ການໂຈມຕີດ້ວຍແກສພິດ ເຮັດໃຫ້ຫລາຍຄົນ ບາດເຈັບ ໃນພາກກາງ ຂອງຊີເຣຍ ( ວີດີໂອ)

Your browser doesn’t support HTML5

ເບິ່ງວີດີໂອເລື້ອງນີ້

ລັດຖະບານ​ຊີ​ເຣຍ ​ແລະກຳລັງ​ຝ່າຍຕໍ່ຕ້ານ ​ຕະຫລອດ​ທັງ
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ ກ່າວ​ວ່າ ​ແກ​ສພິດ​ໄດ້​ເຮັດ
​ໃຫ້​ປະຊາຊົນ​ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ໝູ່​ບ້ານ​ນຶ່ງ​ໃນ​
ພາ​ກກາງຂອງ​ປະ​ເທດ. ລັດຖະບານ​ແລະ​ຝ່າຍ​ຕໍ່ຕ້ານ ​ໄດ້
​ກ່າວ​ຫາ​ຊຶ່ງ​ແລະ​ກັນ​ວ່າ ​ເປັນ​ຜູ້​ກໍ່​ໃຫ້​ເກີດ​ເຫດການ​ດັ່ງກ່າວ.

ກຸ່ມ​ປະສົມ​ແຫ່ງ​ຊາດ​ຊີ​ເຣຍ ກໍ​ຄື​ກຸ່ມ​ຈັດ​ຕັ້ງ​ຂອງ​ຝ່າຍ​ຕໍ່ຕ້ານ
​ແລະ​ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດຊີ​ເຣຍ ກ່າວ​ໃນ​ວັນ​ເສົາ​
ວານ​ນີ້​ວ່າ ການໂຈມ​ຕີ ທາງ​ອາກດຂອງ​ຝ່າຍ​ລັດຖະບານ ​
ໄດ້ເຮັດ​ໃຫ້​ປະຊາຊົນຫຼາຍ​ສິບ​ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແລະ​
ເຮັດ​ໃຫ້​ແກ​ສພິດ​ຮົ່ວ​ໄຫລ​ອອກ​ມາ​ໃນ​ວັນ​ສຸກ​ມື້ກ່ອນ​ນີ້ ​ໃນ​
ໝູ່​ບ້ານ Kfar Zeita.

ໃນ​ວັນ​ເສົາ​ວານ​ນີ້ ໂທລະພາບ​ແຫ່ງ​ລັດ​ຊີ​ເຣຍ ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ສະມາຊິກ​ແນວ
​ໂຮມ Nusra ທີ່​ມີ​ສ່ວນ​ພົວພັນ​ກັບ​ເຄືອ​ຂ່າຍອາລ​ກາ​ອິ ດາ ວ່າ​ນຳ​ໃຊ້ແກ​ສ chlorine
ຕໍ່​ໝູ່​ບ້ານ Kfar Zeita ທີ່ໂທລະພາບ​ເວົ້າ​ວ່າ ໄດ້​ສັງຫານ​ປະຊາຊົນ 2 ຄົນ.

ການ​ກ່າວ​ອ້າງ​ຂອງ​ແຕ່ລະ​ຝ່າຍ ບໍ່​ໄດ້​ມີ​ການ​ພິສູດ​ຄວາມ​ຈິງ​ ​ໂດຍອົງການ​ທີ່​ເປັນ
​ອິດ​ສະລະ.

ລາຍ​ງານ​ດັ່ງກ່າວ​ມີ​ຂຶ້ນ ​ຫຼັງ​ຈາກມີ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ຢູ່​ໃກ້ໆ​ກັບ​ນະຄອນ
ຫຼວງ​ດາ​ມັສກັສ ທີ່​ໄດ້​ສັງຫານ​ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ ໃນ​ເດືອນ​ສິງຫາ​ປີ​ແລ້ວ​ນີ້.

ສະຫະລັດ​ແລະ​ພວກ​ປະ​ເທດ​ພັນທະ​ມິດ ​ໄດ້​ຖິ້ມ​ໂທດ​ການ​ໂຈມ​ຕີ​ນີ້​ໃສ່​ລັດຖະບານ
​ຊີ​ເຣຍ ​ແຕ່​ລັດຖະບານ​ຂອງ​ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ ​ໄດ້​
ກ່າວ​ຫາ​ພວກ​ກະບົດ​ວ່າ​ເປັນຜູ້​ກໍ່​ເຫດການ​ຂຶ້ນ. ການ​ໂຈມ​ຕີ​ດັ່ງກ່າວ ​ໄດ້ພາ​ໃຫ້ຊີເຣຍ
ຕົກລົງ​ ມອບ​ພວກ​ຄັງ​ອາວຸດ​ເຄມີ​ຂອງ​ຕົນ ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ເອົາ​ໄປ​ທຳລາຍ​ຖິ້ມ
ຫຼັງ​ຈາກສະຫະລັດ​ຂົ່ມຂູ່​ຈະ ​ທຳ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຕ້ານ​ຊີເຣຍ.