ສະມາຊິກສະພາສູງພັກ Republican ພິຈາລະນາ ການ ສະໜັບສະໜູນ ຂໍ້ຕົກລົງ ອີຣ່ານ

ວຸດທິສະພາ Jeff Flake ຈາກລັດ Arizona ຟັງການປາໄສ ກ່ຽວກັບລັດຖະສະພາ, 28 ມັງກອນ, 2015.

ຍັງເຫຼືອພຽງໜຶ່ງເດືອນ​ເທົ້ນ​ນັ້ນ ກ່ອນກຳນົດເສັ້ນຕາຍສຳລັບ ສະພາ ສະຫະລັດ ຈະລົງຄະແນນສຽງກ່ຽວກັບຂໍ້ຕົກລົງສາກົນ ເພື່ອຈຳກັດ

ໂຄງການນິວເຄລຍຂອງ ອີຣ່ານ, ປະກົດວ່າ ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ຈະມີ ໂອກາດພຽງຄັ້ງດຽວ ບໍ່​ດັ່ງ​ນັ້ນ​ກໍ​ຈະ​ສູນ​ເສຍ ການສະໜັບສະໜູນຈາກ ພັກ Republican ສຳລັບຂໍ້ຕົກລົງ ດັ່ງກ່າວ.

ວຸດທິສະພາພັກ Republican ທ່ານ Jeff Flake ໄດ້ກ່າວໃນ ວັນເສົາ ວານນີ້ວ່າ ເປົ້າໝາຍ ສຳຄັນໃນການ​ເກັ້ຍກ່ອມທຳນຽບ ຂາວກໍ​ແມ່ນ​ວ່າ ​ເຖິງ​ແມ່ນທ່ານຈະສະໜັບສະໜູນ ຂັ້ນຕອນ ການເຈລະຈາກັບ ອີຣ່ານກໍ​ຕາມ ​ແຕ່ທ່ານຈະລົງຄະແນນຄັດຄ້ານຂໍ້ຕົກລົງດັ່ງກ່າວ.

ທ່ານ Flake ກ່າວວ່າ ຜົນປະໂຫຍດຂອງການຈຳກັດຄວາມ ສາມາດທາງດ້ານນິວເຄລຍ ຂອງ ອີຣ່ານ ສຳລັບໄລຍະເວລາໃດໜຶ່ງ ຈະບໍ່ສຳຄັນຍິ່ງ​ໄປກວ່າສິ່ງທີ່ທ່ານເອີ້ນວ່າ “ການ ຈຳກັດຢ່າງເຄັ່ງຄັດ” ທີ່ຈະ​ເປັນຂໍ້ຕົກລົງວາງໃຫ້ສະພາ ແລະ ຫ້ອງການປະທານາທິບໍດີ ໃນ ອະນາຄົດ “ໃນການຕອບສະໜອງຕໍ່ຄວາມປະພຶດທີ່ປອດນິວເຄລຍຂອງ ອີຣ່ານ ຢູ່ໃນ ພາກພື້ນ​ແຫ່ງ​ນັ້ນ.”

ທ່ານ Flake ກ່າວໃນຖະແຫຼງການຄັ້ງ​ນ່ຶງ​ວ່າ “ຫວັງວ່າຄວາມປາຖະໜາດ້ານ ນິວເຄລຍ ຂອງ ອີຣ່ານ ອາດຈະປ່ຽນ ຫຼັງຈາກການລະເວັ້ນ ສິບຫ້າ ປີ ມັນອາດຈະເປັນການ ເດີມພັນທີ່ຄຸ້ມຄ່າ, ​ໂດຍເຊື່ອວ່າຄວາມປະພຶດໃນພາກ ພື້ນຂອງ ອີຣ່ານ ຈະປ່ຽນ​ແປງ​ໃນມື້ອື່ນນີ້.. ໃນຂະນະທີ່ລະຖິ້ມອຸປະກອນຕ່າງໆເພື່ອ ຍັບຢັ້ງ ຫຼື ປ່ຽນແປງ ການປະພຶດ ດັ່ງກ່າວ.. ບໍ່ປ່ຽນ​ແປງ.”

​ໃນຕອນທ້າຍຂອງການເຈລະຈາໃນກາງເດືອນກໍລະກົດນັ້ນ, ລັດຖະສະພາໄດ້ເລີ່ມໄລຍະ ການທົບທວນ 60 ມື້ໃນເວລາເຊິ່ງມັນ ສາມາດລົງຄະແນນສຽງ​ໄດ້ເພື່ອຮັບຮອງ ຫຼື ປະຕິເສດຂໍ້ຕົກລົງນັ້ນ. ການລົງຄະແນນສຽງວ່າ “ບໍ່” ອາດໝາຍຄວາມວ່າ ບໍ່ຍົກເລີກການ ວາງ ມາດຕະການລົງໂທດໂດຍການປະຊຸມຂອງຄະນະຜູ້ແທນ, ເຊິ່ງອາດ ຈະໄປຕໍ່ຕ້ານ ກັບພາກສ່ວນຂອງສິ່ງທີ່ ອີຣ່ານ ອາດໄດ້ຮັບໃນການແລກປ່ຽນ ​ໃນ​ການຈຳກັດກິດຈະກຳ ນິວເຄລຍຂອງພວກເຂົາ.

ທ່ານ ໂອບາມາ ໄດ້ໃຫ້ສັນຍາທີ່ຈະໃຊ້ອຳນາດການຄັດຄ້ານຂອງທ່ານ ຖ້າສະພາຕ່ຳ ແລະ ບັນດາສະມາຊິກສະພາປະຕິເສດຂໍ້ຕົກລົງສັນຍາ ລະຫວ່າງ ອີຣ່ານ ແລະ ກຸ່ມ 6 ປະເທດ ມະຫາອຳນາດ ທີ່ລວມມີ ອັງກິດ,​ຈີນ, ຝຣັ່ງ, ຣັດເຊຍ ແລະ ເຢຍລະມັນ.