ເມັກຊິໂກ ຄາດວ່າ ໂຕເລກ ຜູ້ເສຍຊີວິດ ຍ້ອນ ແຜ່ນດິນໄຫວ ຈະເພີ້ມຂຶ້ນຕື່ມ

ຄຸ້ມ Colonia Roma ແມ່ນເຂດນຶ່ງ ໃນນະຄອນຫຼວງ ເມັກຊິໂກຊີຕີ້ ທີ່ໄດ້ຮັບຜົນກະທົບ ໜັກທີ່ສຸດ ຈາກແຜ່ນດິນໄຫວ.

ເຈົ້າໜ້າ​ທີ່​ເມັກ​ຊິ​ໂກ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ ​ຈາກ​ແຜ່ນດິນ​ໄຫວທີ່​ມີ​ຄວາມແຮງ
7.1 ​ໄດ້​ເພີ້ມຂຶ້ນ​ເປັນ 286 ຄົນ​ແລ້ວ ​ແຕ່​ໂຕ​ເລກ ​ຜູ້​ເສຍ​ຊີວິດ ຍັງ​ຄາດ​ວ່າ ຈະ​ເພີ້ມຂຶ້ນ
ຕື່ມ​ ​ໃນ​ຂະນະ​ທີ່​ຍັງ​ມີ​ຜູ້​ຄົນ​ອີກ​ຈຳນວນ​ນຶ່ງ ​ຫາຍ​ສາບສູນ​ຢູ່.

ຄະນະ​ກູ້​ໄພ​ໃນ​ເຂດ​ພາກ​ກາງຂອງ​ເມັກ​ຊິ​ໂກໄດ້​ເຮັດ​ວຽກ​ຕະຫຼອດ 24 ຊົ່ວ​ໂມງຢູ່​ຕາມ
​ຕຶກ​ອາຄານ​ທີ່​ພັງ​ລົງ​ມາ​ ນັບ​ແຕ່​ເລີ້ມມີ​ການ​ຊອກ​ຫາ ຜູ້​ທີ່​ລອດ​ຊີວິດ​ມາ​ໄດ້.

ປະທານາທິບໍດີ Enrique Pena Nieto ​ໄດ້​ປະກາດ​ໄວ້​ທຸກ ຢູ່​ໃນ​ທົ່ວ​ປະ​ເທດ ​ໃຫ້​ແກ່
​ພວກ​ທີ່​ເສຍ​ຊີວິດ ​ເປັນ​ເວລາ 3 ມື້.

ພວກກູ້ໄພ ແລະໝາດົມກິ່ນ ຊອກຫາເດັກນ້ອຍ ທີ່ຕົກຄ້າງ ຢູ່ຂ້າງໃນໂຮງຮຽນ ທີ່ພັງລົງມາ ໃນນະຄອນ ເມັກຊິໂກຊີຕີ້. (ວັນທີ 19 ກັນຍາ 2017)

ທ່ານ​ໄດ້​ກ່າວ​ຊົມ​ເຊີຍ ການ​ຮັບ​ມື​ຢ່າງ​ວ່ອງ​ໄວຂອງ​ຊາວ​ເມັກ​ຊິ​ໂກ​ຕໍ່ເຫດແຜ່ນດິ​ນ​ໄຫວ ​
ໃນ​ຂະນະ​ທີ່​ກ່າວ​ຢ້ຳ​ເຖິງ​ບູລິ​ມະ​ສິດ ທີ່​ຍັງ​ຂວາງ​ໜ້າ​ຢູ່ ກໍ​ຄື ການ​ຊ່ອຍ​ຊີວິດແລະ​ຈັດ​ສົ່ງ​
ການ​ປິ່ນປົວ​ທາງ​ການແພດ​ໄປໃຫ້​ຜູ້​ຄົນ​ທີ່​ຕ້ອງການ.

ທ່ານ Pena Nieto ກ່າວ​ວ່າ “ຂ້າພະ​ເຈົ້າຕ້ອງ​ໄດ້​ຮັບ​ຮູ້ ພວກ​ອາສາ​ສະໝັກ​ທີ່​ໄດ້​ໃຫ້
ການ​ຊ່ອຍ​ເຫລືອ​ແບບ​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ຕໍ່​ພວກ​ທີ່​ຕ້ອງການ​ນັ້ນ.”

ທຳນຽບປະທານາທິບໍດີ ​ໃນ​ນຳ​ອອກ​ເຜີຍ​ແຜ່​ທາງ Twitter ຊຶ່ງ​ຮວມທັງ​ວີ​ດີ​ໂອທີ່​ສະ
​ແດງ​ໃຫ້​ເຫັນ​ວ່າ ມີຫຼາຍພັນ​ຄົນ​ ໄດ້​ພົວພັນ​ນຳ ການບັນ​ເທົາ​ທຸກ ​ແລະ​ຂຽນວ່າ “ອີກ
ເທື່ອ​ນຶ່ງ ຊາວ​ເມັກ​ຊິ​ໂກ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ເຂັ້ມ​ແຂງ​ແລະຄວາມ​ເປັນ​ພະ
ລາດອນພາບ​ທີ່​ຍິ່ງ​ໃຫຍ່​.”

ແຜ່ນດິນໄຫວ ທີ່ ເມັກຊິໂກ

ນອກຈາກ​ການ​ຊ່ອຍ​ເຫລືອ ໃນການ​ຮັບມືຂອງ​ທ້ອງ​ຖິ່ນ​ແລ້ວ ​ໃນນະຄອນຫຼວງ​ເມັກ​ຊິ​ໂກ
​ຊີ​ຕີ້ ​ພ້ອມ​ທັງລັດ Morelos, Puebla, Mexico, Guerrero ​ແລະ Oaxaca ຍັງ​ໄດ້​ຮັບ​
ການ​ຊ່ອຍ​ເຫລືອ​ມາ​ຈາກ​ຕ່າງປະ​ເທດ​ນຳ​ດ້ວຍ.

ອົງການ​ຊ່ອຍ​ເຫຼືອ​ສາກົນ​ຂອງ​ສະຫະລັດໄດ້​ສົ່ງ​ເຈົ້າໜ້າ​ທີ່​ຫລາຍ​ກວ່າ 60 ຄົນ​ພ້ອມ​ດ້ວຍ​ອຸບປະກອນ​ຕ່າງໆ ​ແລະ​ຢາ​ປົວ​ພະຍາດ ​ໄປ​ຍັງ​ນະຄອນຫຼວງ​ເມັກ​ຊິ​ໂກ​ຊີຕີ້ ​ໃນ​ວັນ​ພະຫັດ
​ວານ​ນີ້.

ທ່ານ Mark Green ຫົວໜ້າອົງການຊ່ອຍເຫຼືອສາກົນຂອງສະຫະລັດ ກ່າວວ່າ ພວກຕົນ
ຈະເຮັດວຽກຢ່າງໃກ້ຊິດ ກັບເຈົ້າໜ້າທີ່ ຄຸ້ມຄອງໄພພິບັດ ຂອງເມັກຊິໂກ ເພື່ອຊ່ອຍກູ້ໄພ ພວກທີ່ລອດຊີວິດມາໄດ້ຈາກແຜ່ນດິນໄຫວແລະຊັ່ງຊາເບິ່ງໂຄງລ່າງທີ່ໄດ້ຮັບຄວາມເສຍ ຫາຍຈາກແຜ່ນດິນໄຫວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ