ພວກນັກຄົ້ນຄວ້າ ເອີ້ນຂີດໝາຍ ຄວາມທຸກຍາກ ຂອງ ທະນາຄານໂລກ ຕ່ຳໂພດ

ປະທານທະນາຄານໂລກ ທ່ານ Jim Yong Kim ກ່າວຕໍ່ຝູງຊົນ ໃນລະຫວ່າງການປຸກລະດົມ ເພື່ອຍຸດຕິ ຄວາມທຸກຍາກ ພາຍໃນປີ 2030 ທີ່ວໍຊິງຕັນ (10 ເມສາ 2014)

ການຄົ້ນຄວ້າຄັ້ງໃໝ່ ສະແດງໃຫ້ເຫັນວ່າ ໂຕເລກຄວາມທຸກ
ຍາກຂອງໂລກ ທີ່ທະນາຄານໂລກກຳນົດໄວ້ວ່າເປັນພວກທີ່
ດຳລົງຊີວິດ ຫລືມີລາຍໄດ້ ຕ່ຳກວ່າ 1 ໂດລາກັບ 25 ຕໍ່ມື້ນັ້ນ
ອາດຈະປະເມີນຕ່ຳກວ່າຄວາມເປັນຈິງ ເຖິງນຶ່ງສ່ວນສາມ.

ໂຕເລກດັ່ງກ່າວຂອງທະນາຄານໂລກແມ່ນໄດ້ມີການນຳໃຊ້
ກັນຢ່າງກວ້າງຂວາງ ແລະມີບົດບາດສຳຄັນໃນຍຸດທະສາດ
ຂອງໂລກ ເພື່ອຫຼຸດຜ່ອນຄວາມທຸກຍາກລົງ. ແຕ່ພວກຕຳໜິ
ຕິຕຽນໂຕ້ແຍ້ງວ່າມາດຕະຖານຄວາມທຸກຍາກ 1 ໂດລາຕໍ່ມື້ ນີ້ແມ່ນກຳນົດຂຶ້ນແບບບໍ່ມີກົດເກນຕາມລຳພັງຫຼາຍເກີນໄປ
ໂພດໂດຍບໍ່ໄດ້ພິຈາລະນາເບິ່ງຄວາມຈຳເປັນຂັ້ນພື້ນຖານອື່ນໆຂອງມະນຸດເລີຍ.

ພວກນັກຄົ້ນຄວ້າ ທີີ່ມະຫາວິທະຍາໄລ Bristol ໄດ້ສຶກສາເບິ່ງເລື່ອງບ່ອນພັກພາອາໄສ ສຸຂາພິບານ ນ້ຳ ໂພຊະນາການ ສຸຂະພາບ ແລະການສຶກສາຂອງພວກ ທີ່ອາໄສຢູ່ເທິງ
ເກາະ Vanuatu ທີ່ຕັ້ງຢູ່ໃນເຂດມະຫາສະມຸດປາຊີຟິກ ຊຶ່ງສ່ວນໃຫຍ່ແລ້ວ ເປັນຊົນນະ ບົດນັ້ນ. ພວກເຂົາເຈົ້າເອີ້ນມາດຕະຖານ ຄວາມທຸກຍາກວ່າ ເປັນສິ່ງທີ່ດີງາມ ມີຄວາມ ຫວັງຍ້ອນຂໍ້ມູນບາງຢ່າງທີ່ພວກເຂົາເຈົ້າໄດ້ພົບເຫັນນັ້ນ.

ອີງຕາມການຄົ້ນຄວ້າດັ່ງກ່າວນີ້ 5 ເປີເຊັນຂອງພວກເດັກນ້ອຍທັງໝົດທີ່ເກາະ Vanuatu ແມ່ນດຳລົງຊີວິດຢູ່ດ້ວຍຄວາມທຸກຍາກຕາມທີ່ໄດ້ກຳນົດໄວ້ໂດຍທະນາຄານໂລກແຕ່ 17 ເປີເຊັນ ແມ່ນດຳລົງຊີວິດຢູ່ພາຍໃຕ້ຄວາມທຸກຍາກ ທີ່ກຳນົດໂດຍເກນມາດຕະຖານແຫ່ງ
ຊາດໃນດ້ານອາຫານແລະຄວາມຕ້ອງການຈຳເປັນຂັ້ນພື້ນຖານອື່ນໆ. ພວກນັກຄົ້ນຄວ້າ ເວົ້າວ່າ ລະດັບຄວາມທຸກຍາກທີ່ແທ້ຈິງຊຶ່ງເປັນລະດັບທີ່ຜູ້ຄົນບໍ່ໄດ້ຮັບຫລືຂາດຄວາມຈຳ
ເປັນຂັ້ນພື້ນຖານຂອງມະນຸດ 2 ຢ່າງຫລືຫຼາຍກວ່ານັ້ນຂຶ້ນໄປ ແມ່ນມີຜົນກະທົບຕໍ່ 16 ເປີ ເຊັນຂອງພວກເດັກນ້ອຍ ທີ່ເກາະ Vanuatu. ການສຶກສາທີ່ວ່ານີ້ ໄດ້ພິມເຜີຍແຜ່ໂດຍ ວາ
ລະສານສັງຄົມວິທະຍາ.

ການພົບເຫັນທີ່ວ່ານີ້ແມ່ນໄດ້ທ້າທາຍຕໍ່ລະດັບການວັດແທກຄວາມທຸກຍາກ 1 ໂດລາກັບ
25 ເຊັນຊຶ່ງໄດ້ມີການນຳໃຊ້ເພື່ອຕິດຕາມເບິ່ງຄວາມກ້າວໜ້າຂອງປະເທດຕ່າງໆໃນການ ບັນລຸເປົ້າໝາຍການພັດທະນາສະຫັດສະວັດ ຂອງອົງການສະຫະປະຊາຊາດ. ເປົ້າໝາຍ ດັ່ງກ່າວແມ່ນຮວມທັງຫລຸດຈຳນວນພວກທີ່ດຳລົງຊີວິດຢູ່ດ້ວຍຄວາມທຸກຍາກ ແລະຄວາມ ອຶດຢາກຢ່າງຮ້າຍແຮງ ລົງເຄິ່ງນຶ່ງ ພາຍໃນປີ 2015.