ພັກຣີພັບບລີກັນ ແລະ ພັກເດໂມແຄຣັດ ຕ່າງກໍກ້າວອ້າງໄວ້ລ່ວງໜ້າ ໃນເລື່ອງການສໍ້ໂກງການເລືອກຕັ້ງ ກ່ອນວັນເລືອກຕັ້ງ

ຜູ້ປ່ອນບັດເລືອກຕັ້ງຄົນນຶ່ງກຳລັງກອກບັດເລື້ອງຕັ້ງຂອງລາວ ຢູ່ທີ່ໜ່ວຍເລືອກຕັ້ງ ຢູ່ສູນກາງລັດຖະບານ ເອລີນາ ໂບສແມນ ໃນເມືອງອາຣລິງຕັນ, ລັດເວີຈີເນຍ ເມື່ອວັນທີ 20 ກັນຍາ 2024.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ແລະ ຜູ້ສະໜັບສະໜູນຈຳນວນຫຼາຍກ່າວອ້າງໂດຍບໍ່ມີຫຼັກຖານວ່າ ການເລືອກຕັ້ງໃນປີ 2020 ຖືກສໍ້ໂກງ ແລະ ກ່າວເຕືອນວ່າ ເຫດການດຽວກັນນີ້ ອາດເກີດຂຶ້ນອີກໃນປີ 2024. ເຈົ້າໜ້າທີ່ການເລືອກຕັ້ງຈາກພັກເດໂມແຄຣັດ ແລະ ພັກຣີພັບບລີກັນ ໃນລັດມິຊິແກັນ ໂຕ້ແຍ້ງຂໍ້ກ່າວອ້າງເຫຼົ່ານັ້ນ ແລະ ກຳລັງເຮັດວຽກເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນຊາວອາເມຣິກາ ວ່າຄະແນນສຽງຂອງພວກເຂົາປອດໄພ.

ນີ້ແມ່ນພາບເຫດການ ຢູ່ນະຄອນ ດີທຣອຍ, ລັດ ມິຊິແກັນ ໃນມື້ເລືອກຕັ້ງປີ 2020.

ສຽງດັງຂຶ້ນມາວ່າ "ຢຸດນັບ! ຢຸດນັບ!"

ພວກຜູ້ສະໜັບສະໜຸນທ່ານ ດໍໂນລ ທຣໍາ, ຖືກກະຕຸ້ນດ້ວຍຂໍ້ກ່າວອ້າງທີ່ບໍ່ມີມູນຄວາມຈິງຂອງທ່ານ ກ່ຽວກັບເລື່ອງການສໍ້ໂກງການເລືອກຕັ້ງ, ຈຶ່ງໄດ້ກົດດັນໃຫ້ເຈົ້າໜ້າທີ່ຢຸດນັບຄະແນນສຽງ.

ພວກຜູ້ສະໜັບສະໜຸນທ່ານ ທຣໍາ ຈຳນວນຫຼາຍໃນລັດ ມິຊິແກັນ ກຳລັງກັງວົນກ່ຽວກັບການສໍ້ໂກງໃນການເລືອກຕັ້ງທີ່ກຳລັງຈະມາເຖິງນີ້.

ທ້າວ ມາຣວິນ ມິນຕັນ ຜູ້ສະໜັບສະໜູນ ທ່ານທຣຳ ກ່າວວ່າ:

"ຕອນນີ້, ລັດຖະບານຂອງພວກເຮົາ, ເຈົ້າຈະຕ້ອງສົງໄສທຸກຢ່າງກ່ຽວກັບມັນ. ຂ້ອຍໝາຍເຖິງ, ຂ້ອຍຢາກຈະເວົ້າໃນອີກແບບຕ່າງຈາກນັ້ນ, ແຕ່ນັ້ນ ບໍ່ແມ່ນຄວາມຮູ້ສຶກຂອງຊາວອາເມຣິກາ. ເຮົາເຊື່ອໃຈໃຜບໍ່ໄດ້ເລີຍ."

ນາງ ແອນແຈລິກາ ແຄນດາວ ຜູ້ສະໜັບສະໜູນ ທ່ານທຣຳ ກ່າວວ່າ

“ກໍລະນີດຽວ! ໜຶ່ງກໍລະນີກໍ່ພຽງພໍ ທີ່ຈະຕັ້ງຄໍາຖາມກັບລະບົບທັງໝົດ.”

ຂໍ້ກ່າວຫາທັງຫຼາຍທີ່ວ່າ ການເລືອກຕັ້ງປີ 2020 ໄດ້ຖືກສໍ້ໂກງ ກໍ່​ຖືກ​ລົບ​ລ້າງ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ຢູ່​ໃນ​ສານ​ຂອງ​ສະ​ຫະ​ລັດ.

ແຕ່ຂໍ້ມູນທີ່ບິດເບືອນຄວາມຈິງກ່ຽວກັບຄວາມຖືກຕ້ອງຂອງການເລືອກຕັ້ງ ໄດ້ຮັບຄວາມນິຍົມໃນບັນດາສະມາຊິກພັກຣີພັບບລີກັນ. ຜົນສຳຫຼວດສະແດງໃຫ້ເຫັນວ່າພວກເຂົາມີທ່າອ່ຽງທີ່ຈະເຊື່ອ ທ່ານ ທຣໍາ ຫຼາຍກວ່າຜົນການເລືອກຕັ້ງທີ່ໄດ້ຖືກຮັບຮອງໂດຍລັດຖະບານ.

ບັນດາເຈົ້າໜ້າທີ່ຢູ່ໃນລັດຕ່າງໆທີ່ມີການແຂ່ງຂັນຫາສຽງກັນ ກຳລັງເຮັດວຽກເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ມີສິດເລືອກຕັ້ງວ່າ ຂະບວນການເລືອກຕັ້ງຈະມີຄວາມປອດໄພ. ພວກເຂົາກ່າວວ່າ ຂໍ້ມູນທີ່ບໍ່ຖືກຕ້ອງອາດເປັນອັນຕະລາຍໄດ້.

ທ່ານ ໂຈນາທັນ ເບຣເຕີ້, ຜູ້ອຳນວຍການສຳນັກງານການເລືອກຕັ້ງ ລັດມິຊິແກັນ ກ່າວວ່າ:

"ໃນບາງກໍລະນີ ມັນອາດນຳໄປສູ່ການທີ່ຜູ້ຄົນ ທຳການຂົ່ມຂູ່ເຈົ້າໜ້າທີ່ການເລືອກຕັ້ງ ຫຼື ຮ້າຍແຮງກວ່ານັ້ນ // ແຕ່ເຖິງແມ່ນວ່າ ມັນຈະບໍ່ສົ່ງຜົນໃຫ້ເກີດຄວາມຮຸນແຮງທາງດ້ານຮ່າງກາຍໃດໆ, ມັນກໍ່ທຳລາຍຄວາມເຊື່ອໝັ້ນໃນໄລຍະຍາວຕໍ່ລະບົບການເລືອກຕັ້ງ, ເຊິ່ງເປັນເລື່ອງທີ່ບໍ່ດີສຳລັບສາທາລະນະລັດຂອງເຮົາ ແລະ ບໍ່ດີສຳລັບປະຊາທິປະໄຕຂອງພວກເຮົາ."

ໃນຫຼາຍລັດ, ພັກຣີພັບບລີກັນ ສະໜັບສະໜູນຄວາມພະຍາຍາມເຮັດໃຫ້ມີຄວາມໝັ້ນໃຈແກ່ຜູ້ມີສິດເລືອກຕັ້ງວ່າ ການເລືອກຕັ້ງມີຄວາມປອດໄພ.​ ລວມທັງທ່ານ ຈັສຕິນ ໂຣບັກ.

ເຈົ້າໜ້າທີ່ການເລືອກຕັ້ງພັກຣີພັບບລີກັນ ໃນເຂດ ອົດຕາວາ ຄາວຕີ, ລັດມິຊິແກັນ ກ່າວວ່າ ມັນເປັນການຕໍ່ສູ້ທີ່ຍາກລຳບາກ.

ທ່ານຈັສຕິນ ໂຣບັກ ພະນັກງານຂອງເຂດ ໂອຕຕາວາ ຄາວຕີ ກ່າວວ່າ:

"ຜູ້ນຳທາງການເມືອງຂອງເຮົາໃນທຸກລະດັບ ຈຳເປັນຕ້ອງສະແຫວງຫາຄວາມຈິງ ແລະ ຂໍ້ມູນ. ແລະ ຂ້ອຍຄິດວ່າ ຈົນກວ່າຈະຮອດຕອນນັ້ນ, ເຮົາຈະມີບັນຫາໃນເລື່ອງຂອງຄວາມໝັ້ນໃຈ ແລະ ຄວາມໄວ້ວາງໃຈ ໃນຂະບວນການ."

ໃນລັດມິຊິແກັນ, ຜູ້ຈົງຮັກພັກດີຂອງທ່ານ ທຣໍາ ໄດ້ຟ້ອງຮ້ອງຕໍ່ ເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງຂອງລັດ ທ່ານນາງ ຈອສລິນ ເບັນສັນ, ສະມາຊິກພັກເດໂມແຄຣັດ ກ່ຽວກັບແນວທາງການປະຕິບັດງານ ບັດລົງຄະແນນສຽງທາງໄປສະນີ ແລະ ລາຍຊື່ຜູ້ມີສິດເລືອກຕັ້ງທີ່ລົງທະບຽນ.

ທ່ານ ພີດ ໂຮກສຕຣາ ປະທານພັກຣີພັບບລີກັນຂອງລັດ ມິຊິແກັນ ກ່າວວ່າ:

"ຖ້າທ່ານນາງ ຈອສລິນ ເບັນສັນ ບໍ່ຕອບສະໜອງຕໍ່ສິ່ງທີ່ກົດໝາຍກຳນັດ, ພວກເຮົາຈະນຳເອົາລາວຂຶ້ນສານ ເພື່ອໃຫ້ສານບັງຄັບໃຫ້ລາວເຮັດແບບນັ້ນ."

ທ່ານນາງ ເບັນສັນ ບໍ່ຫົວຊານຳເລື່ອງນີ້ ວ່າເປັນກົນລະຍຸດການຫາສຽງຂອງພັກຣີພັບບລີກັນ.

ທ່ານນາງ ເບັນສັນ ກ່າວວ່າ:

"ໂດຍທົ່ວໄປແລ້ວ, ພວກເຮົາເຫັນການຟ້ອງຮ້ອງທັງຫຼາຍ ທີ່ແອບອ້າງວ່າເປັນກົນລະຍຸດທາງກົດໝາຍ ແຕ່ຄວາມຈິງແລ້ວ ມັນເປັນກົນລະຍຸດທາງປະຊາສຳພັນ ເພື່ອນຳເອົາຂໍ້ມູນທີ່ບິດເບືອນ ຫຼື ຫວ່ານແກ່ນແຫ່ງຄວາມສົງໄສ ກ່ຽວກັບການເລືອກຕັ້ງຂອງພວກເຮົາ ໃຫ້ເຂົ້າກັບຫົວຂໍ້ໃນເລື່ອງລາວ."

ພັກຣີພັບບລີກັນ ແລະ ພັກເດໂມແຄຣັດ ໄດ້ເລີ່ມການຟ້ອງຮ້ອງກ່ຽວກັບການເລືອກຕັ້ງໃນລັດຕ່າງໆທີ່ມີການແຂ່ງຂັນຫາສຽງ, ເຊິ່ງອາດໝາຍເຖິງຄວາມວຸ້ນວາຍໃນການເລືອກຕັ້ງ ໃນເດືອນພະຈິກ ທີ່ຈະມາຮອດນີ້.

ທ່ານນາງ ຄິມ ວາຍແມນ,​ ນັກວິຊາການອາວຸໂສຂອງໂຄງການການເລືອກຕັ້ງຂອງສູນນະໂຍບາຍພັກຮ່ວມສອງຝ່າຍ, ຜ່ານທາງ Zoom ວ່າ:

"ການທ້າທາຍທາງກົດໝາຍໃດໆ ທີ່ເກີດຂຶ້ນໃກ້ກັບການເລືອກຕັ້ງຂະນະນີ້, ໂດຍທົ່ວໄປແລ້ວ ເປັນບັນດາທະນາຍຄວາມ ທີ່ວາງຕຳແໜ່ງໄວ້ ໃນກໍລະນີທີ່ພວກເຂົາອາດບໍ່ຊະນະໃນລັດໃດໜຶ່ງ ຫຼື ອາດຈະບໍ່ໄດ້ຮັບຜົນທີ່ພວກເຂົາມັກ, ແລະ ມັນຈະໃຫ້ໂອກາດແກ່ພວກເຂົາ ໃນການທ້າທາຍຕໍ່ການເລືອກຕັ້ງຫຼັງຈາກຄວາມເປັນຈິງ."

ມີການລົບກວນອື່ນໆທີ່ອາດຈະເກີດຂຶ້ນໄດ້, ລວມເຖິງຄວາມພະຍາຍາມອື່ນໆ

ໂດຍເຈົ້າໜ້າທີ່ເຂດເມືອງທີ່ສະໜັບສະໜູນທ່ານ ທຣໍາ ເພື່ອເລື່ອນເວລາການຮັບຮອງຜົນການເລືອກຕັ້ງ.

ເບິ່ງວີດີໂອ ລາຍງານໃນພາສາລາວ:

Your browser doesn’t support HTML5

ພັກຣີພັບບລີກັນ ແລະ ເດໂມແຄຣັດ ຕ່າງກໍກ້າວອ້າງໄວ້ລ່ວງໜ້າ ໃນເລື່ອງການສໍ້ໂກງການເລືອກຕັ້ງ ກ່ອນວັນເລືອກຕັ້ງ

This was the scene in Detroit, Michigan, on Election Day 2020.

“Stop the count! Stop the count!”

Supporters of Donald Trump, fueled by his baseless claims of election fraud, pressured officials to stop counting votes.

Many Trump supporters in Michigan are worrying about fraud in the upcoming election.

((Marvin Minton, Trump Supporter))

“Right now, our government, you're going to question everything about it. I mean, I wish I could say differently, but that's not how America feels. We don't trust nobody.”

((Angelica Kandow, Trump Supporter))

“One case! One case is enough to question the whole system.”

Allegations that the 2020 election was rigged have been repeatedly debunked in U.S. courts.

But disinformation around election integrity has gained traction among Republicans. Polls show they are more likely to trust Trump over government-certified election results.

Officials in battleground states are working to assure voters that the election process is secure. They say disinformation can be dangerous.

((Jonathan Brater, Michigan Bureau of Elections))

“They can in some cases lead to people making threats to election officials or worse. // But even if it doesn't result in any sort of physical violence, it does undermine trust long term in the election system, which is bad for our republic and is bad for our democracy.”