ມີລາຍງານ ໄອຍະການພິເສດ ສືບສວນ ປ. ທຣຳ ທີ່ອາດຂັດຂວາງ ຂະບວນການຍຸຕິທຳ

​ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ​ກ່າວໃນກອງປະຊຸມ ຄະນະລັດຖະບານ, 12 ມິຖຸນາ, 2017.

ໄອ​ຍະ​ການ​ພິ​ເສດ ​ທີ່ພວມ​ທຳ​ການ​ສືບສວນ ກ່ຽວ​ກັບ​ການໃຊ້​ອິດ​ທິພົນ​ຂອງຣັດ​ເຊຍ
ແຊກ​ແຊງເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ໃນ​ປີ​ກາຍ​ນີ້ ​ແລະ​ຄວາມ​
ເປັນ​ໄປ​ໄດ້ ທີ່ອາດ​ມີ​ການພົວພັນ ​ກັບ​ການ​ໂຄສະນາ​ຫາ​ສຽງ​ຂອງ​ປະທານາທິບໍດີ
ດໍ​ໂນ​ລ ທຣຳ ​ໄດ້​ຂະ​ຫຍາຍວົງ​ກວ້າງອອກ ຮວມທັງການ​ກວດກາ​ເບິ່ງ​ວ່າ​ປະທານາ
ທິບໍດີ ​ໄດ້​ຂັດຂວາງ​ຂະ​ບວນການ​ຍຸຕິ​ທຳ ຫຼື​ບໍ່?

​ການ​ເປີດ​ເຜີຍ​ດັ່ງກ່າວ ມີ​ຂຶ້ນ ​ເມື່ອ​ແລງ​ວັນ​ພຸດ​ວານ​ນີ້ ​ໃນ​ບົດ​ຂຽນທີ່ພິມ​ເຜີຍແຜ່​
ໂດຍ​ໜັງສືພິມ Washington Post, New York Time ແລະ Wall Street
Journal
ອີງ​ຕາມ​ຄຳ​ເວົ້າຂອງ​ພວກ​ທີ່​ຮູ້​ເລື່ອງ​ດີ ກ່ຽວກັບ​ການ​ສືບສວນ​.

ພວກໜັງສື​ພິມ​ທັງ​ສາມ ກ່າວ​ວ່າ ທ່ານ Robert Mueller ໄອ​ຍະ​ການ​ພິ​ເສດ​
ມີ​ແຜນ​ທີ່​ຈະສຳພາດ​ຜູ້ອຳນວຍການອົງ​ການສືບ​ລັບ​ແຫ່ງ​ຊາດ ທ່ານ Dan Coats, ຜູ້ອຳນວຍການອົງ ການຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຫຼື NSA​ ທ່ານ Michael Rogers
ແລະ​ ທ່ານ Richard Ledgett ອະດີດຮອງ​ຜູ້ອຳນວຍການ​ອົງການ NSA.

ຈາກຊ້າຍ ຜູ້ອຳນວຍການອົງການສືບລັບ ແຫ່ງຊາດ ທ່ານ Dan Coats, ຜູ້ອຳນວຍການອົງ ການຄວາມໝັ້ນຄົງ ແຫ່ງຊາດ ຫຼື NSA ທ່ານ Michael Rogersand ແລະຮັບຕຳແໜ່ງ ຜູ້ອຳນວຍການ ທ່ານ Andrew McCabe, ກຳລັງມາເຖິງການໃຫ້ການ ກ່ຽວກັບກົດລະບຽບການຂອງການສືບລັບ ຂອງການເຄື່ອນໄຫວຕ່າງປະເທດ, ທີ່ Capitol Hill.

ອີງ​ຕາມລາຍ​ງານ​ຂອງໜັງສື​ພິມ​ Washington Post ແລະ Wall Street Journal
​ແລ້ວ ທ່ານ Ledgett ​ໄດ້​ຂຽນ​ບັນທຶກທີ່​ໄດ້​ອະທິບາຍ​ເຖິງ​ການ​ສົນທະນາ​ທາງ​ໂທລະສັບ
ທີ່​ທ່ານ​ທຣຳ​ ໄດ້​ໂອ້​ລົມ​ກັບ​ທ່ານ Coats ຊຶ່ງປະທານາທິບໍດີ​ ໄດ້​ຂໍ​ຮ້ອງໃຫ້ທ່ານ Coats
​ປະກາດ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ວ່າ ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ​ບໍ່ໄດ້​ຮວມຫົວ
​ກັບຣັດ​ເຊຍ.

ໜັງສື​ພິມ​ Washington Post ຍັງ​ໄດ້​ລະບຸ​ອີກ​ວ່າ ທ່ານ​ທຣຳ ​ໄດ້​ຮຽກຮ້ອງໃນລັກສະນະ​
​ດຽວ​ກັນນີ້ ​ໃນ​ການໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ Rogers.

ທ່ານ Mark Corallo ​ໂຄສົກ​ຂອງ​ທະນາຍຄວາມ​ສ່ວນ​ຕົວ​ຂອງ​ທ່ານ​ທຣຳ ​ໄດ້​ກ່າວ​ວ່າ
“ອົງການ​ FBI ​ໄດ້​ເຮັດ​ໃຫ້​ຂໍ້​ມູນ​ຮົ່ວ​ໄຫຼ ກ່ຽວ​ກັບ​ປະທານາທິບໍດີ ນັ້ນ​ແມ່ນໂພດໄປ ​
ແບບທີ່​ໃຫ້​ອະ​ໄພ​ບໍ່​ໄດ້ ​ແລະ​ຜິດ​ກົດໝາຍນຳ​ດ້ວຍ.”

ປະທານ​ຂອງ​ຄະນະ​ກຳມະການແຫ່ງ​ຊາດຂອງ​ພັກ Republican ທ່ານ​ນາງ Ronna McDaniel ​ໄດ້​ຕຳ​ນິຕິ​ຕຽນໜັງສື​ພິມ​ Washington Post ວ່າ​ “ເປັນ​ການກ່າວ​ຫາ ທີ່​
ບໍ່​ມີ​ມູນ​ຄວາມ​ຈິງ.”

“ມັນ​ຍັງ​ບໍ່​ມີ​ຫຼັກ​ຖານ​ໃດໆ​ກ່ຽວ​ກັບ​ການ​ຂັດຂວາງ​ຂະ​ບວນການ​ຍຸຕິ​ທຳ ​ແລະບັນດາ
​ຜູ້ນຳ​ຄົນໃນປະຈຸ​ບັນ ​ແລະ​ອະດີດ ​ຂອງ​ປະຊາ​ຄົມ​ສືບ​ລັບ ຕ່າງ​ກໍໄດ້​ກ່າວ​ຊ້ຳ​ແລ້ວຊ້ຳ
​ອີກ​ວ່າ ມັນ​ບໍ່​ໄດ້​ມີ​ຄວາມ​ພະຍາຍາມ​ໃດໆ ທີ່​ຈະຂັດຂວາງ​ການ​ສືບສວນ​ທີ່​ວ່າ​ນີ້,”

ນັ້ນຄື​ຄຳ​ເວົ້າຂອງ​ທ່ານ​ນາງ ທີ່​ໄດ້​ກ່າວຢູ່​ໃນ​ຖະ​ແຫຼ​ງການ​ສະ​ບັບນຶ່ງ.

ອະດີດຜູ້ອຳນວຍການສືບລັບ FBI ທ່ານ James Comey ໃຫ້ການຕໍ່ຄະນະກຳມາທິການສືບລັບສະພາສູງ ກ່ຽວກັບການກ່າວຫາທີ່ວ່າ ໄດ້ມີການໃຊ້ອິດທິພົນຂອງຣັດເຊຍ ແຊກແຊງເຂົ້າໃນ ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2016, Capitol Hill ໃນ Washington, 8 ມິຖຸນາ, 2017.

ທ່ານ​ທຣຳ ​ໄດ້​ໃຊ້ Twitter ຕອບ​ໂຕ້ ຕໍ່​ລາຍ​ງານ​ຂ່າວ​ຕ່າງໆ ​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ມື້ນີ້.

ທ່ານ​ຂຽນ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ການ​ສົມຮູ້​ຮ່ວມ​ຄິດ​ກັບຣັດ​ເຊຍ
ສູນ​ເປີ​ເຊັນ​ມີ​ຄວາມ​ຈິງ ດັ່ງນັ້ນ ດຽວນີ້ຈຶ່ງ​ເວົ້າ​ເຖິງ​ເລື່ອງ​ການ​ຂັດຂວາງ​ຂະ​ບວນການ​
ຍຸຕິ​ທຳຊຶ່ງ​ຂ່າວ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ນັ້ນ.”

​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້ ທ່ານ ທຣຳ ​ໄດ້​ປົດຜູ້ອຳນວຍການ ອົງ​ການ FBI
ທ່ານ James Comey ​ໂດຍ​ກ່າວ​ວ່າ “​ເລື່ອງກ່ຽວ​ກັບຣັດ​ເຊຍ​ ນີ້” ​ແມ່ນ​ຍັງ​ຢູ່​ໃນ​ຄວາມ​ຄິດ
​ຂອງ​ທ່ານ ຕອນ​ທີ່​ທ່ານ​ໄດ້​ຕັດສິນ​ໃຈ ທີ່​ຈະ​ປົດ​ຫົວໜ້າເຈົ້າ​ໜ້າ​ທີ່​ປະຕິບັດກົດໝາຍ​ຂອງ
​ປະ​ເທດ ​ໃນ​ຂະນະ​ທີ່​ທ່ານ Comey ​ເປັນ​ຫົວໜ້າ​ການ​ສືບສວນ​ກ່ຽວ​ກັບການ​ແຊກ​ແຊງ
ຂອງຣັດ​ເຊຍ.

ປະມານ​ສັບປະດາ​ນຶ່ງ​ຕໍ່​ມາ ທ່ານ Mueller ​ໄດ້​ຖືກ​ແຕ່ງ​ຕັ້ງ ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນ
ໄອ​ຍະ​ການ​ພິ​ເສດ​ ​ເພື່ອ​ນຳພາ​ໃນ​ການ​ສືບສວນຂອງ​ທ່ານ​.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ