ການໂຕ້ວາທີເທື່ອຫລ້າສຸດ ຂອງບັນດາຜູ້ສະມັກປະທານາທິບໍດີ
ສະຫະລັດສັງ ກັດພັກຣີພັບບລບິກັນ ໃນວັນພະຫັດວານນີ້ ໄດ້
ກາຍມາເປັນການຮ້ອງໃສ່ກັນ ໃນຂະນະທີ່ບັນດາຜູ້ສະມັກກ່າວ
ເຖິງບັນຫາຕ່າງໆເຊັ່ນເລື້ອງຄົນເຂົ້າເມືອງຜິດກົດໝາຍ ນະໂຍ
ບາຍຂອງສະຫະລັດຢູ່ພາກຕາເວັນອອກກາງ ແລະຄວາມແຈ້ງ
ຂາວກ່ຽວກັບປະຫວັດການເສຍພາສີຂອງບັນດາຜູ້ສະໝັກ.
ມະຫາເສດຖີອະສັງຫາລິມະຊັບພັນລ້ານ ທ່ານ Donald Trump
ໄດ້ກ່າວອ້າງຊໍ້າແລ້ວຊໍ້າອີກວ່າ ທ່ານຈະເຮັດໃຫ້ເມັກຊິໂກ ຈ່າຍ
ຄ່າສ້າງກຳແພງ ທີ່ທ່ານໄດ້ສະເໜີຈະສ້າງຂຶ້ນ ຢູ່ຊາຍແດນທາງ
ພາກໃຕ້ຂອງສະຫະລັດ ເພື່ອຫຼຸດຜ່ອນການລັກລອບເຂົ້າເມືອງ
ຜິດກົດໝາຍ ແລະຍ້ອນການຄັດຄ້ານຂອງບັນດາຜູ້ນຳເມັກຊິໂກກ່ຽວກັບບັນຫາດັ່ງກ່າວ ທ່ານກ່າວວ່າ “ກຳແພງນີ້ຈະສູງຂຶ້ນຕື່ມ 10 ຟິດ.”
ຜູ້ສະໝັກ ປະທານາ ທິບໍດີ ສະຫະລັດ ຊະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Marco Rubio ຈາກລັດ Floriada.
ບັນດາຄູ່ແຂ່ງ ທີ່ມີຄະແນນສຽງໃກ້ຄຽງຂອງທ່ານ ສະມາຊິກສະພາສູງຈາກລັດ Florida ທ່ານ Marco Rubio ແລະສະມາຊິກສະພາສູງ ຈາກລັດ Texas ທ່ານ Ted Cruz ກ່າວຫາທ່ານ Trump ວ່າ ໃຊ້ແຮງງານຄົນເຂົ້າເມືອງຜິດກົດໝາຍຢູ່ໃນໂຄງການກໍ່ສ້າງຕຶກທີ່ສຳຄັນໆຈຳນວນນຶ່ງ. ທັງສອງທ່ານກ່າວວ່າ ທ່ານ Trump ຖືກບັງຄັບໃຫ້ຈ່າຍຄ່າປັບໃໝ 1 ລ້ານໂດລາ ໃນຖານຈ້າງຄົນເຂົ້າເມືອງຜິດກົດໝາຍ.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ທ່ານ Dona;d Trymp ສັງກັດພັກຣີພັລລິກັນ.
ທັງທ່ານ Rubio ແລະ ທ່ານ Cruz ໄດ້ກ່າວເຖິງຄວາມເພິ່ງພໍໃຈຂອງພວກທ່ານທີ່ຈະເຮັດເປີດເຜີຍປະຫວັດການເສຍພາສີເຂົາເຈົ້າແກ່ສາທາລະນະຊົນຮູ້ ແລະໄດ້ຕິຕຽນທ່ານ Trump ທີ່ຍັງລັງເລ ໃນເລື້ອງດັ່ງກ່າວ. ທ່ານ Trump ກ່າວວ່າ ທ່ານຈະເປີດເຜີຍປະຫວັດການເສຍພາສີຂອງທ່ານ ຊຶ່ງເປັນການປະ ຕິບັດແບບທຳມະດາຢູ່ແລ້ວ ສຳລັບບັນດາຜູ້ສະໝັກປະທານາທິບໍດີສະຫະລັດ ໃນອັນທີ່ທ່ານຮ້ອງວ່າ “ເປັນການກວດກາທີ່ປົກກະຕິ.”
ຜູ້ສະໝັກ ປະທານາທິບໍດີ ສະຫະລັດ ຊະມາຊິກ ສະພາສູງ ພັກຣີພັບບລິກັນ ທ່ານ Ted Cruz ຈາກລັດ Texas
ໃນການຕອບຄຳຖາມກ່ຽວກັບນະໂຍບາຍຕ່າງປະເທດນັ້ນ ທ່ານ Trump ກ່າວວ່າ ທ່ານບໍ່ໃຫ້ການສະໜັບສະໜູນ ຕໍ່ຂໍ້ຕົກລົງຢຸດຍິງທີ່ຈະເລີ້ມມີຜົນບັງຄັບຢູ່ໃນຊີເຣຍ.
Your browser doesn’t support HTML5
US Presidntial Politics