ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລີກັນ ໂຕ້ວາທີເທື່ອທຳອິດ (ເບິ່ງຮູບສະລາຍດ໌)

  • ໄພສານ ວໍຣະຈັກ

ຜູ້ສະມັກເປັນປະທານາທິບໍດີຂອງພັກຣີພັບບລີກັນ ທຳການໂຕ້ວາທີເທື່ອທຳອິດ ທີ່ເມືອງ Manchester ລັດ New Hampshire (13 ມິຖຸນາ 2011)

ສະມາຊິກຂອງພັກຣີພັບບລີກັນ 7 ຄົນ ທີ່ຢາກມີໂອກາດເອົາຊະນະປະທານາທິບໍດີບາຣັກ ໂອບາມາ ໃນການເລືອກຕັ້ງປະທານາທິບໍດີຂອງສະຫະລັດໃນປີໜ້ານີ້ໄດ້ທຳການໂຕ້ວາທີ ທີ່ສຳຄັນເທື່ອທຳອິດ ໃນວັນທີ 13 ມິຖຸນາຜ່ານມາ ໃນການແຂ່ງຂັນໃນຂັ້ນເລີ່ມຕົ້ນທີ່ລັດ New Hampshire. ຜູ້ແຂ່ງຂັນຂອງພັກຣີພັບບລີກັນທັງ 7 ຕ່າງກໍພາກັນກ່າວໂຈມຕີປະ ທານາທິບໍດີໂອບາມາແຕ່ກໍໄດ້ອົດກັ້ນບໍ່ຍອມຕຳໜິຕິຕຽນຊຶ່ງກັນແລະກັນ. ຜູ້ສື່ຂ່າວວີໂອເອ ນາຍ Jim Malone ມີລາຍງານກ່ຽວກັບເລື່ອງນີ້

ໃນ​ໄລຍະ​ເວລາ​ກ່ອນ​ການໂຕ້ວາທີທີ່ສຳຄັນເທື່ອທຳອິດ ຂອງການໂຄສະນາຫາສຽງເລືອກຕັ້ງ ປະທານາທິບໍດີສະຫະລັດໃນປີ 2012 ຈະມານີ້ມີຫຼາຍໆຄົນເບິ່ງ​ເຫັນວ່າອະດີດຜູ້ປົກຄອງລັດ
Massachusetts ທ່ານ Mitt Romney ເປັນຜູ້ໄດ້ຮັບຄະແນນນິຍົມນຳໜ້າໝູ່ໃນການທີ່
ຈະຖືກແຕ່ງຕັ້ງເປັນຜູ້ສະມັກ​ເລືອກ​ຕັ້ງປະທານາທິບໍດີຂອງພັກຣີພັບບລີກັນ ແລະທ່ານຍັງສືບ
ຕໍ່ໄດ້ຮັບຄະແນນສຽງນຳໜ້າໃນການຢັ່ງຫາງສຽງຂອງປະຊາຊົນ.

ທ່ານ Romney ບໍ່ຍອມປ່ອຍໃຫ້ເສຍເວລາເລີຍໃນການກ່າວໂຈມຕີປະວັດດ້ານເສດຖະກິດ ຂອງປະທານາທິບໍດີໂອບາມາ.

ທ່ານ Romney ກ່າວວ່າ “ທ່ານບໍ່ໄດ້ເປັນຜູ້ເຮັດໃຫ້ເກີດສະພາບເສດຖະກິດຫຼຸດ
ຖອຍ ແຕ່ທ່ານໄດ້ເຮັດໃຫ້ມັນມີຄວາມຮ້າຍແຮງເພີ່ມຂຶ້ນ ແລະແກ່ຍາວອອກໄປ
ຕື່ມອີກ. ປະທານາທິບໍດີທ່ານນີ້ໄດ້ປະສົບກັບຄວາມລົ້ມແຫຼວແລະທ່ານ ໄດ້ປະ
ສົບກັບຄວາມລົ້ມແຫຼວໃນເວລາທີ່ປະຊາຊົນຊາວອະເມຣິກັນກາງຕໍ່ທ່ານໃຫ້ສ້າງ
ວຽກເຮັດງານທຳແລະເຮັດໃຫ້ເສດຖະກິດຟຶ້ນໂຕຄືນ.”

ຄູ່ແຂ່ງທີ່ສຳຄັນຄົນນຶ່ງ ຂອງທ່ານ Romney ກໍຄືອະດີດຜູ້ປົກຄອງລັດມິນເນໂຊຕ້າທ່ານ
Tim Pawlenty ທີ່ໄດ້ຕຳໜິຕິຕຽນ ປະທານາທິບໍດີໂອບາມາວ່າ ​ເປັນ​ຜູ້ທີ່ທ່ານເອີ້ນວ່າ
“ເຮັດໃຫ້ເສດຖະກິດຕົກ​ຕໍ່າ.”

ທ່ານ Pawlenty ເວົ້າວ່າ “ຖ້າຈີນ ສາມາດເຮັດໃຫ້ເສດຖະກິດເຕີບໂຕ 5% ​ໄດ້
ແລະບຣາຊີລ ສາມາດມີເສດຖະກິດທີ່ເຕີບໂຕ 5% ​ໄດ້ ສະຫະລັດອະເມຣິກາ
ກໍຕ້ອງສາມາດມີເສດຖະກິດທີ່ຂະຫຍາຍ​ໂຕ​ຂຶ້ນ 5% ໄດ້​ຄື​ກັນແລະຂ້າພະເຈົ້າ
ບໍ່ຍອມຮັບ ໃນຄວາມຄິດທີ່ວ່າ ພວກເຮົາຈະມີຄວາມສາມາດ ໃນລະດັບ​ແຕ່​ພໍ​
ປານ​ກາງ ຫຼືອ່ອນແອນັ້ນ.”

ອະດີດປະທານສະພາຕໍ່າສະຫະລັດ ທ່ານ Newt Gingrich ກໍໄດ້ກ່າວໂຈມຕີການຮັບມື
ທາງດ້ານເສດຖະກິດຂອງປະທານາທິບໍດີໂອບາມາ ​ເຊ່ນ​ກັນ.

ທ່ານ Gingrich ເວົ້າວ່າ “ລັດຖະບານທ່ານໂອບາມາເປັນລັດຖະບານທີ່ຕໍ່ຕ້ານ
ວຽກເຮັດງານທຳ ຕໍ່ຕ້ານທຸລະກິດ ແລະຕໍ່ຕ້ານພະລັງງານ ຂອງອະເມຣິກັນ.
ລັດຖະສະພາສະຫະລັດ ຄວນຈະເລີ່ມລົງມື ສ້າງວຽກເຮັດງານທຳທັນທີ ສຳ
ລັບຊາວອະເມຣິກັນ 14 ລ້ານຄົນ ທີ່ບໍ່ມີວຽກການເຮັດ​. ນີ້ແມ່ນສະພາບເສດ
ຖະກິດຕົກຕໍ່າ​ແທ້ໆ.”

ພວກເຈົ້າໜ້າທີ່ອະວຸໂສຝ່າຍໂຄສະນາຫາສຽງຂອງທ່ານ Gingrich ຫລາຍ​ຄົນໄດ້ພາກັນ
ລາອອກໄປ​ໃນ​ສັບປະດາກ່ອນ ​ແຕ່ທ່ານກໍປະກາດວ່າທ່ານຈະສືບຕໍ່ທຳການໂຄສະນາຫາ
ສຽງຕໍ່ໄປ.

ໃນການໂຕ້ວາທີໃນມື້ວັນຈັນສັບປະດາແລ້ວມີຮວມທັງການປະກາດຂອງສະມາຊິກສະພາ
ຕໍ່າຈາກລັດມິນເນໂຊຕ້າ ທ່ານນາງ Michele Bachmann ທີ່ວ່າ ໃນເວລານີ້ທ່ານນາງ ເປັນຜູ້ສະມັກປະທານາທິບໍດີຢ່າງເປັນທາງການຜູ້ນຶ່ງແລ້ວ.

ທ່ານນາງ Bachmann ກ່າວວ່າ ຈະຍົກເລີກກົດໝາຍປະຕິຮູບຮັກສາສຸກຂະພາບຂອງ
ປະທານາທິບໍດີໂອບາມາ ດັ່ງດຽວກັນກັບຜູ້ສະມັກເຂົ້າແຂ່ງຂັນຄົນອື່ນໆຂອງພັກຣີພັບ
ບລີກັນແລະຮຽກຮ້ອງໃຫ້ພັກລີພັບບລີກັນປຸ້ມລຸມສາມັກຄີ ໃຫ້ການສະໜັບສະໜຸນແກ່
ຜູ້ທີ່ຖືກແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະມັກ​ເລືອກ​ຕັ້ງຂອງ ພັກໃນປີໜ້າ.

ທ່ານນາງ Bachmann ກ່າວວ່າ “ພວກເຮົາຕ້ອງການທຸກໆຄົນ ໃຫ້ມາໂຮມກັນ
ເພາະວ່າພວກເຮົາຈະເປັນຜູ້ຊະນະບໍ່ຕ້ອງມີຄວາມສົງ​ໃສ​ໃດໆ​ກ່ຽວກັບເລື່ອງ
ນີ້ ແລະປະທານາທິບໍດີໂອບາມາຈະເປັນປະທານາທິບໍດີໄໝດຽວເທົ່ານັ້ນ."


ເຖິງແມ່ນສ່ວນໃຫຍ່ຂອງການໂຕ້ວາທີໄດ້ເພັ່ງເລັງໃສ່ເສດຖະກິດພາຍໃນປະເທດແຕ່ບັນຫາ
ນະໂຍບາຍການຕ່າງປະເທດກໍໄດ້ຖືກຍົກຂຶ້ນມາຖົກຖຽງກັນຮວມທັງການໃຫ້ຄວາມສະໜັບ
ສະໜຸນ​ໃນ​ລະດັບ​ຕໍ່າຂອງສະຫະລັດ ຕໍ່ການດຳເນີນຄວາມພະຍາຍາມ ຂອງອົງການເນໂຕ້
ໃນລີເບຍ ຊຶ່ງຜູ້ສະມັກເປັນປະທານາທິບໍດີຫຼາຍໆຄົນ ຂອງພັກຣີພັບບລີກັນ ມີຄວາມເຫັນ
ຄັດຄ້ານ.

ອະດີດສະມາຊິກສະພາສູງສະຫະລັດຈາກລັດເພັນຊີລເວເນຍທ່ານ Rick Santorum ກ່າວ
ກ່ຽວກັບເລື່ອງນີ້ວ່າ:

ທ່ານ Santorum ເວົ້າວ່າ “ທ່ານໂອບາມາໄດ້ຫັນຫຼັງໃຫ້ແກ່ພັນທະມິດຂອງອະເມ
ຣິກາ ແລະອ້າແຂນສວມກອດສະຕູຂອງພວກເຮົາ.”

ທ່ານ Herman Cain ນັກທຸລະກິດຈາກລັດຈໍເຈຍກໍໄດ້ເຂົ້າຮ່ວມການໂຕ້ວາທີໃນຄັ້ງນີ້​ເຊ່ນ
ດຽວກັນ ກັບສະມາຊິກສະພາຕໍ່າ Ron Paul ຈາກລັດເທັກຊັສ ຊຶ່ງ​ເປັນຜູ້ສະມັກ​ແຂ່ງຂັນ
ຂອງພັກຣີພັບບລີກັນພຽງຜູ້ດຽວເທົ່ານັ້ນທີ່ຢາກໃຫ້ສະຫະລັດຖອນອອກຈາກອັຟການິສຖານ.
ບັນດາຜູ້​ໂຕ້​ວາທີຍັງໄດ້ຖົກຖຽງກັນ ກ່ຽວກັບບັນຫາຕ່າງໆໃນເລື່ອງຄົນເຂົ້າເມືອງ ການເຮັດ
ແທ້ງລູກ ແລະບັນຫາພະລັງງານ.

ຕະຫລອດ​ການໂຕ້ວາທີກັນນັ້ນ ຜູ້ສະມັກເປັນປະທານາທິບໍດີຂອງພັກຣີພັບບລີກັນທັງ 7 ຕ່າງກໍໄດ້ກ່າວໂຈມຕີຢ່າງບໍ່ລົດລະ ຕໍ່ນະໂຍບາຍເສດຖະກິດຂອງປະທານາທິບໍດີໂອບາມາ ໂດຍສະເພາະແລ້ວແມ່ນອັດຕາຄົນຫວ່າງງານສູງ ຊຶ່ງໃນເວລານີ້ຢູ່ໃນລະດັບ 9.1%.

ທາງທ່ານໂອບາມານັ້ນ ກໍຮູ້ດີວ່າການປັບປຸງສະຖານ​ນະ​ການດ້ານວຽກເຮັດງານທຳແມ່ນ
ສໍາຄັນ​ທີ່​ສຸດ​ ຕໍ່ຄວາມຫວັງຂອງທ່ານ ທີ່ຈະໄດ້ຖືກເລືອກເປັນປະທານາທິບໍດີຕື່ມອີກໃນປີ
ໜ້າ ແລະທ່ານ​ກໍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຕື່ມອີກໃນມື້ວັນຈັນສັບປະດາແລ້ວໃນລະ
ຫວ່າງກ່າວຄຳປາໄສກ່ຽວກັບເສດຖະກິດທີ່ລັດຄາໂຣໄລນາເໜືອ.

ປະທານາທິບໍດີໂອບາມາກ່າວວ່າ “ຂ້າພະເຈົ້າຈະບໍ່ມີຄວາມເພິງພໍໃຈເລີຍຈົນກວ່າ
ທຸກໆຄົນທີ່ຢາກມີວຽກການດີໆເຮັດທີ່ສາມາດໃຫ້ການຄໍ້າປະກັນໃນດ້ານຄວາມ
ໝັ້ນຄົງນັ້ນມີວຽກງານທີ່ດີໆເຮັດທີ່ໃຫ້ການຄໍ້າປະກັນໃນດ້ານຄວາມໝັ້ນຄົງ.”