ທີມກົດໝາຍ ປ. ທຣໍາ ພະຍາຍາມ ຕີຕັດ ຄະນະສືບສວນ ຂອງທ່ານ Mueller

اسلام اباد - پاکستان

ບັນດາ​ທີ່​ປຶກສາດ້ານກົດໝາຍຂອງປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ກຳ
ລັງ​ສຶກສາ​ເບິ່ງ​ຄວາມ​ເປັນ​ໄປໄດ້​ໃນ​ກາ​ນຂັດ​ແຍ້ງດ້ານ​ຜົນ​ປະໂຫຍ​ດຢູ່ພາຍ​ໃນ​ຄະນະ​
ສືບສວນ ຂອງໄອ​ຍະ​ການ​ພິ​ເສດ Robert Mueller ທີ່​ເຂົາ​ເຈົ້າ​ສາມາດ​ໃຊ້ ​ເພື່ອສ້າງ​
ຄວາມ​ເຊື່ອມ​ເສຍໃຫ້​ແກ່ການສືບສວນຂອງ​ທ່ານ Muller ​ກ່ຽວ​ກັບ ​ການ​ແຊກ​ແຊງ
​ຂອງຣັດ​ເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງຂອງສະຫະລັດ ອີງ​ຕາມ​ຫຼາຍ​ແຫ​ລ່ງຂ່າວ ​ແລະ​
ລາຍ​ງານ​ຂ່າວຕ່າງໆ.

ໝັງສືພິມ New York Times ສະບັບວັນສຸກລາຍ​ງານ​ວ່າ​ ພວກ​ຜູ້​ຊ່ວຍ​ປະທານາທິບໍ
ດີ​ທຣໍາ ກຳລັງ​ທຳ​ການກວດ​ສອບ​ຢ່າງ​ກວ້າງ​ຂວາງ​ເບິ່ງ​ພື້ນຖານ​ທາງ​ດ້ານ​ວຽກ​ການ​
ແລະ​ດ້ານ​ການ​ເມືອງ ຂອງຄະນະ​ສືບສວນ ໃນການກະກຽມຕໍ່​ອັນ​ທີ່ ​ເຂົາ​ເຈົ້າກ່າວ​ວ່າ
​ເປັນ “ການ​ປະ​ເຊີນ​ໜ້າ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ” ລະຫວ່າງປະທາ ນາທິບໍດີ ແລະທ່ານ
Mueller.

ຄະນະຂອງປະທານາທິບໍດີທຣໍາ ມີ​ລາຍງານວ່າ ກຳລັງກວດສອບຢ່າງ​ລະອຽດ​ເບິ່ງ
ທຸກໆຢ່າງ ນັບ​ແຕ່ການບໍລິຈາກເງິນ​ໃຫ້ແກ່ບັນດາຜູ້ສະໝັກພັກເດໂມແຄຣັດ ໂດຍ
ພວກສືບສວນ ຕະຫລອດ​ເຖິງຄວາມສຳພັນດ້ານສ່ວນໂຕ ລະຫວ່າງທ່ານ Muller ແລະອະດີດຜູ້ອຳນວຍການອົງການສັນຕິບານກາງ ຫລື FBI ທ່ານ James
Comey ທີ່ປະທານາທິບໍດີທຣໍາ ປົດອອກຈາກໜ້າທີ່ນັ້ນ.

ສະມາຊິກທີມກົດໝາຍທີ່ຢູ່ພາຍນອກ ຂອງປະທານາທິບໍດີທຣໍາຄົນນຶ່ງ ທ່ານ Jay
Sekulow ກ່າວວ່າ ພວກທະນາຍຄວາມ “ຈະປະເມີນບັນຫາການຂັດແຍ້ງ ແລະ
ຍົກຂຶ້ນມາລົມ​ກັນຢູ່ບ່ອນທີ່ເໝາະສົມ” ແມ່ນກະ​ທັງ ​ການ​ຮ້ອງ​ຮຽນໂດ​ຍກົງ​ຕໍ່ທ່ານ
Mueller ຖ້າຫາມີຄວາມຈຳເປັນ. ນີ້ກ່ຽວກັບຣັດເຊຍ.”

ທ່ານ Jay Sekulow ທີເປັນພາກສ່ວນ ທີມກົດໝາຍຂອງ ປະທານາທິບໍດີທຣໍາ ຢູ່ພາຍນອກ.

ຄະນະສືບສວນກ່ຽວ​ກັບ​ເລື່ອງຣັດເຊຍຂອງທ່ານ Mueller ໄດ້ປະກອບຄະນະທີ​ມ
ງານ​ພວກ​ໄອ​ຍະ​ການ​ແລະ​ເຈົ້າໜ້າ​ທີ່​ ທີ່​ມີ​ຄວາມ​ຊ່ຽວຊານ​ເປັນ​ພິ​ເສດ​ ​ເພື່ອ​ກວດ​ສອບ
​ເບິ່ງ​ປະຫວັດ​ການ​ເງິນ​ຂອງ​ປະທານາທິບໍດີ ​ແລະ​ກວດ​ເບິ່ງວ່າມີ​ທີ່​ປຶກ ສາ​ຂອງ​ທ່ານ
​ທຣຳ ຄົນ​ໃດ​ບໍ ​ໄດ້​ໃຫ້ການຊ່ວຍ​ເຫລືອ​ແກ່ວັງ​ເຄຣັມລິນ ​ໃນ​ການ​ຫາ​ທາງ​ລົບ​ກວນ
​ການເລືອກ​ຕັ້ງປະທານາທິບໍດີໃນ​ປີ​ກາຍ​ນີ້. ຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມານີ້ ປະ
ທານາທິບໍດີທຣໍາໄດ້ສະແດງຄວາມໂກດແຄ້ນ

ຈາກຊ້າຍ ລູກຊາຍຂອງ ປະທານາທິບໍດີທຣໍາ ທ່ານ Donald Trump Jr. ລູກເຂີຍ ທ່ານ Jared Kushner ແລະອະດີດຫົວໜ້າໂຄສະນາຫາສຽງ ທ່ານ Paul Manafort.

ກ່ຽວກັບການສືບສວນ ຫລັງຈາກໄດ້ຖືກ​ແຈ້ງ​ໃຫ້​ຊາບກ່ຽວກັບຄຳຖາມດ້ານ ກົດ
ໝາຍ ທີ່ທ່ານແລະຄອບຄົວຂອງທ່ານອາດປະເຊີນໜ້າ.

ໜັງສືພິມ Washington Post ລາຍງານວ່າ ປະທານາທິບໍດີທຣໍາ ໄດ້ບອກໃຫ້
ບັນດາຜູ້ຊ່ວຍຊາບວ່່າ ທ່ານຮູ້ສຶກເປັນທີ່ລົບກວນ​ໃຈ​ຫຼາຍຫຼັງຈາກຮຽນຮູ້ວ່າທ່ານ
Mueller ສາມາດທີ່​ຈະເຂົ້າໄປກວດເບິ່ງ ການເສຍພາສາສີຂອງທ່ານ ໃນ ​ໄລຍະ
ຫລາຍປີທີ່ຜ່ານມາ.

ຢູ່ໃນການ​ໃຫ້ສຳພາດກັບໜັງສືພິມ New York Times ໃນວັນພຸດທີ່ຜ່ານມາ ນີ້ ປະທານາທິບໍດີກ່າວວ່າ ທ່ານ Mueller ໄດ້ນຳພາການສືບສວນ ທີ່​ເຕັມ​ໄປດ້ວຍ
ການຂັດແຍ້ງ ດ້ານຜົນປະໂຫຍດ ແລະ​ໄອ​ຍະ​ການ​ພິ​ເສດ ບໍ່ສົມຄວນທີ່​ຈະ ຂະ
ຫຍາຍການສືບສວນ ທີ່ຮວມທັງການພົວພັນດ້ານການເງິນ ຂອງຄອບຄົວທ່ານ.
ປະທານາທິບໍດີທຣໍາກ່າວວ່າ “ຂ້າພະເຈົ້າຄິດວ່າ ເປັນການລ່ວງລະ​ເມີດ. ເບິ່ງດຸ
ນີ້ກ່ຽວກັບຣັດເຊຍ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກີດ