ບັນຫາດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍການຕ່າງ ປະເທດ ໄດ້ເປັນສູນກາງຂອງຄວາມສົນໃຈ ໃນການໂຕ້ວາທີ ຄັ້ງທີຫ້າ ຂອງບັນດາຜູ້ສະໝັກເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍ ດີຂອງ ພັກຣີພັບບລີກັນ ໃນວັນອັງຄານທີ່ຜ່ານມາ, ໃນຂະນະທີ່ ການຢັ່ງຫາງສຽງສາທາລະນະຊົນໄດ້ສະແດງໃຫ້ເຫັນເຖິງຄວາມ ເປັນຫ່ວງຂອງປະຊາຊົນ ອາເມຣິກາໄດ້ປ່ຽນໄປເປັນເລື່ອງຄວາມ ປອດໄພທີ່ເກີດຂຶ້ນຫຼັງຈາກການ ໂຈມຕີກໍ່ການຮ້າຍໃໝ່. ນັກຂ່າວ ວີໂອເອ Jim Malone ມີລາຍງານເພີ່ມເຕີມຈາກນະຄອນຫຼວງ ວໍຊິງຕັນ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.
Your browser doesn’t support HTML5
ມີການຖຽງກັນຢ່າງໃຫຍ່ເກີດຂຶ້ນ ໃນການໂຕ້ວາທີຄັ້ງທຳອິດຂອງ ພັກຣີພັບບລີກັນ ຕັ້ງແຕ່ມີ ການໂຈມຕີກໍ່ການຮ້າຍໃນນະຄອນຫຼວງປາຣີ ແລະ ລັດຄາລີຟໍເນຍ ແລະໄດ້ຮື້ຟື້ນຄວາມເປັນ ຫ່ວງຂອງສັງຄົມກ່ຽວກັບຄວາມໝັ້ນຄົງອີກຄັ້ງໜຶ່ງ.
ຜູ້ມີຄະແນນນຳໜ້າ ຂອງພັກຣີພັບບລີກັນ ທ່ານ Donald Trump ໄດ້ມາໃນແບບປ້ອງກັນຕົວ ກ່ຽວກັບຂໍ້ສະເໜີທີ່ເປັນບັນຫານອງນັນຕໍ່ການຫ້າມຊາວມຸສລິມ ທີ່ບໍ່ແມ່ນຄົນ ອາເມຣິກາ ບໍ່ ໃຫ້ເຂົ້າມາໃນສະຫະລັດ ລວມທັງການຖຽງກັນດ້ວຍອາລົມຮ້ອນແຮງກັບອະດີດເຈົ້າຄອງ
ລັດ Florida ທ່ານ Job Bush.
ທ່ານ Donald Trump ກ່າວວ່າ “ພວກເຮົາບໍ່ໄດ້ເວົ້າກ່ຽວກັບສາສະໜາ, ພວກເຮົາກຳລັງ ເວົ້າກ່ຽວກັບຄວາມປອດໄພ. ປະເທດຂອງພວກເຮົາແມ່ນຄວບຄຸມບໍ່ໄດ້ແລ້ວ.”
ທ່ານ Jeb Bush ກ່າວວ່າ “ມັນຈະຊຸກຍູ້ໃຫ້ໂລກມຸສລິມ ອອກຈາກພວກເຮົາໃນເວລາທີ່ ພວກເຮົາຕ້ອງການທີ່ຈະຜູກມິດກັບພວກເຂົາເຈົ້າ ເພື່ອສ້າງແຜນຍຸດທະສາດທຳລາຍພວກ ISIS. ທ່ານ Donald ແມ່ນເກັ່ງຫຼາຍໃນການກ່າວປະໂຫຍກສັ້ນໆ ແຕ່ວ່າລາວແມ່ນຜູ້ລົງ ແຂ່ງຂັນທີ່ສັບສົນວຸ້ນວາຍ ແລະ ລາວກໍຈະເປັນປະທານາທິບໍດີທີ່ຫຍຸ້ງຍາກ.”
ນອກນັ້ນ ທັງສອງທ່ານກໍຍັງໄດ້ປະທະກັນກ່ຽວກັບການເປັນຜູ້ນຳ ແລະ ໃຜຈະເປັນຄົນທີ່ເຂັ້ມ ແຂງທີ່ສຸດ ເພື່ອຮັບມືກັບ ຣັດເຊຍ.
ທ່ານ Jeb Bush ກ່າວວ່າ “ນີ້ແມ່ນວຽກງານທີ່ຍາກຫຼາຍ ໃນການລົງ ສະໝັກແຂ່ງຂັນເອົາ ຕຳແໜ່ງປະທານາທິບໍດີ.”
ທ່ານ Donald Trump ກ່າວວ່າ “ໂອແມ່ນແລ້ວ, ເຈົ້າເປັນຄົນທີ່ແຂງແກ່ນຫຼາຍ, ຂ້ອຍຮູ້.”
ທ່ານ Jeb Bush ກ່າວວ່າ “ແລະພວກເຮົາຕ້ອງການຜູ້ນຳ ແລະ ເຈົ້າກໍຈະບໍ່ມີວັນໄດ້ເປັນ ປະທານາທິບໍດີແຫ່ງ ສະຫະລັດ ໂດຍການຖືຖືກໃນທາງຂອງເຈົ້າ ເພື່ອໄປສູ່ຕຳແໜ່ງ ປະທານາທິບໍດີ.”
ທ່ານ Donald Trump ກ່າວວ່າ “ຂ້ອຍນຳໜ້າຢູ່ 42 ເປີເຊັນ ແລະ ເຈົ້າຢູ່ທີ່ 3 ເປີເຊັນຕອນ ນີ້ຂ້ອຍເຮັດໄດ້ດີກວ່າເຈົ້າ.”
ທ່ານ Jeb Bush ກ່າວວ່າ “ມັນບໍ່ກ່ຽວ.”
ການໂຕ້ວາທີສ່ວນໃຫຍ່ແມ່ນເພັ່ງເລັງໃສ່ວິທີການເອົາຊະນະພວກ ລັດ ອິສລາມ ເປັນບູລິມະ ສິດທີ່ສຳຄັນສຳລັບສະມາຊິກສະພາສູງທ່ານ Ted Cruz ຈາກລັດ Texas ແລະ ທ່ານ Marco Rubio ຈາກລັດ Florida.
ທ່ານ Ted Cruz ກ່າວວ່າ “ພວກເຮົາຕ້ອງໃຊ້ການຄອບງຳທາງອາກາດ, ພວກເຮົາຕ້ອງ ປ້ອງກັນພວກຊາວ ເຄີດ ແລະ ພວກເຮົາຕ້ອງຕໍ່ສູ້ ແລະ ຂ້າພວກ ISIS ບໍ່ວ່າພວກເຂົາ ຈະຢູ່ໃສ.”
ທ່ານ Marco Rubio ກ່າວວ່າ “ພວກ ISIS ແມ່ນພວກຫົວຮຸນແຮງກຸ່ມ ຊຸນນີ. ພວກເຂົາຈະ ບໍ່ຖືກປາບປາມໄດ້ ຜ່ານການໂຈມຕີທາງອາກາດພຽງແຕ່ເທົ່ານັ້ນ. ການໂຈມຕີທາງອາກາດ ແມ່ນອົງປະກອບທີ່ສຳຄັນ ແຕ່ວ່າມັນຕ້ອງຖືກປາບປາມຢູ່ເທິງພື້ນດິນໂດຍກອງກຳລັງພາກ ພື້ນດິນ.”
ເຈົ້າຄອງລັດ Ohio ທ່ານ John Kasich ໄດ້ກ່າວວ່າກຸນແຈທີ່ສຳຄັນໃນການຕໍ່ສູ້ພວກ ລັດອິສ ລາມ ແມ່ນການສ້າງພັນທະມິດ.
ທ່ານ John Kasic ກ່າວວ່າ “ທຳອິດ ແລະ ກ່ອນອື່ນໝົດ, ພວກເຮົາຕ້ອງໄປ ແລະ ທຳລາຍ ພວກ ISIS ແລະ ພວກເຮົາຕ້ອງເຮັດສິ່ງນີ້ກັບໝູ່ເພື່ອນຊາວ ອາຣັບ ຂອງພວກເຮົາ ແລະ ໝູ່ເພື່ອນຂອງພວກເຮົາໃນ ຢູໂຣບ.”
ແຕ່ສະມາຊິດສະພາສູງຈາກລັດ Kentucky ທ່ານ Rand Paul ໄດ້ເຕືອນຕໍ່ການເຮັດຊ້ຳ ຄວາມຜິດພາດໃນຄັ້ງທີ່ຜ່ານມາ.
ທ່ານ Rand Paul ກ່າວວ່າ “ມັນຍັງມີຄົນ, ສ່ວນໃຫຍ່ຢູ່ເທິງເວທີນີ້, ພວກເຂົາເຈົ້າຢາກໂຄ່ນ ອຳນາດປະທານາທິບໍດີ ຊີເຣຍ ທ່ານ Bashar al Assad, ແລະ ແລ້ວມັນກໍຈະເກີດຄວາມ ວຸ້ນວາຍ ແລະ ຂ້ອຍຄິດວ່າພວກ ISIS ຕໍ່ໄປກໍຈະຄວບຄຸມ ຊີເຣຍ.”
ຜູ້ລົງແຂ່ງຂັນຈາກ ພັກຣີພັບບລີກັນ ກໍຍັງໄດ້ປະທະຄຳເວົ້າກັນກ່ຽວກັບວິທີທີ່ດີທີ່ສຸດ ໃຫ້ການ ປົກປ້ອງຮັກສາ ອາເມຣິກາ ໃຫ້ມີຄວາມປອດໄພຈາກການໂຈມຕີກໍ່ການຮ້າຍໃນຄັ້ງຕໍ່ໄປ.
ເຈົ້າຄອງລັດ New Jersey ທ່ານ Chris Christie ໄດ້ໂຕ້ຖຽງສຳ ລັບຄວາມສາມາດໃນການ ກວດສອບທີ່ດີກວ່າສຳລັບ ການບັງຄັບໃຊ້ກົດໝາຍ.
ທ່ານ Chris Christie ໄດ້ກ່າວວ່າ “ຂ້ອຍຢາກບອກໃຫ້ພວກເຈົ້າຮູ້ແນວນີ້. ຂ້ອຍແມ່ນອະ ດີດໄອຍະການ ລັດຖະບານກາງ. ຂ້ອຍໄດ້ຕໍ່ສູ້ກັບຜູ້ກໍ່ການຮ້າຍຫຼາຍຄົນ ແລະ ໄດ້ຮັບໄຊ ຊະນະ ແລະ ເມື່ອພວກເຮົາກັບຄືນມາທຳນຽບຂາວ ພວກເຮົາຈະຕໍ່ສູ້ກັບພວກ ກໍ່ການຮ້າຍ ແລະຮັບ ໄຊຊະນະອີກ ແລະ ອາເມຣິກາກໍຈະປອດໄພ.”
ບັນດາຜູ້ລົງແຂ່ງຂັນພັກ ຣີພັບບລີກັນ ຈະພົບປະກັນອີກໃນການໂຕ້ວາທີຄັ້ງຕໍ່ໄປ ໃນກາງ ເດືອນມັງກອນ ພຽງໜຶ່ງສັບປະດາກ່ອນການເລີ່ມຕົ້ນລົງຄະແນນສຽງໃນລັດ Iowa.