍາມ​ໃດໆກໍ​ຕາມ ​ທີ່​ຈະ​ຍຶດ​ເອົາ​ເມືອງດັ່ງກ່າວນັ້ນ​ຄືນ​ມາຈະເຕັມ​ໄປ​ດ້ວຍ ຄວາມ​ສັບສົນ​ ​ດ້ວຍ​ການ​ຕີ​ຕ້ານ​ຄືນ​ກໍ​ມີ​ທາງ​ເປັນ​ໄປ​ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ