ພັກຣີພັບບຣິກັນ ກວດເອົາ ໄຊຊະນະ ການແຂ່ງຂັນ ຜູ້ປົກຄອງລັດ ໃນຫຼາຍລັດ ທີ່ສຳຄັນໆ

ຜູ້ສະໝັກ ເປັນຜູ້ປົກຄອງລັດ ພັກຣີພັບບຣິກັນ ທ່ານ Bruce Rauner ຂອງລັດ Illinois ສະເຫຼີມສະຫຼອງ ໄຊຊະນະ ຄູ່ແຂ່ງຂັນ ເຈົ້າຄອງລັດ Illinois ທ່ານ Pat Quinn ຂອງພັກເດໂມແຄຣັດ ໃນ ນະຄອນ Chicago, ວັນທີ 4 ພະຈິກ 2014.

ຂະນະດຽວກັນ ພັກຣີພັບບຣິກັນ ກໍໄດ້ຮັບໄຊຊະນະ ໃນ​ການ
​ເລືອກຕັ້ງຜູ້​ປົກຄອງ​ລັດ ໃນທົ່ວສະຫະລັດ ​ໃນ​ວັນ​ອັງຄານ
ວານ​ນີ້ ລວມທັງ​ການ​ ເລືອກຕັ້ງທີ່ມີການແຂ່ງຂັນກັນຢ່າງ
ດຸເດືອດ ທີ່​ລັດ Florida ​ແລະລັດ Wisconsin.

ນອກນັ້ນ ຜູ້ສະໝັກ​ຂອງ​ພັກຣີພັບບຣິກັນ ຍັງ​ໄດ້​ຮັບ​ໄຊຊະນະ
​ໃນ​ຢ່າງ​ນ້ອຍ 3 ລັດ ​ຊຶ່ງຕາມປົກກະຕິແລ້ວ ແມ່ນ​ມີທ່າອຽງໄປ
​ທາງ​ພັກ​ເດ​ໂມ​ແຄຣັດ ​ເຊັ່ນ ລັດ Illinois Maryland ​ແລະ
Massachusetts.

ການ​ໄດ້​ຮັບ​ໄຊຊະນະ​ນີ້ ​ແມ່ນສົມທົບ​ເຂົ້າ​ ກັບຄ່ຳ​ຄືນ​ຂອງການ​ເລືອກ​ຕັ້ງທີ່​ໜັກ​ແໜ້ນ​ຢູ່​ແລ້ວ ສຳ​ຫລັບ​ພັກຣີພັບບຣິກັນ ຊຶ່ງຍັງສາມາດເຂົ້າ ຄວບຄຸມສະພາ​ສູງ​ ແລະເພີ້ມຄວາມແຂງ​ແກ່ນ ​ຢູ່ໃນ​ສະພາ​ຕ່ຳ​ທີ່​ເຂົາ​ເຈົ້າຄວບ​ຄຸມ​ຢູ່​ນັ້ນແລ້ວ.

ການເລືອກຕັ້ງ ກາງສະໄໝ ສຫລ

ທີ່​ລັດ Florida ຜູ້​ປົກຄອງ​ລັດ ທ່ານ Rick Scott ໄດ້ເອົາຊະນະ ທ່ານ Charlie Crist ອະດີດຜູ້ປົກຄອງລັດ​ພັກຣີພັບບຣິກັນ ທີ່ປ່ຽນ ໄປສັງກັດພັກ​ເດ​ໂມ​ແຄຣັດ ຢູ່​ໃນ​ການ​ແຂ່ງຂັນ ທີ່​ມີການໃຊ້ຈ່າຍ​ສູງ​ທີ່​ສຸດ ​ແລະຫຼາຍໆ​ຄົນ​ກ່າວ​ວ່າ ​ເປັນ​ການແຂ່ງຂັນທີ່ມີການແບ່ງແຍກຮ້າຍ ແຮງທີ່ສຸດ ໃນ​ປະ​ເທດ.

ຢູ່​ລັດ Wisconsin ທ່ານ Scott Walker ສັງກັດ​ພັກຣີພັບບຣິກັນ ກໍສາມາດເອົາຊະນະ​ຜູ້​
ທ້າ​ຊິງ​ຈາກ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Mary Burke. ທ່ານ Walker ​ແມ່ນ​ມີຄວາມ​ນິຍົມ
ທີ່​ສຸດ ​ໃນ​ໝູ່​ບັນດາ​ຜູ້​ປ່ອນ​ບັດ​ເລືອກຕັ້ງຈາກພວກ​ນິຍົມ​ແນວທາງ​ເດີ​ມ Tea Party ​ແລະ
ເບິ່ງກັນ​ວ່າ​ ອາດ​ເປັນຜູ້​ສະໝັກ​ປະທາ​ນາທີ​ບໍດີ ​ໃນ​ປີ 2016 ກໍໄດ້.

ພັກຣີພັບບລີກັນຍັງໄດ້ຮັບໄຊຊະນະ ໃນການເລືອກຕັ້ງຜູ້ປົກຄອງລັດ ຢູ່​ລັດ Illinois
Maryland Massachusetts Kansas Texas Arkansas Georgia ແລະ Ohio.

ສ່ວນຢູ່ລັດ Pennsylvania ຜູ້ສະໝັກຂອງພັກເດໂມແຄຣັດ ທ່ານ Tom Wolf ສາມາດ
ເອົາຊະນະຜູ້ປົກຄອງລັດຂອງພັກຣີພັບບລີກັນ ທ່ານ Tom Corbett ທີ່ລົງແຂ່ງຂັນເອົາ
ຕຳແໜ່ງຕື່ມອີກສະໄໝນຶ່ງ.