ພວກຜູ້ນຳ ຂອງພັກຣີພັບບລີກັນ ຍັງລັງເລໃຈ ທີ່ຈະສະໜັບສະໜຸນ ທ່ານ Trump"

ປະທານສະພາຕ່ຳສະຫະລັດ ທ່ານ Ryan ຮ່ວມກັບ ປະທານສະພາລັດ Wisconsin ທ່ານ Robin Vos, ຊ້າຍ, ແລະສະມາຊິກສະພາສູງ ທ່ານ Ron Johnson ຂອງພັກຣີພັບບລິກັນ.

ນັກທຸລະກິດ​ມະຫາ​ເສດຖີພັນ​ລ້ານ ທ່ານ Donald Trump ອາດຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ ພຽງພໍ​ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ ທີ່​ຈະ​ຖືກ​ສະ​ເໜີ ​ໃຫ້ເປັນຜູ້​ສະ​ໝັກ​ປະທານາທິບໍດີ ຂອງ​ ພັກ​ຣີພັບ​ບລິ​ກັນ​ ​ແຕ່​ທ່ານ​ປາ​ກົດ​ວ່າ ບໍ່​ສາມາດ​ຜັນ​ຂະຫຍາຍ ໃຫ້​ຄວາມກະ​ຕືລື​ລົ້ນ​ ຈາກ​ ການ​ລົງ​ຄະ​ແນນ​ສຽງ ​ໄປ​ສູ່​ຄະນະນຳພາ​ຂອງ​ພັກ​ໄດ້.

​ອີງ​ຕາມ​ໜັງ​ສື​ພິມ Wall Street Journal ​ແລ້ວ ມີ​ພຽງ​ແຕ່ 12 ຄົນ ຂອງສະ ມາຊິກ​ພັກ ​ຣີພັບບລິ​ກັນ ທີ່​ຮັບ​ໃຊ້​ຢູ່​ໃນ​ສະພາ​ຕໍ່າແລະ​ສະພາ​ສູງທັງໝົດ​ ຈຳນວນ 300 ຄົນ ​ແລະ​ ສາມຄົນ ​ໃນ​ຈຳນວນ​ຜູ້​ປົກຄອງ​ລັດທັງ​ໝົດ 31 ຄົນ ​ໄດ້ສະ​ເໜີໃຫ້ການ​ສະໜັບສະໜຸນ ແກ່​ນັກທຸລະກິດຈາກ​ນິວຢອກທ່ານ​ນີ້.

ຜູ້​ທີ່ໄດ້ກຳ​ຕຳ​ແໜ່​ງ​ຢູ່ໃນ​ທຳນຽບຂາວ​ສອງ​ທ່ານປະທານາທິບໍດີ George H.W​. Bush ​ແລະ​ລູກ​ຊາຍ ປະທານາທິບໍດີ George W. Bush ກ່າວ​ວ່າ ​ພວກ​ທ່ານຈະ​ບໍ່ໄປ​ຮ່ວມ ການ​ໂຄສະນາ​ຫາ​ສຽງ​ປີ 2016 ​ແລະ ​ຈະ​ບໍ່ໃຫ້​ຄວາມ​ເຫັນ​ໃດໆ​ດ້ວຍ​ຊ້ຳ.

ຜູ້​ທີ່​ໄດ້​ເສຍ​ໄຊ ໃນ​ການ​ເລືອກ​ຕັ້ງເປັນ​ປະທານາທິບໍດີ​ສອງທ່ານສຸດ​ທ້າຍຄື ສະມາຊິກ​ ສະພາ​ສູງ ທ່ານ John McCain ​ໃນ​ປີ 2008 ​ແລະ​ອະດີດ​ຜູ້​ປົກຄອງ​ລັດ Massa- chusetts ທ່ານ Mitt Romney ​ໃນ​ປີ 2012 ຕ່າງ​ກໍ​ກ່າວ​ວ່າ ​ພວກ​ທ່ານ​ກໍຄື​ກັນ​ກັບ​ພວກ ​ທ່ານ Bushe ທັງ​ສອງ ​ບໍ່​ມີ​ກຜນການ​ທີ່​ຈະ​ໄປຮ່ວມ​ກອງ​ປະຊຸມ​ໃຫຍ່ແຫ່ງ​ຊາດຂອງ​ພັກ ​ໃນ​ເດືອນ​ກໍລະກົດເຊັ້ນ​ກັນ ບ່ອນ​ທີ່​ທ່ານ Trump ຈະ​ຖືກ​ສະ​ເໜີ​ແຕ່ງຕັ້ງ​ຢ່າງ​ເປັນ​ທາງ​ການນັ້ນ.

ອະດີດປະທານາທິບໍດີ ທ່ານ George W. Bush, ຂວາ ໂອ້ລົມກັບພໍ່ຂອງທ່ານ ອະດີດປະທານາທິບໍດີ George H.W. Bush.

ໃນ​ວັນ​ພະຫັດ​ວານ​ນີ້ ຜູ້​ກຳ​ຕຳ​ແໜ່​ງສູງ​ສຸດຂອງ​ພັກຣີພັບ​ບລິ​ກັນ ປະທານ​ສະພາຕ່ຳ ທ່ານ Paul Ryan ກ່າວ​ວ່າ ທ່ານ​ຍັງ​ບໍ່ຕຽມ​ພ້ອມ​ທີ່​ຈະ​ສະໜັບສະໜູນ​ທ່ານ Trump ​ໃຫ້​ເປັນ​ຜູ້​ ຖືກ​ສະ​ເໜີ​ແຕ່ງຕັ້ງ​ເທື່ອ. ທ່ານ Ryan ​ກ່ອນໜ້ານີ້ ​ໄດ້​ຕິຕຽນ​ທ່ານ Trump ທີ່​ກ່າວ​ວ່າ ຖ້າ​ ຫາກ​ທ່ານ​ບໍ່​ໄດ້ຖືກ​ສະ​ເໜີ​ແຕ່ງຕັ້ງບັນດາ​ຜູ້​ສະໜັບ ສະໜູນ​ຂອງ​ທ່ານ ​ອາດ​ຈະ​ກໍ່​ຄວາມ ​ວຸ້ນວາຍຂຶ້ນ ​ຢູ່​ທີ່ກອງ​ປະ​ຊຸ​ມ​ໃຫຍ່ແຫ່ງ​ຊາດ​ພັກຣີພັບ​ບລິ​ກັນ ​ໃນ​ເດືອນ​ກໍລະກົດ​ຈະ​ມາ​ ເຖິງ​ນີ້.

ທ່ານ Ryan ກ່າວ​ວ່າ ທ່ານ​ຫວັງ​ວ່າ ​ພັກ​ຈະສາມາດ​ທ້ອນ​ໂຮມ​ກັນ​ໃນ​ລະດູ​ຮ້ອນ​ຈະ​ມາ​ເຖິ​ນີ້ “​ແຕ່ຂ້າພະ​ເຈົ້າ​ຄິດ​ຫຼາຍ​ກ່ຽວ​ກັບ​ຄວາມ​ຍາກ​ລຳບາກ​ສຳລັບ​ຜູ້​ທີ່ຄາດ ວ່າ​ຈະ​ຖືກ​ສະ​ເໜີ ​ແຕ່ງຕັ້ງ ທີ່​ຈະ​ເຮັດ​ຢ່າງນັ້ນ ​ແລະ​ເຮົາ​ຈະ​ເບິ່ງ​ຕໍ່​ໄປ.”

ບັນດາ​ສະມາຊິກ​ພັກ​ຣີພັບ​ບລິ​ກັນ​ທີ່ມີຄວາມ​ສຳຄັນໆ ຈະເອົາ​ບາດ​ກ້າວຫລາຍ​ກວ່າ​ທ່ານ Ryan ອີກ.

Your browser doesn’t support HTML5

US Trump Republicans

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ