ບັນດາຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລິກັນ ໂຕ້ວາທີກ່ຽວກັບ ຄົນເຂົ້າມເມືອງ ແລະບົດບາດຕ່າງປະເທດ

Your browser doesn’t support HTML5

ເຊີນຊົມວິດິໂອເລື້ອງນີ້

ບັນດາ​ຜູ້​ສະໝັກ ປະທານາທິບໍດີ ພັກຣີພັບ​ບລິ​ກັນ ​ໄດ້​ສະ​ແດງ​
ການ​ສະໜັບສະໜູນໃຫ້ສ້າງຄວາມເຂັ້ມແຂງຢູ່່​ຊາຍ​ແດນ​ສະ
ຫະລັດ ​ໃນການ​ໂຕ້​ວາ​ທີ່​ກັນ​ຂອງພວກເພ່ິນໃນ​ແລງ​ວັນ​ອັງຄານ
​ວານ​ນີ້ ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ ​ເສດຖະກິດ ​ແລະ​ປະ​ເທດ​ທີ່​ຕົກ​ຢູ່​
ໃນລະດັບ​ໂລກ ​ແຕ່​ວ່າ​ມີ​ແນວ​ຄິດ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ວ່າ ຈະ​
ເຮັດ​ຢ່າງ​ໃດ​ກັບ​ຄົນ​ເຂົ້າເມືອງ​ຜິດ​ກົດໝາຍ​ຫລາຍ​ລ້ານ​ຄົນ ທີ່
​ໄດ້​ມາ​ຢູ່​ປະ​ເທດແລ້ວນັ້ນ.

ມະຫາ​ເສດ​ຖີ ທ່ານ​ Danold Trump ຜູ້​ທີ່​ມີ​ຄະ​ແນນໄຫລ່​ເລ່ຍ
ກັບແພດ​ຜ່າຕັດ​ສະໝອງ ທ່ານ Ben Carson ທີ່ຢູ່​ໃ​ນການ​ຢັ່ງ​
ສຽງ​ໃໝ່ ​ເຜີຍ​ແຜ່​ກ່ອນ​ການ​ໂຕ້ວາທີ ກ່າວ​ວ່າ ສະຫະລັດ ບໍ່​ມີ
​ທາງ​ເລືອກ ​ແຕ່​ຕ້ອງ​ໄດ້​ເນລະ​ເທດ​ເຂົາ​ເຈົ້າ.

ທ່ານ Trump ກ່າວ​ວ່າ “​ເຮົາ​ເປັນ​ປະ​ເທດ​ທີ່​ມີ​ກົດໝາຍ ພວກ​ເຮົາ​ຕ້ອງມີ​ຊາຍ​ແດນ.
ພວກ​ເຮົາ​ຕ້ອງ​ມີ​ກຳ​ແພງ. ກຳ​ແພງ​ຈະ​ຕ້ອງ​ຖືກ​ສ້າງ​ຂື້ນ. ກຳ​ແພງ​ຈະ​ເປັນ​ທີ່​ສຳ​ເລັດ ​
ແລະ​ຖ້າ​ຫາກ​ທ່ານ​ຄິດວ່າ ກຳ​ແພງ​ຈະ​ບໍ່ໄດ້ຜົນ ໃຫ້ທ່ານຖາມ​ອິສຣາ​ແອ​ລເບິ່ງ.”

ສະມາຊິກ​ສະພາ​ສູງ ລັດ Texas ທ່ານ Ted Cruz ກ່າວ​ວ່າ ມັນເປັນ​ໄປ​ໄດ້​ທີ່ ສະຫະ
ລັດ ອ້ອມ​ກອດ​ເອົາ​ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ກົດໝາຍ ​ຊ່ຶງພ້ອມດຽວກັນກໍ​ບັງຄັບ​ໃຊ້​ລະບຽບ
ກົດໝາຍ ​ແລະ​ນັ້ນ “ທຸກໆ​ປະ​ເທດ​ທີ່​ເປັນ​ເອກ​ກະລາດ ແມ່ນຮັກສາ​ຊາຍ​ແດນ​ຂອງ​ຕົນໄວ້.”

​ແຕ່​ວ່າ ຫລາຍ​ຄົນ​ຢູ່່ໃນ​ທ່າທີ່ບໍ່​ເຫັນ​ດີ ນຳພາ​ໂດຍ ຜູ້​ປົກຄອງ​ລັດ Ohio ທ່ານ John Kasich ຜູ້ກ່າວ​ວ່າ ​ແຜນໃດໆທີ່​ຈະ​ເນລະ​ເທດ​ ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ 11 ລ້ານ​ຄົນ​
ທີ່​ມີຢູ່​ໃນ​ສະຫະລັດປັດຈຸບັນ​ເປັນ​ເລື້ອງ "ທີ່​ລະ​ອາຍ​ໃຈ." ທ່ານ ​ໄດ້​ເປັນ​ປາກ​ສຽງ​ໃຫ້​ມີ​ລະ​ບົບອັນ​ທີ່ ບັນດາ​ຜູ້ເສຍ​ຄ່າ​ປັບໄໝ ​ສາມາດ​ຢູ່​ໃນ​ປະ​ເທດຕໍ່ໄປ. ອະດີດ​ຜູ້​ປົກຄອງ​ລັດ
Florida ທ່ານ Jeb Bush ກ່າວ​ວ່າ ​ເນລະ​ເທດ ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ຈະ “​ເຮັດ​ໃຫ້​
ຄອບຄົວ​ແຕກ​ແຍກ​ກັນ”

ໂດ​ຍ ການເປັນ​ປາກ​ສຽງ​ ເພື່ອອະນຸຍາດ​ໃຫ້​ຄົນໄດ້​ຮັບ​ຖານະຖືກຕ້ອງ​ຕາມ​ກົດໝາຍ ​ໃນ
​ຊ່ວງເວລາຕໍ່ໄປ. ​

ທ່ານ Jeb Bush, ຊ້າຍ, ກຳລັງໂຕ້ວາທີ ໃນຂະນະທີ່ ທ່ານ Marco Rubio ຮັບຟັງ

ສະມາຊິກ​ສະພາ​ສູງ ລັດ Texas ທ່ານ Ted Cruz ກ່າວ​ວ່າ ມັນເປັນ​ໄປ​ໄດ້​ທີ່ ສະຫະ
ລັດ ອ້ອມ​ກອດ​ເອົາ​ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ກົດໝາຍ ​ຊ່ຶງພ້ອມດຽວກັນກໍ​ບັງຄັບ​ໃຊ້​ລະບຽບ
ກົດໝາຍ ​ແລະ​ນັ້ນ “ທຸກໆ​ປະ​ເທດ​ທີ່​ເປັນ​ເອກ​ກະລາດ ແມ່ນຮັກສາ​ຊາຍ​ແດນ​ຂອງ​ຕົນໄວ້.”

​ ແຕ່​ວ່າ ຫລາຍ​ຄົນ​ຢູ່່ໃນ​ທ່າທີ່ບໍ່​ເຫັນ​ດີ ນຳພາ​ໂດຍ ຜູ້​ປົກຄອງ​ລັດ Ohio ທ່ານ John Kasich ຜູ້ກ່າວ​ວ່າ ​ແຜນໃດໆທີ່​ຈະ​ເນລະ​ເທດ​ ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ 11 ລ້ານ​ຄົນ​
ທີ່​ມີຢູ່​ໃນ​ສະຫະລັດປັດຈຸບັນ​ ເປັນ​ເລື້ອງ "ທີ່​ລະ​ອາຍ​ໃຈ." ທ່ານ ​ໄດ້​ເປັນ​ປາກ​ສຽງ​ໃຫ້​ມີ​ລະ​ບົບອັນ​ທີ່ ບັນດາ​ຜູ້ເສຍ​ຄ່າ​ປັບໄໝ ​ສາມາດ​ຢູ່​ໃນ​ປະ​ເທດຕໍ່ໄປ. ອະດີດ​ຜູ້​ປົກຄອງ​ລັດ
Florida ທ່ານ Jeb Bush ກ່າວ​ວ່າ ​ເນລະ​ເທດ ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ຈະ “​ເຮັດ​ໃຫ້​
ຄອບຄົວ​ແຕກ​ແຍກ​ກັນ”

ໂດ​ຍ ການເປັນ​ປາກ​ສຽງ​ ເພື່ອອະນຸຍາດ​ໃຫ້​ຄົນໄດ້​ຮັບ​ຖານະຖືກຕ້ອງ​ຕາມ​ກົດໝາຍ ​ໃນ
​ຊ່ວງເວລາຕໍ່ໄປ. ​

ທ່ານ Bobby Jindal, ຊ້າຍ, ທ່ານ Chris Christie, ທ່ານ Mike Huckabee ແລະ ທ່ານ Rick Santorum ກຳລັງໂດ້ລົມກັບ ບັນດາຜູ້ສໍ້ຖາມ