ສະພາຕໍ່າສະຫະລັດ ຈະລົງຄະແນນສຽງເພື່ອເລືອກປະທານສະພາຕໍ່າ ຫຼັງຮອບທຳອິດພົບກັບຄວາມລົ້ມແຫຼວ

  • ວີໂອເອ

ຜູ້ນຳສະພາຕໍ່າຊົ່ວຄາວ ທ່ານແພັດທຣິກ ແມັກເຮັນຣີ ຈາກລັດຄາໂຣໄລນາເໜືອ, ເປັນປະທານໃນຂະນະທີ່ບັນດາສະມາຊິກສະພາພັກຣີພັບບລີກິກັນ ພະຍາຍາເລືອກສະມາຊິກສະພາຕໍ່າ ຈິມ ຈໍເດັນ ຈາກລັດໂອຮາຍໂອ, ພັນທະມິດລະດັບສູງຂອງ ດໍໂນລ ທຣຳ, ໃຫ້ເປັນປະທານສະພາຕໍ່າຄົນໃໝ່, ຢູ່ທີ່ຫໍສະພາ ໃນນະຄອນຫຼວງວໍຊິງຕັນ ວັນທີ 17 ສິງຫາ 2023

ບັນດາສະມາຊິກລັດຖະສະພາໃນສະພາຕ່ຳສະຫະລັດ ຈະປະຊຸມກັນເພື່ອລົງຄະ ແນນສຽງອີກຄັ້ງນຶ່ງໃນວັນພຸດມື້ນີ້ ໃນຂະນະທີ່ສະມາຊິກສະ​ພາ​ຕ່ຳຈາກພັກຣີພັບ ບລີກັນ ທ່ານຈິມ ຈໍແດນ ກຳລັງພະຍາຍາມຂໍການສະໜັບສະໜູນຈາກພັກຂອງ ທ່ານໃຫ້ພຽງພໍ ເພື່ອໃຫ້ໄດ້ເປັນປະທານສະພາຕໍ່າຄົນຕໍ່ໄປ.

ທ່ານຈໍແດນ, ເຊິ່ງເປັນພວກອະນຸລັກນິຍົມທີ່ເຄັ່ງຄັດ ແລະເປັນພັນທະມິດຂອງ ອະດີດປະທານາທິບໍດີ ດໍໂນລ ທຣຳ, ໄດ້ຂາດຄະແນນສຽງສ່ວນໃຫຍ່ໃນວັນ ອັງຄານວານນີ້, ໃນຂະນະທີ່ສະມາຊິກພັກຣີພັບບລີກັນ 20 ຄົນໄດ້ລົງຄະແນນ ສຽງໃຫ້ສະມາຊິກຄົນອື່ນໆ.

200 ຄະ​ແນນ​ສຽງ​ຂອງ​ທ່ານ​ຍັງ​ຕາມຫຼັງຜູ້​ນຳ​ສຽງສ່ວນນ້ອຍຂອງສະພາຕໍ່າ ຈາກພັກ​ເດ​ໂມ​ແຄ​ຣັດ ທ່ານຮາຄີມ ເຈັຟຟຣີ (Hakeem Jeffries), ຜູ້​ທີ່​ໄດ້​ຮັບ 212 ຄະ​ແນນ​ສຽງ ແຕ່​ບໍ່​ມີເສັ້ນທາງໃນການກ້າວ​ໄປ​ສູ່​ປະ​ທານ​ຕໍາແໜ່ງປະທານ ສະພາຕໍ່າ ພັກຣີ​ພັບ​ບ​ລິ​ກັນມີ​ສຽງ​ສ່ວນຫຼາຍໃນ​ສະ​ພາຕໍ່າ.

ທ່ານຈໍເດັນ ໄດ້ສະແດງຄວາມຫມັ້ນໃຈຫຼັງຈາກການລົງຄະແນນສຽງຄັ້ງທໍາອິດ, ໂດຍກ່າວວ່າທ່ານຄາດ ວ່າຈະໄດ້ຮັບການສະຫນັບສະຫນູນຫຼາຍຂຶ້ນ.

"ພວກເຮົາຈະສືບຕໍ່ເຮັດວຽກຕໍ່ໄປ," ທ່ານຈໍເດັນໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ