ເນື່ອງຈາກໄດ້ຮັບຄວາມກົດດັນເພີ້ມຂຶ້ນ ຈາກໄອຍະການພິເສດ ໂຣເບີດ ມັລເລີ ອະ
ດີດທີ່ປຶກສາ ໃນຄະນະໂຄສະນາຫາສຽງຂອງປະທານາທິບໍດີ ດໍໂນລ ທຣຳ ທ່ານຣິກ
ເກດສ໌ ຈຶ່ງໄດ້ເອົາເສັ້ນທາງ ທີ່ແຕກຕ່າງ ໃນວັນສຸກວານນີ້ ໂດຍຍອມຮັບຜິດໃນຂໍ້ຫາ
2 ກະທົງແລະທ່ານທ່ານພອລ ມານາຟອດທ໌ໄດ້ປະເຊີນໜ້າກັບຂໍ້ຫາໃໝ່ຈຳນວນນຶ່ງ ໃນການສືບສວນ ກ່ຽວກັບການແຊກແຊງຂອງຣັດເຊຍ.
ທ່ານເກດສ໌ ອາຍຸ 45 ປີ ໄດ້ໄປປາກົດຕົວ ຕໍ່ໜ້າສານ ລັດຖະບານກາງ ໃນນະຄອນ
ຫຼວງວໍຊິງຕັນ ເພື່ອຍອມຮັບຜິດ 1 ກະທົງ ໃນການສົມຮູ້ຮ່ວມຄິດ ຕໍ່ຕ້ານສະຫະລັດ
ແລະອີກ 1 ກະທົງ ໃນການຕົວະ ເຈົ້າໜ້າທີ່ສືບສວນຂອງອົງການສັນຕິບານກາງຫຼື
ເອັຟບີອາຍສະຫະລັດ ເມື່ອວັນທີ 1 ກຸມພາຜ່ານມາ ໃນຂະນະທີ່ທ່ານເຈລະຈາເພື່ອ ຫາທາງຕົກລົງ ກັບຫ້ອງການຂອງໄອຍະການພິເສດມັລເລີ.
ໃນຖານະທີ່ເປັນພາກສ່ວນນຶ່ງ ຂອງການຕໍ່ລອງກັນນັ້ນ ທ່ານເກດສ໌ໄດ້ຕົກລົງ ທີຈະ
ໃຫ້ການຮ່ວມມືຕໍ່ທ່ານມັລເລີທີ່ກຳລັງສືບສວນເບິ່ງວ່າ ຄະນະໂຄສະນາຫາສຽງຂອງ ປະທານາທິບໍດີທຣຳ ສົມຮູ້ຮ່ວມຄິດ ກັບຣັດເຊຍຫຼືບໍ່. ມີທາງເປັນໄປໄດ້ ທີ່ທ່ານອາດ
ຈະໃຫ້ການ ກ່ຽວກັບທ່ານມານາຟອດທ໌ ໄດ້ເຊັ່ນດຽວກັນ. ເພື່ອເປັນການຕອບແທນ
ຄະນະໄອຍະການ ໄດ້ຕົກລົງທີ່ຈະຍົກເລີກຂໍ້ຫາອື່ນໆທັງໝົດຕໍ່ທ່ານເກດສ໌ ໃນການ
ຟ້ອງຮ້ອງ 2 ເທື່ອ ທີ່ມີຂຶ້ນໃນໄລຍະສອງສາມເດືອນຜ່ານມານີ້.
ການຍອມຮັບຜິດ ມີຂຶ້ນນຶ່ງມື້ ຫຼັງຈາກຄະນະຕຸລາການ ໄດ້ຍື່ນຟ້ອງເທື່ອໃໝ່ ຕໍ່ທ່ານ
ເກດສ໌ ແລະທ່ານມານາຟອດທ໌ ໂດຍໄດ້ເພີ້ມຄວາມກົດດັນ ຕໍ່ບຸກຄົນທັງ 2.
ທ່ານພອລ ມານາຟອດທ໌ ອະດີດປະທານ ຄະນະໂຄສະນາຫາສຽງ ຂອງ ປ. ທຣຳ
ແຕ່ໃນຂະນະທີ່ທ່ານເກດສ໌ ທຳການຕົກລົງ ກັບຫ້ອງການຂອງທ່ານມັລເລີນັ້ນ ອະດີດ ປະທານຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ທຣໍາ ທ່ານມານາຟອດທ໌ ອາຍຸ
68 ປີ ແມ່ນຍັງບໍ່ຍອມ ໃນຂະນະທີ່ທ່ານມັລເລີ ໄດ້ປະກາດ ກ່ຽວກັບການຟ້ອງຮ້ອງຄັ້ງ
ໃໝ່ ຕໍ່ທ່ານ.
Your browser doesn’t support HTML5
Gates Leaves US Federal Courthouse After Pleading Guilty