ບັນດານັກຄົ້ນຄວ້າ ຜະລິດ ຂາທຽມ ແບບ​ຫຸ່ນ​ຍົນ ທີ່ຄ້າຍຄື ກັບຂາແທ້ໆ

Your browser doesn’t support HTML5

ຊົມວີດີໂອ ລາຍງານນີ້

ບັນດາຂາທຽມລຸ້ນໃໝ່ ສາມາດເຮັດໃຫ້ ຜູ້ນຳໃຊ້ພວກມັນ
ຍ່າງໄດ້ງ່າຍຄືກັນກັບ ຄົນອື່ນໂດຍທົ່ວໄປ. ນຶ່ງໃນບັນດາ
ພວກອົງຄະທຽມເຫຼົ່ານີ້ ສາມາດເຮັດໃຫ້ຜູ້ທີ່ສຸບໃສ່ມັນນັ້ນ
ຮູ້ຊຶກເຖິງພື້ນດິນໄດ້ດ້ວຍ. ຜູ້ສື່ຂ່າວວີໂອເອ Carol
Pearson ມີເລື້ອງນີ້ຕື່ມ ເຊິ່ງໄຊຈະເລີນສຸກ ຈະນຳມາສະເໜີ
ທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ບັນດານັກຄົ້ນຄວ້າ ຜະລິດ ຂາທຽມ ແບບ​ຫຸ່ນ​ຍົນ ທີ່ຄ້າຍຄື ກັບຂາແທ້ໆ.

ໃນເວລາທີ່ເຮົາຍ່າງພວກ​ເຮົາສ່ວນໃຫຍ່​ແມ່ນບໍ່​ໄດ້​ໃສ່​ໃຈເລີຍວ່າຂາ​ມັນ​ພາ​ເຮົາ​ຍ່າງ​ໄດ້
​ຈັ່ງ​ໃດ. ພວກ​ເຮົາ​ຍ່າງ​ໄດ້​ກໍ​ເພາະ​ວ່າ ມີສັນຍານ ໄຟຟ້າໜ້ອຍໆ​ແລ່ນ​ໄປ​ຍັງ​ຂາຂອງ​ເຮົາ
ເຮັດໃຫ້ກ້າມເນື້ອຂາຮັດ​ແໜ້ນ ເຂົ້າ ເພື່ອຊ່ວຍໃຫ້ຂໍ້ຕໍ່ເຄື່ອນຍ້າຍ​ໄດ້. ທຸກສິ່ງເຫຼົ່ານັ້ນ
ແມ່ນຄວບຄຸມ ໂດຍສະໝອງ ຂອງພວກເຮົາ.

ບັນດານັກຄົ້ນຄວ້າໄດ້ທຳງານມາ​ໄລຍະ​ໜຶ່ງ​ແລ້ວ ເພື່ອຜະລິດຂາທຽມ ​ແບບ​ຫຸ່ນ​ຍົນ
ທີ່ຮຽນແບບການເຄື່ອນໄຫວ ຂອງຂາທຳມະຊາດ.

ທ່ານ Terry Karpowicz ຜູ້​ຮ່ວມ​ຄົ້ນ​ຄ້ວາ​ຄົນ​ໜຶ່ງ ເວົ້າວ່າ “ຂານີ້​ແມ່ນອຳນວຍໃຫ້ ຂ້າພະເຈົ້າມີໂອກາດ ໄຫລລົງຂັ້ນໄດ​ໄດ້ ແລະໂດຍ ທີ່ບໍ່ຕ້ອງໄດ້ຄິດເຖິງວິທີ
ການຂອງຂັ້ນຕອນຕໍ່ໄປ.”

ທ່ານ Terry Karpowicz ພວມທົດລອງ ຂາຫຸ່ນຍົນອັນນີ້ ຢູ່ທີ່ ສະຖາບັນຟື້ນຟູບຳບັດ
ຂອງນະຄອນ Chicago (( www.ric.org )) .

ຂາທຽມທີ່​ແລ່ນ​ດ້ວຍເຄື່ອງຈັກນີ້ ​ແມ່​ນນຳ​ໃຊ້ສັນຍານໄຟຟ້າ ທີ່ຜະລິດ​ໂດຍກ້າມເນື້ອຂອງ
ກົກຂາ ທີ່​ເອີ້ນວ່າ electromyographic ຫຼື E-M-G.

ທ່ານ Levi Hargrove ຈາກສະຖາບັນຟື້ນຟູບຳບັດ ຂອງນະຄອນ Chicago ເວົ້າວ່າ
“ພວກເຮົາຮັບເອົາສັນຍານ E-M-G ​ໂດຍ​ການ​ໃຊ້ ​ເສົາອາກາດໜ້ອຍໆ ທີ່​ເອີ້ນ​
ວ່າ electrodes ຫຼື ຂົ້ວໄຟຟ້າ ຄືເວລາ ຂົ້ວໄຟຟ້າ ສຳພັດກັບຜິວໜັງ ​ເຮົາ​ຈະ​
ສາມາດຮູ້ສຶກ​ເຖິງສັນຍານ EMG ແລະ ພວກເຮົາກໍຮັບເອົາພວກສັນຍານເຫຼົ່ານັ້ນ
ແລະ ຖອດລະຫັດມັນ ອອກ​ມາ.”

ທ່ານ Levi Hargrove ເປັນຫົວໜ້ານຳພາ ການຄົ້ນຄວ້າດັ່ງກ່າວ ທີ່ຜະລິດອຸປະກອນ
ອັນນີ້. ຫົວເຂົ່າ ແລະ ຂໍ້ເທົ້າ ຂອງຂາ​ຫຸ່ນ​ຍົນ ແມ່ນ​ໃຊ້ເຄື່ອງຈັກທີ່​ແລ່ນ​ດ້ວຍ​ສັນຍານ​ໄຟຟ້າ
​ດັ່ງກ່າວ ເພື່ອຮຽນ​ແບບ​ວິທີການເຄື່ອນໄຫວຕາມທຳມະດາ ຂອງ​ຂາ​ທຳ​ມະ​ຊາດ.

ທ່ານ Levi Hargrove ເວົ້າວ່າ “​ແຮງ​ໄຟຟ້າ​ໃນ​ເຄື່ອງ​ຈັກ​ຢູ່​ໃນ​ຂາ​ທຽມ ຈະຊຸກເຈົ້າ
ໄປເລື້ອຍໆ. ມັນສາມາດຊຸກເຈົ້າ​ໃຫ້​ຢືນ​ຂຶ້ນ ແລະ ອອກຈາກບ່ອນນັ່ງ​ໄດ້. ມັນສາ
ມາດຊຸກເຈົ້າຂຶ້ນຂັ້ນໄດ ຫຼື ຂຶ້ນ​ຄ້ອຍ​ ລົງ​ຄ້ອຍ​ໄດ້.”

ຢູ່ທີ່ມະຫາວິທະຍາໄລ​ແຫ່ງ​ເມືອງ Linz ​(University of Linz) ປະ​ເທດ​ອອສ​ເຕຣຍ
ອາຈານ Hubert Egger ຫາກໍເປີດໂຕ ຂາທຽມ ອັນທຳອິດ ທີ່ສາມາດ ສົ່ງຄວາມຮູ້ສຶກ
ຕ່າງໆ ໄປຫາສະໝອງໄດ້ ຄືກັນກັບຂາແທ້. ບັນດາໝໍຜ່າຕັດ ໄດ້ຕັດຕໍ່ ສົ້ນສຸດຂອງເສັ້ນ
ປະສາດ ທີ່ຍັງເຫຼືອຢູ່ ຂອງຕີນຜູ້ຖືກຂາຄົນ​ໜຶ່ງ ໃສ່ກັບເນື້ອເຍື່ອຂອງຂາໂຕ້ຂອງ​ຜູ້ກ່ຽວ.
(( http://www.fh-ooe.at/ ))

ພວກ​ນັກ​ຄົ້ນ​ຄ້ວາ ​ໄດ້​ເອົາເຄື່ອງ sensors ​ໄປຕິດຕັ້ງໃສ່ພື້ນຕີນທຽມ ແລະເຊື່ອມຕໍ່​ໃສ່
ກັບເຄື່ອງກະຕຸ້ນສັນຍານທຽມ ທີ່ຕິດຢູ່ກັບຂາ. ອຸປະກອນ​ດັ່ງກ່າວ ຍັງ​ເຮັດ​ໃຫ້​ຜູ້​ທີ່​ໃສ່​ຂາ​
ທຽມ​ນີ້ ຮູ້ສຶກໄດ້​ວ່າ ຕົນ​ກຳລັງ​ຍ່າງ​ຢູ່​ເທິງ​ພື້ນ​ດິນ.

ທ່ານ Wolfgang Rangger ທີ່​ທົດ​ລອງ​ໃສ່​ຂາ​ຫຸ່ນ​ຍົນ​ດັ່ງກ່າວ ​ເວົ້າ​ວ່າ ດ້ວຍ​ຂາ​ທຽມ​ອັນ​ນີ້
ລາວສາມາດ​ບອກ​ໄດ້​ວ່າ ມັນ​ແມ່ນພື້ນ​ດິນ​ປະ​ເພດ​ໃດ ທີ່ລາວ​ກຳລັງ​ຍ່າງ​ຢູ່​ເທິງ​ນັ້ນ ​ແລະ
ໃນ​ລະດູ​ໜາວ ລາວກໍບໍ່​ພະ​ລາ​ດ​ ​ນ້ຳກ້ອນ​ອີກ​ຕໍ່​ໄປ.

ບັນດາຜູ້​ເຂົ້າຮ່ວມ​ ໃນ​ທັງ​ສອງໂຄງການຄົ້ນ​ຄວ້າ​ນີ້ ໄດ້​ສະ​ແດງຄວາມ​ຮູ້ສຶກ ​ເຖິງຄວາມ​ສົມ
ບູນຂອງ​ຮ່າງກາຍ​ ຂອງ​ເຂົາ​ເຈົ້າ​ ຄືນ​ໃໝ່ອີກ. ນາງ Hailey Danisewicz ໄດ້ປະກອບ
ສ່ວນ​ໃນ​ການ​ສຶກສາ​ຄົ້ນ​ຄວ້າ ຢູ່ Chicago.

ນາງ Danisewicz ​ເວົ້າວ່າ “ອັນ​ນີ້ ​ເປັນ​ສິ່ງ​ທີ່​ໃກ້​ຄຽງ​ທີ່​ສຸດ ກັບ​ການ ມີຂາ​ສອງ​ຂ້າງ
ທີ່​ຂ້າພະ​ເຈົ້າ​ສາມາດ​ເຂົ້າ​ໃກ້ໄດ້. ສິ່ງ​ທີ່​ພວກ​ເຮົາ​ກຳລັງ​ທຳ​ງານ​ຢູ່​ໃນ​ຫ້ອງ​ທົດ​ລອງ​
ນີ້ ໃນ​ທີ່​ສຸດ​ແລ້ວ ມັນ​ກໍ​ຈະ​ປ່ຽນ​ແປງ​ຊີວິດ​ ຂອງ​ພວກ​ທີ່​ຖືກ​ຕັດ​ແຂນ​ຂາ ​ໃນທົ່ວ​ທຸກ​
ແຫ່ງ​. ຂ້າພະ​ເຈົ້າ ໝາຍ​ຄວາມ​ວ່າ ມັນ​ດີ​ແທ້ໆ.”

ການ​ສຶກສາ​ຄົ້ນຄວ້າ ທີ່​ໄດ້​ດຳ​ເນີນ​ການ ຢູ່​ທີ່​ສະ​ຖາ​ບັນ​ຟື້ນ​ຟູ​ບຳບັດ ຂອງນະຄອນ Chicago ​ໄດ້​ຖືກ​ພິມ​ລົງ​ໃນ ວາລະສານ ສະມາຄົມການ​ແພດ ອາ​ເມຣິກັນ.
((NATS: treadmill))

ຢູ່​ໃນ​ປະ​ເທດ ອອສ​ເຕຣຍ ອາຈານ Egger ​ພວມ​ພະຍາຍາມ ທີ່​ຈະ​ຊອກ​ຫາ ວິທີທາງ
ເຮັດ​ໃຫ້ ອົງຄະ​ທຽມ​ຂອງທ່ານ ມີ​ລາຄາ​ຖືກລົງ​ ເພື່ອ​ໃຫ້ຜູ້​ຄົນ ​ໃນ​ຈຳນວນ​ຫລາຍ​ຂຶ້ນ
ສາມາດໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກ​ມັນ ລວມທັງ ພວກຄົນ​ຢູ່​ໃນບັນດາ​ປະ​ເທດ ທີ່​ກຳລັງ​
ພັດທະນາ​.