38 ຄົນ ເສຍຊີວິດ ຍ້ອນອັກຄີໄພ ຢູ່ບ້ານພັກ ຄົນຊະລາ ໃນ ປະເທດຈີນ

ພະນັກງານກູ້ໄພຄົນນຶ່ງ ກຳລັງເຮັດວຽກ ຢູ່ບ່ອນຖືກໄຟໄໝ້ ທີ່ຄຸຸ້ມ Sanlihe ໃນເມືອງ Pingdingshan ແຂວງ Henan.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ອັກຄີ​ໄຟທີ່ໄດ້
ລຸກໄໝ້ເຜົາ​ຜານ​ບ້ານ​ພັກ​ແຫ່ງນຶ່ງຂອງ​ພວກຜູ້​ເຖົ້າ ຢູ່​ໃນພາກ
​ກາງຂອງ​ປະ​ເທດ​ຈີນ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີ​ວິດ 38 ຄົນ ​ແລະ​ໄດ້​ຮັບ
​ບາດ​ເຈັບ​ຫົກ​ຄົນ ອ້າງ​ອີງ​ຕາມ​ລາ​ຍງານ​ຂອງ ອົງການຂ່າວ​ເອພີ.

​ອັກຄີ​ໄພ​ໄດ້​ເກີ​ດຂື້ນໃນ​ຕອ​ນກາງຄືນ​ຂອງວັນ​ຈັນວານນີ້ ຢູ່​ຕຶກ
ອາຄານບ້ານພັກ ພວກຜູ້ເຖົ້າທີ່ບໍລິຫານງານໂດຍເອກກະຊົນ
ທີ່​ເມືອງ Pingdingshan ​ໃນ​ແຂວງ Henan ​ອີງ​ຕາມ​ຖະ​ແຫລ​ງ​ການຂອງຫ້ອງການຄຸ້ມຄອງ​ຄວາມ​ປອດ​ໄພໃນດ້ານ ວຽກງານ
​ຂອງ​ແຂວງ.

ຖະ​ແຫລ​ງການ​ກ່າວ​ວ່າ ສອງ​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ແມ່ນຢູ່ໃນອາການສາຫັດ. ອົງການ
​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ກ່າວ​ວ່າ ການ​ປະຕິບັດ​ງານ​ກູ້​ໄພ ກຳລັງ​ດຳ​ເນີນ​ຢູ່​ຕໍ່​ໄປ​
ໃນຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ແລະ​ສາ​ເຫດ​ຂອງອັກຄີ​ໄພ ຍັງບໍ່​ທັນເປັນທີ່ແຈ່ມແຈ້ງເທື່ອ.
ຍ້ອນມີ​ປະຊາຊົນທີ່ເຖົ້າ​ແກ່ຊະ​ລາເພີ້​ມຂື້ນ​ຢ່າງ​ວອງ​ໄວ ​ແລະພາຍ​ໃຕ້ຕາໜ່າງ ຄວາມ
ປອດໄພຂອງສັງຄົມ​ທີ່ບໍ່ມີການຊ່ວຍ​ເຫລືອ​ແກ່ປະຊາ​ຄົມພຽງພໍ ຈີນ​ປະ​ເຊີນ​ໜ້າ​ກັບ
ຄວາມກົດ​ດັນເພີ້ມຂຶ້ນ ເພື່ອໃຫ້ສະໜອງ​ການ​ປິ່ນປົວ​ເບິ່ງ​ແຍງ​ພວກ ຜູ້ເຖົ້າທີ່ປອດໄພ
ແລະບໍ່ແພງເກີນໄປ.

​ໃນ​ປີ 2013 ຜູ້​ທີ່​ບໍ່ພໍ​ໃຈ​ຄົນ​ນຶ່ງ ​ໄດ້​ຈູດ​ບ້ານ​ພັກ​ຂອງພວກຜູ້ເຖົ້າ ໂດຍສັງຫານ​ຕົນ​ເອງ
​ແລະ​ອີກ 10 ຄົນທີ່​ແຂວງ Heilongjiang ​ຢູ່​ທາ​ງພາກ​ຕາ​ເວັນ​ອອກ ສຽງ​ເໜືອຂອງຈີນ.