ມີໂຈມຕີກັນ ໂດຍໃຊ້ຄຳເວົ້າ ທີ່ບໍ່ສຸພາບ ໃນການໂຕ້ວາທີ ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລີກັນ

ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ນັກທຸລະກິດ Donald Trump ແລະສະມາຊິກສະພາສູງ ຈາກລັດເທັກຊັສ ທ່ານ Ted Cruz ພວມຖຽງກັນ ໃນລະຫວ່າງການໂຕ້ວາທີ ໃນຄືນວັນພະຫັດ ວານນີ້.

ໂດຍເອີ້ນ​ຄູ່​ແຂ່ງ​ ຂອງ​ທ່ານວ່າ Ted ຂີ້ຕົວະ ແລະ Marco ນ້ອຍ
ທ່ານ Donald Trump ​ໄດ້​ປ້ອງ​ກັນ ຕໍ່​ການ​ກ່າວ​ໂຈມ​ຕີ​ ຢ່າງ​ຂຸ້ນ
ຂ້ຽວຂອງ​ພວກ​ທີ່​ຄາດ​ຫວັງວ່າ​ຈະ​ໄດ້​ເປັນ​ປະທານາທິບໍດີ​ນຳ​ກັນ
ຢູ່​ໃນ​ການ​ໂຕ້​ວາທີ ​ໃນ​ແລງ​ວັນ​ພະຫັດ​ວານນີ້​ ຊຶ່ງ​ມີຂຶ້ນທ່າມກາງ​
ຮ່ອງຮອຍ​ ຂອງ​ການ​ແຕກ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງຢູ່​ພາຍ​ໃນພັກ​ຣີ
ພັບ​ບລີ​ກັນ.

​ໃນ​ລະຫວ່າງ ​ການ​ໂຕ້​ວາທີ​ກັນນັ້ນ ສະມາຊິກ​ສະພາ​ສູງ​ຈາກ​ລັດ
​ຟລໍຣິດາ​ ທ່ານ Marco Rubio ສະມາຊິກ​ສະພາ​ສູງ​ຈາກ​ລັດ Te-
xas ທ່ານ Ted Cruz ​ແລະ​ຜູ້​ປົກຄອງ​ລັດ Ohio ທ່ານ John
Kasich ຕ່າງ​ກໍ​ໄດ້​ປ່ຽນ​ຜຽນ​ກັນກ່າວໂຈມ​ຕີ​ນັກທຸລະກິດ​ຈາກນິວ
ຢອກ ທີ່​ປາກົດ​ວ່າກຳລັງ​ກ້າວ​ໄປ​ສູ່​ການ​ຈະໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ຕາງໜ້​າຂອງ​ພັກ​
ນັ້ນ.

ການ​ໂຕ້​ວາທີ ຊຶ່ງ​ຈັດ​ໃຫ້​ມີຂຶ້ນທີ່​ນະຄອນ Detroit ​ໃນ​ພາກ​ເໜືອ​ຂອງ​ສະຫະລັດແມ່ນ​ເຕັມ​
ໄປ​ດ້ວຍ​ການ​ຮ້ອງ​ໃສ່​ກັນ​ແລະ​ກັນ ການ​ສົບ​ປະໝາດ​ໃນ​ທາງ​ສ່ວນ​ຕົວແລະ​ການ​ໃຫ້​ຄວາມ​
ເຫັນ​ແບບ​ຕະລົກ​ທີ່​ບໍ່​ສຸຸພາບ ທີ່​ໄດ້​ຄອບ​ງຳການໂຄສະນາຫາສຽງເອົາຕຳ​ແໜ່​ງປະທານາທິ
ບໍດີ​ຂອງ​ພັກ​ຣີພັບ​ບລີ​ກັນ​ໃນ​ປີ 2016.

ພາຍ​ໃນ​ 5 ນາ​ທີ ທີ່​ການ​ໂຕ້​ວາທີ​ເລີ້ມຂຶ້ນ ​ທ່ານ Trump ​ເບິ່ງ​ຄື​ວ່າ ​ໄດ້​ກ່າວ​ເຖິງອະ​ໄວ​ຍະ
​ວະ​ລັບ​ຂອງ​ທ່ານ.

ທ່ານ Trump ​ໄດ້​ກ່າວ ພ້ອມ​ກັບ​ຍົກ​ມືຂອງ​ທ່ານ​ຂຶ້ນວ່າ Rubio ​ເວົ້າວ່າ ຖ້າ​ຂ້ອຍ​ຫາກມີມື​
ນ້ອຍດັ່ງນັ້ນສິ່ງ​ອື່ນໆ​ອີກ​ກໍຈະ​ນ້ອຍ​ຄື​ກັນ.​ ຂ້າພະ​ເຈົ້າຂໍ​ຄ້ຳປະກັນ​ວ່າ ບໍ່​ມີ​ບັນຫາ​ເລີຍ. ຂ້າ
ພະ​ເຈົ້າຂໍ​ຄ້ຳປະກັນ​ຕໍ່​ທ່ານ.

ທ່ານ Trump ​ແມ່ນ​ໝາຍ​ເຖິງການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ Rubio ​ໃນ​ອາທິດແລ້ວນີ້ ​ທີ່​
ໄດ້​ມີ​ການ​ເບິ່ງ​ກັນ​ຢ່າງ​ກວ້າງຂວາງ​ວ່າເປັນ​ການເວົ້າເຖິງຄວາມ​ສາມາດທາງ​ເພດ​ຂອງ​ນັກ
ທຸລະກິດ​ຈາກ​ນິວຢອກ​ນັ້ນ.

ທ່ານ Rubio ໄດ້ກ່າວປ້ອງກັນ ການໂຈມຕີຂອງທ່ານ ໂດຍເວົ້າວ່າ ທ່ານ Trump ເປັນຜູ້ ເລີ້ມກ່ອນ.