ພັກຣີພັບບລີກັນ ຕົກຢູ່ໃນ ຄວາມສັບສົນ ຫຼັງຈາກ ການລົງຄະແນນສຽງ ໄດ້ພັງລົງ

Your browser doesn’t support HTML5

ພັກຣີພັບບລີກັນຫາ​ທາງທີ່ຈະລວມຕົວກັນໃໝ່ ໃນວັນອັງຄານວານນີ້ ຫຼັງຈາກ
ຄວາມພະຍາຍາມ ທີ່​ຈະຫຼຸດຜ່ອນ ບົດບາດຂອງລັດຖະບານ ໃນຮ່າງກົດໝາຍ
ປະກັນສຸຂະພາບຂອງ​ພວກ​ເຂົາ​ເຈົ້າ ໄດ້ພັງທະລາຍ, ເຮັດໃຫ້ກົດໝາຍປະກັນ
ສຸຂະພາບຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ເຊິ່ງເປັນທີ່ຮູ້ຈັກກັນ​
ໂດຍ​ທົ່ວ​ໄປ ​ໃນ​ຊື່ Obamacare ຍັງຄົງມີຜົນ​ບັງ​ຄັບ​ໃຊ້ຢູ່ຄືເກົ່າ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ Mitch McConnell ຈາກລັດ Kentucky ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຢູ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 18 ກໍລະກົດ 2017.

ປະທານາທິບໍດີ ດໍໂນລ ທຣຳ ທີ່ມີຄວາມໃຈຮ້າຍຢ່າງເຫັນໄດ້ຊັດ ກ່າວວ່າ “ແນ່ນອນ
ຂ້າພະເຈົ້າເສຍໃຈ. ເປັນເວລາ 7 ປີມາ​ແລ້ວ ຂ້າພະເຈົ້າ ໄດ້ຍິນຄຳວ່າ ຍົກເລີກ
ແລະ ສັບປ່ຽນ ຈາກລັດຖະສະພາ. ແລະແລ້ວໃນທີ່ສຸດ ເມື່ອພວກເຮົາມີໂອກາດ
ທີ່ຈະຍົກເລີກ ແລະ ສັບປ່ຽນ ພວກເຂົາເຈົ້າກໍບໍ່​ໄດ້ສວາຍໃຊ້ໂອກາດທີ່ໄດ້ປຽບນັ້ນ.”

Your browser doesn’t support HTML5

President Donald Trump: We've Had Lots of Victories but Not on Healthcare

ຫຼັງຈາກໄດ້ຖືກ​ໂຈມ​ຕີ ໂດຍສະມາຊິກພັກຣີພັບບລີກັນ ທີ່​ເຄັ່ງ​ຄັດ​ໃນ​ດ້ານງົບປະມານ
ກ່າວຫາວ່າ ຮັກສາຄ່າໃຊ້ຈ່າຍ ປະກັນສຸຂະພາບ Obamacare ຫຼາຍໂພດ, ແລະ
ໂດຍພວກ​ນິຍົມແນວທາງປານກາງຂອງ​ພັກ ທີ່ຢ້ານວ່າ ຮ່າງກົດໝາຍນີ້ຈະທຳເກີນ
ຂອບເຂດ ໃນການທຳລາຍສະຖານະພາບທີ່ເປັນຢູ່ ໃນປັດຈຸບັນນັ້ນ, ພັກຣີພັບບລີກັນ
ຈຶ່ງຂາດຄະແນນສຽງທີ່ຕ້ອງການ ສຳລັບການຮອງຮັບ​ເອົາໃນສະພາສູງ.

ຜູ້ນຳສຽງສ່ວນຫຼາຍ ໃນ​ສະພາ​ສູງ ທ່ານ Mitch McConnel ສະມາຊິກພັກຣີພັບບລີກັນ ຈາກລັດ ເຄັນຕັກກີ ກ່າວວ່າ “ຂ້າພະເຈົ້າເສຍໃຈທີ່ຄວາມພະຍາຍາມ ຈະຍົກເລີກ
ແລະ ສັບປ່ຽນ Obamacare ທີ່​ມີ​ບັນຫາ ​ໃນທັນທີທັນໃດນັ້ນ ຈະບໍ່ປະສົບຄວາມ
ສຳເລັດ.”

ທ່ານ McConnell ໄດ້ເປີດເຜີຍແນວຄິດໃໝ່ວ່າ ຈະຍົກ​ເລີກ Obamacare ໃຫ້ໄດ້
ພາຍໃນ 2 ປີ ໂດຍປາສະຈາກແຜນການສັບປ່ຽນ​ໃໝ່. ​ແຕ່ສະມາຊິກສະພາສູງພັກ
ຣີພັບບລີກັນ ຫຼາຍຄົນໄດ້ປະຕິເສດຄວາມຄິດດັ່ງກ່າວຢ່າງວ່ອງໄວ, ເຊັ່ນດຽວກັບ
ສະມາຊິກພັກເດໂມແຄຣັດ ທີ່ມີຄວາມເປັນໜຶ່ງດຽວກັນ.

ສະມາຊິກສະພາສູງພັກເດໂມແຄຣັດ ຈາກລັດ New Hamshire ທ່ານນາງ Jeanne
Shaheen ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ເຊື່ອວ່າບັນ ດາສະມາຊິກສະພາສູງສ່ວນໃຫຍ່
ຈະຍິນດີສະໜັບສະໜູນການເຂົ້າ ໄປຢູ່ໃນສະຖານະການທີ່ບໍ່ຄຸ້ນເຄີຍ.”

ເຖິງແມ່ນມີ​ການ​ຄາດ​ຄະ​ເນວ່າ ການລົງຄະແນນສຽງເພື່ອຍົກເລີກປະ ກັນສຸຂະພາບ
Obamacare ຈະ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວຢ່າງແນ່ ນອນກໍຕາມ, ​ແຕ່ທ່ານ
McConnell ໄດ້ກ່າວໃນຕອນແລງຂອງວັນອັງຄານວານນີ້ວ່າ ທ່ານຈະຈັດການລົງ
ຄະແນນສຽງ ກ່ຽວກັບ ຄຳຖາມທີ່ວ່ານັ້ນ ໃນຕົ້ນສັບປະດາໜ້າ.

ພັກຣີພັບບລີກັນ ໄດ້ກະກຽມ​ຮ່າງກົດໝາຍດັ່ງກ່າວຢ່າງ​ເປັນ​ການປິດລັບ. ພັກ
ເດໂມແຄຣັດ ໄດ້ຮຽກຮ້ອງໃຫ້ມີການຮ່ວມມືກັນ ເພື່ອແກ້ໄຂຂໍ້ບົກຜ່ອງຂອງ
Obamacare, ເຊິ່ງລວມມີ ຄ່າປະກັນໄພທີ່ສູງຂຶ້ນ ແລະຈຳນວນທີ່ຫຼຸດລົງຂອງ
ບໍລິສັດປະກັນໄພ ທີ່ເຂົ້າຮ່ວມໂຄງການຢູ່ໃນຫຼາຍໆລັດ.

Your browser doesn’t support HTML5

Republicans in Turmoil After Health Care Vote Meltdown

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ