ພັກຣີພັບບລີກັນ ຈະສືບຕໍ່ ພະຍາຍາມປະຕິຮູບ ລະບົບປະກັນສຸຂະພາບ

ປະທານສະພາຕໍ່າ ທ່ານ Paul Ryan ຮ່ວມກັບສະມາຊິກຂອງການນຳພັກຣີພັບບລີກັນ ປຶກສາຫາລືກັນ ກ່ຽວກັບ ການຜ່ານຜ່າຄວາມລົ້ມແຫຼວທີ່ຈະຮອງຮັບ ການຍົກເລີກກົດໝາຍປະກັນສຸຂະພາບໃນສັບປະດາທີ່ຜ່ານມາ ຢູ່ລັດຖະສະພາ Capitol Hill, ນະຄອນຫຼວງ ວໍຊິງຕັນ. 28 ມີນາ, 2017.

ບັນດາສະມາຊິກພັກຣີພັບບລີກັນໃນສະພາຕໍ່າ ແມ່ນກຳລັງໃຫ້ສັນຍານໃນຄວາມໝາຍ
ໝັ້ນ ທີ່ຈະສືບຕໍ່ພະຍາຍາມ ປັບປຸງລະບົບປະກັນສຸຂະ ພາບຂອງປະເທດ, ຫຼັງຈາກການ
ຊຸກຍູ້​ຂອງ​ພວກ​ເຂົາ​ເຈົ້າ ໃຫ້ຍົກເລີກໂຄງການທີ່ເປັນສັນຍາ​ລັກ ຂອງອະດີດປະທານາທິ
ບໍດີ ບາຣັກ ໂອບາມານັ້ນ ໄດ້ຮັບຄວາມລົ້ມແຫຼວ ​ແບບ​ບໍ່​ໜ້າ​ເຊື່ອ ເມື່ອສັບປະດາແລ້ວນີ້.

ບັນດາຜູ້ນຳສະພາຕໍ່າ ໄດ້ເລືອກທີ່ຈະບໍ່ຈັດການລົງຄະແນນສຽງ ກ່ຽວກັບ ກົດໝາຍປະ
ກັນສຸຂະພາບຂອງພັກຣີພັບບລີກັນ ເມື່ອມີຄວາມກະ ຈ່າງແຈ້ງວ່າ ພວກເຂົາເຈົ້າບໍ່ໄດ້ຮັບ
ການສະໜັບໜູນເພື່ອຮອງຮັບກົດໝາຍດັ່ງກ່າວຢ່າພຽງພໍ. ຝ່າຍຄ້ານບາງຄົງຢ້ານວ່າ
ມາດຕະການດັ່ງກ່າວຈະເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍສູນເສຍປະກັນສຸຂະພາບ
ຂອງພວກເຂົາເຈົ້າ, ໃນຂະນະທີ່ຄົນອື່ນໆໄດ້ກ່າວວ່າ ການປະຕິຮູບກົດໝາຍປະກັນສຸຂະ ພາບລາຄາຖືກຂອງທ່ານ ໂອບາມາ ​ແມ່ນ​ບໍ່​ເປັນ​ທີ່​ພຽງພໍ.

ປະທານສະພາຕໍ່າ ທ່ານ Paul Ryan ໄດ້ກ່າວໃນວັນອັງຄານວານນີ້ຫຼັງຈາກການປະຊຸມ
ກັບສະມາຊິກສະພາພັກຣີພັບບລີກັນວ່າ ບັນດາສະມາຊິກທັງຫຼາຍແມ່ນພ້ອມແລ້ວທີ່ຈະ “ເຮັດວຽກຮ່ວມກັນ ແລະ ຮັບຟັງກັນ ແລະ ກັນ.”

ທ່ານໄດ້ກ່າວວ່າ “ມັນມີຄວາມສຳຄັນຫຼາຍ, ປະກັນສຸຂະພາບ Oba-macare ໄດ້ສ້າງ ຄວາມເສຍຫາຍ ໃຫ້ແກ່ຄອບຄົວຕ່າງໆຫຼາຍໂພດ. ແລະ ດັ່ງນັ້ນພວກເຮົາຈະເຮັດໃຫ້ ມັນມີຄວາມຍຸຕິທຳ ແລະ ໃນເວລາດຽວກັນ, ພວກເຮົາກໍຈະເຮັດວຽກອື່ນໆທັງໝົດ ຂອງພວກເຮົາ ທີ່ພວກເຮົາມາທີ່ນີ້ເພື່ອເຮັດໃຫ້ມັນແລ້ວ".

ຜູ້ນຳຄະແນນສຽງສ່ວນຫຼາຍ ​ໃນສະພາຕໍ່າ ທ່ານ Kevin McCarthy ກໍມີຄວາມຮູ້ສຶກໃນ
ແງ່ບວກເຊັ່ນກັນ, ທ່ານກ່າວວ່າ ພັກຣີພັບບລີກັນ ຈະປະຕິບັດຕາມຄຳສັນຍາຂອງພວກ
ເຂົາເຈົ້າເພື່ອຍົກເລີກ ແລະ ສັບປ່ຽນກົດໝາຍປະກັນສຸຂະພາບລາຄາຖືກ.

ທ່ານ McCarthy ກ່າວ​ວ່າ “​ເວລາ​ອອກ​ມາ​ຈາກ​ກອງ​ປະຊຸມ​ນັ້ນ ຂ້າພະ​ເຈົ້າມີ​ຄວາມ
​ໝັ້ນ​ໃຈ​ຫຼາຍຂຶ້ນວ່າ ພວກ​ເຮົາ​ຈະ​ເຮັດ​ໃຫ້​ສຳ​ເລັດ​ໄດ້.”

ປະທານາທິບໍດີ ທ່ານ ດໍໂນລ ທຣຳ ກ່ອນໜ້ານີ້ ໄດ້ສະແດງປະຕິກິລິ ຍາຕໍ່ຄວາມລົ້ມ
ແຫຼວ ​ໃນ​ວັນສຸກທີ່ຜ່ານມາ ໂດຍກ່າວວ່າ ທ່ານພ້ອມແລ້ວທີ່ຈະ​ແກ້​ໄຂບັນຫາບູລິມະສິດ
ອື່ນໆເຊັ່ນ ການປະຕິຮູບພາສີ. ແຕ່ທ່ານກໍ​ຍັງສືບຕໍ່ຕ້ອງ​ຕິ ລະບົບທີ່ມີຢູ່ໃນປະຈຸບັນ ແລະ
ໃນວັນອັງຄານວານນີ້ ໄດ້ກ່າວວ່າ ທ່ານແນ່ໃຈວ່າ ຈະມີການປະຕິຮູບເກີດຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ