ປ. ທຣຳ ກ່າວວ່າ ໃຫ້ຮັບຜ່ານ ຮ່າງກົດໝາຍ ປະກັນໄພ ສຸຂະພາບ ໃນວັນສຸກມື້ນີ້

ປະທານາທິບໍດີ Donald Trump ກ່າວໃນກອງປະຊຸມ ຢູ່ທຳນຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ຂົ່ມຂູ່​ຕໍ່​ສະມາຊິກຂອງ​ພັກຣີ
ພັບບລິ​ກັນດ້ວຍ​ກັນ ທີ່​ຈະປະ​ໃຫ້ປະ​ກັນໄພສຸຂະພາບ​ Obamacare ມີ​ຜົນ​ບັງຄັບ​
ໃຊ້​ຕໍ່​ໄປ ​ແລະ​ເພັ່ງ​ເລັງໃສ່​ບັນຫາ​ອື່ນໆ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ໃຫ້ການ​ສະ ໜັບສະໜູນ
​ຕໍ່​ການ​ລົງ​ຄະ​ແນນ​ສຽງໃນວັນ​ສຸກມື້​ນີ້ ກ່ຽວ​ກັບ​ຮ່າງ​ກົດໝາ​ຍຮັກສາສຸຂະພາບ​ໃໝ່
ຊຶ່ງ​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ໄວ້ ​ໃນ​ລະຫວ່າງການ​ໂຄສະນາຫາສຽງວ່າ ຈະ​ຍົກ​
ເລີກ ​ແລະ​ທົດ​ແທນກົດໝາ​ຍປະກັນ​ໄພ​ສຸຂະພາບລາຄາ​ຖືກ ທີ່ຮູ້ ກັນໃນ​ອີກ​ຊື່​ນຶ່ງ
ວ່າ Obamacare​ ນັ້ນ.

ຍັງບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອ ​ໃນ​ຕອນ​ກາງຄືນຂອງ​ວັນ​ພະຫັດວານ​ນີ້ ຫລັງ​ຈາກໄດ້ມີ
ການ​ເຈລະຈາກັນຕະຫລອດ​ມື້ ທັງ​ຢູ່​ສະພາ​ແລະ​ທີ່​ທຳນຽບຂາວ ກ່ຽວ​ກັບວ່າ ບັນດາ
​ສະມາຊິກ​ພັກຣີພັບ​ບລິ​ກັນ ​ໄດ້​ຮັບ​ການ​ສະໜັບສະໜູນ​ພຽງພໍ​ຫລື​ບໍ່​ທີ່​ຈະ​ຮັບ​ຜ່ານ​ຮ່າງ​ກົດໝາຍຮັກສາ​ສຸຂະພາບ ​ທີ່ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ມາ​ເປັນ​ເວລາ​ດົນນານ​ແລ້ວ.

Your browser doesn’t support HTML5

Republicans Scramble to Salvage Health Care Vote, Trump Agenda

​ປະທານາທິບໍດີ Trump ​ໄດ້​ໃຊ້​ຄວາມ​ຊຳນິຊຳນານ​ຂອງ​ທ່ານ​ ໃນ​ນາມ​ຜູ້​ຕໍ່​ລອງ​ມາ
​ເປັນ​ເດີມ​ພັນ ​ແຕ່​ກໍ​ບໍ່​ສາມາດ​ເອົາຊະນະສະມາຊິກ​ສະພາ​ຕໍ່​າ ນິຍົມ​ແນວທາງເດີມ
ຈາກ​ກຸ່ມ​ອິດສະຫຼະພາບຫຼື Freedom Caucus ​ແລະ​ແມ່ນກະ​ທັງ​ເຮັດ​ໃຫ້​ສະ​ມາ​
ຊິກ​ນິຍົມແນວທາງ​ປານ​ກາງ​ຈຳນວນ​ນຶ່ງຕີ​ໂຕ​ອອກ​ຫ່າງຍ້ອນ​ຢ້ານ​ກົວກ່ຽວກັບອະນາ
​ຄົດທາງ​ການ​ເມືອງ​ຂອງ​ເຂົາ​ເຈົ້າ. ທ່ານ Trump ​ແລະ​ປະທານ​ສະພາ​ຕໍ່າ ທ່ານ Paul
Ryan ​ບໍ່​ສາມາດທີ່​ຈະ​ໄດ້​ຮັບຄ​ະ​ແນນ​ສຽງພຽງພໍ​ເພື່ອ​ໃຫ້ການ ສະໜັບສະໜູນ​ຕໍ່​ພັກ
ຣີພັບ​ບລີ​ກັນ ທີ່​ຄັ້ງ​ນຶ່ງ​ມີ​ຄວາມ​ປຸ້ມລຸມ​ສາມັກຄີກັນ ​ເຂົ້າ​ສູ່ຕາ​ຈົນ​ທາງການ​ເມືອງ ທີ່​
ອາດ​ຈະ​ຍາກ​ໃນ​ການຫ​ລົບຫລີກ​ໄດ້ ​ເຖິງ​ແມ່ນ​ວ່າໃນທີ່​ສຸດຮ່າງ​ກົດໝາຍນີ້ຈະ​ຜ່ານ
ສະພາ​ກໍ​ຕາມ.

“ນີ້​ແມ່ນ​ນຶ່ງ​ຂອງ​ເວລາ​ທັງ​ໝົດ​ ບ່ອນ​ທີ່​ທ່່ານ​ຕ້ອງ​ໄດ້​ກ່າວ​ວ່າ ທ່ານແມ່ນ​ໃຜ​ແທ້ໆຢູ່
ເລິກໃນ​ໂຕ​ຂອງທ່ານ​ເອງ ທ່ານ​ຈະ​ສະໜັບສະໜູນ ປະທານາທິບໍດີ Trump ເພື່ອ​ຍົກ​
ເລີກ ​ແລະ​ທົດ​ແທນ Obamacare ຫລື​ວ່າ​ທ່ານຕໍ່​ຕ້ານ​ປະທານາທິບໍດີ Trump ​ແລະ​
ທ່ານຕໍ່​ຕ້ານ​ການ​ຍົກ​ເລີກ ​ແລະ​ທົດແທ​ນ Obamacare ມັນ​ພຽງ ແຕ່​ງ່າຍໆ​ເທົ່າ​ນັ້ນ”
ສະມາຊິກ​ສະພາ​ຕໍ່າ ​ Bradley Byrne ທີ່ສັງກັດ​ພັກຣີພັບບລິ​ກັນ ຈາກ​ລັດ
Alabama ​ໄດ້​ກ່າວໃນຂະນະ​ທີ່​ທ່ານ​ອອກ​ມາ​ຈາກກອງ​ປະຊຸມ​ຍຸດ​ທະ​ສາດສຸກ​ເສີນ​
ໃນ​ຕອນບ່າຍ ຢູ່​ໃນ​ຫ້ອງກາ​ນປະທານ​ສະພາ​ຕໍ່າ ຂອງທ່ານ Ryan ຫລັງ​ຈາກ​ກຸ່ມ​ອິດສະຫຼະພາບຫຼື Freedom Caucus ໄດ້​ປະຕິ​ເສດ​ຂໍ້ຕໍ່​ຂໍ້​ສະ​ເໜີ.

ທ່ານ Byrne ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ “ນີ້​ເປັນ​ເວລາ​ທີ່ເຄັ່ງ​ຂຶມສຳລັບ​ທຸກໆ​ຄົນ ​ເພາະວ່າ
​ພວກ​ເຮົາ​ກຳລັງ​ມາ​ເຖິງໄຊ​ແລ້ວ ​ແຕ່​ຂ້າພະ​ເຈົ້າ​ຄິດ​ວ່າ ຍັງ​ມີ​ການ​ພິຈາລະນາ​ທີ່​ຈະ​
ເຮັດ​ໃຫ້​ເລື່ອງ​ນີ້​ຈົບ​ສິ້ນລົງ ​ແລະ​ຈົບ​ສິ້ນລົງ​ໃນ​ທາງ​ທີ່​ຖືກຕ້ອງ.”

ປະທານ​ສະພາ​ຕໍ່າ ທ່ານ Paul Ryan ​ໄດ້້​ກ່າວຖະ​ແຫຼງໂດຍ​ບໍ່ຕອບ​ຄຳ​ຖາມ​ໃດໆ
​ຂອງ​ພວກນັກ​ຂ່າວ​ວ່າ “​ເປັນ​ເວລາ​ເຈັດ​ປີ​ເຄິ່ງທີ່​ຜ່ານ​ມາ ພວກ​ເຮົາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ
ຍາ​ແກ່​ປະຊາຊົນ​ອາ​ເມຣິກັນ​ວ່າ ພວກ​ເຮົາ​ຈະ​ຍົກ​ເລີກ ​ແລະ​ທົດ​ແທນ​ກົດ ໝາ​ຍທີ່​ເພ
ພັງດັ່ງກ່າວ ​ເພາະວ່າ​ມັນກຳລັງ​ພັງ​ທະລາ​ຍລົງ ​ແລະ​ລົ້ມ​ແຫລວ​ຕໍ່​ບັນ ດາ​ຄອບຄົວ ​
ແລະ​ມື້​ອື່ນນີ້​ພວກ​ເຮົາ​ຈະ​ດຳ​ເນີນການຕໍ່​ໄປ.”

ຜູ້ນຳສະພາຕໍ່າສຽງສວນຫລາຍ ທ່ານ Kevin McCarthy, ຊ້າຍ, ແລະປະທານ ສະພາຕໍ່າສະຫະລັດ ທ່ານ Paul Ryan, ກາງ, ແລະສະມາຊິກສະພາ ທ່ານ Greg Walden.

“ນີ້​ແມ່ນ​ນຶ່ງ​ຂອງ​ເວລາ​ທັງ​ໝົດ​ ບ່ອນ​ທີ່​ທ່່ານ​ຕ້ອງ​ໄດ້​ກ່າວ​ວ່າ ທ່ານແມ່ນ​ໃຜ​ແທ້ໆຢູ່
ເລິກໃນ​ໂຕ​ຂອງທ່ານ​ເອງ ທ່ານ​ຈະ​ສະໜັບສະໜູນ ປະທານາທິບໍດີ Trump ເພື່ອ​ຍົກ​
ເລີກ ​ແລະ​ທົດ​ແທນ Obamacare ຫລື​ວ່າ​ທ່ານຕໍ່​ຕ້ານ​ປະທານາທິບໍດີ Trump ​ແລະ​
ທ່ານຕໍ່​ຕ້ານ​ການ​ຍົກ​ເລີກ ​ແລະ​ທົດແທ​ນ Obamacare ມັນ​ພຽງ ແຕ່​ງ່າຍໆ​ເທົ່າ​ນັ້ນ”
ສະມາຊິກ​ສະພາ​ຕໍ່າ ​ Bradley Byrne ທີ່ສັງກັດ​ພັກຣີພັບບລິ​ກັນ ຈາກ​ລັດ
Alabama ​ໄດ້​ກ່າວໃນຂະນະ​ທີ່​ທ່ານ​ອອກ​ມາ​ຈາກກອງ​ປະຊຸມ​ຍຸດ​ທະ​ສາດສຸກ​ເສີນ​
ໃນ​ຕອນບ່າຍ ຢູ່​ໃນ​ຫ້ອງກາ​ນປະທານ​ສະພາ​ຕໍ່າ ຂອງທ່ານ Ryan ຫລັງ​ຈາກ​ກຸ່ມ​ອິດສະຫຼະພາບຫຼື Freedom Caucus ໄດ້​ປະຕິ​ເສດ​ຂໍ້ຕໍ່​ຂໍ້​ສະ​ເໜີ.

ປະທານ ກຸ່ມ​ອິດສະຫຼະພາບຫຼື Freedom Caucus ທ່ານ Mark Meadows ຊ້າຍ..

ທ່ານ Byrne ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ “ນີ້​ເປັນ​ເວລາ​ທີ່ເຄັ່ງ​ຂຶມສຳລັບ​ທຸກໆ​ຄົນ ​ເພາະວ່າ
​ພວກ​ເຮົາ​ກຳລັງ​ມາ​ເຖິງໄຊ​ແລ້ວ ​ແຕ່​ຂ້າພະ​ເຈົ້າ​ຄິດ​ວ່າ ຍັງ​ມີ​ການ​ພິຈາລະນາ​ທີ່​ຈະ​ເຮັດ
​ໃຫ້​ເລື່ອງ​ນີ້​ຈົບ​ສິ້ນລົງ ​ແລະ​ຈົບ​ສິ້ນລົງ​ໃນ​ທາງ​ທີ່​ຖືກຕ້ອງ.”

ຜູ້ນຳສະພາຕໍ່າສຽງສ່ວນນ້ອຍ ທ່ານນາງ Nancy Pelosi ຈາກລັດ California.

ປະທານ​ສະພາ​ຕໍ່າ ທ່ານ Paul Ryan ​ໄດ້້​ກ່າວຖະ​ແຫຼງ ​ໂດຍ​ບໍ່ຕອບ​ຄຳ​ຖາມ​ໃດໆ
​ຂອງ​ພວກນັກ​ຂ່າວ​ວ່າ “​ເປັນ​ເວລາ​ເຈັດ​ປີ​ເຄິ່ງທີ່​ຜ່ານ​ມາ ພວກ​ເຮົາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ
ຍາ​ແກ່​ປະຊາຊົນ​ອາ​ເມຣິກັນ​ວ່າ ພວກ​ເຮົາ​ຈະ​ຍົກ​ເລີກ ​ແລະ​ທົດ​ແທນ​ກົດໝາ​ຍທີ່​ເພ
ພັງດັ່ງກ່າວ ​ເພາະວ່າ​ມັນກຳລັງ​ພັງ​ທະລາ​ຍລົງ ​ແລະ​ລົ້ມ​ແຫລວ​ຕໍ່​ບັນ ດາ​ຄອບຄົວ ​
ແລະ​ມື້​ອື່ນນີ້​ພວກ​ເຮົາ​ຈະ​ດຳ​ເນີນການຕໍ່​ໄປ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Trump Congress Health