ຄາດວ່າ ຈະບໍ່ມີການຕັ້ງຂໍ້ຫາ ຂອງລັດຖະບານກາງ ຕໍ່ ຕຳຫຼວດ ທີ່ເມືອງ Ferguson

ຕຳຫຼວດ Darren Wilson ທີ່ໄດ້ລາອອກ ຈາກກົມຕຳຫຼວດເມືອງ Ferguson ແລ້ວນັ້ນ.

ອົງການຂ່າວຕ່າງໆຂອງສະຫະລັດແຈ້ງວ່າ ພວກທະນາຍຄວາມ
ຂອງກະຊວງຍຸຕິທຳສະເໜີແນະວ່າ ຈະບໍ່ມີການຕັ້ງຂໍ້ຫາກ່ຽວກັບ ການລະເມີດສິດທິພົນລະເມືອງຕໍ່ຕຳຫລວດຜິວຂາວທີ່ໄດ້ຍິງສັງ
ຫານໄວລຸ້ນຜິວດຳ ທີ່ເມືອງ Ferguson ໃນລັດ Missouri ເມື່ອ
ປີກາຍນີ້.

ໜັງສືພິມ New York Times ລາຍງານວ່າ ພວກທະນາຍຄວາມ
ກຳລັງຮ່າງບົດບັນທຶກດ້ານກົດໝາຍ ໃຫ້ແກ່ລັດຖະມົນຕີກະຊວງ
ຍຸຕິທຳທ່ານ Eric Holder ໃນຄະດີຕໍ່ຕຳຫຼວດ Darren Wilson
ທີ່ໄດ້ຍິງສັງຫານທ້າວ Michael Brown ອາຍຸ 18 ປີ ເມື່ອເດືອນ
ກໍລະກົດປີກາຍນີ້ຫລັງຈາກໄດ້ມີການປະເຊີນໜ້າກັນຢູ່ທີ່ຫົນທາງ
ສາຍນຶ່ງ.

ເຈົ້າໜ້າທີ່ເວົ້າວ່າ ການສືບສວນກ່ຽວກັບການຍິງກັນດັ່ງກ່າວຂອງອົງການສັນຕິບານກາງ
FBI ສະຫະລັດພົບວ່າ ບໍ່ມີຫຼັກຖານວ່າຕຳຫຼວດ Wilson ເຈດຕະນາຕັ້ງໃຈ ທີ່ຈະລະເມີດ ສິດທິຂອງທ້າວ Brown ເວລາລາວຍິງເຂົ້າໃສ່ຜູ້ກ່ຽວ.

ຕຳຫຼວດ Wilson ໄດ້ຖືກພົບເຫັນວ່າບໍ່ມີຄວາມຜິດ ໃນການເສຍຊີວິດ ຂອງທ້າວ Brown ເມື່ອເດືອນພະຈິກປີກາຍ ໂດຍຄະນະຕຸລາການຂອງລັດ ຊຶ່ງເປັນການຕັດສິນທີ່ກໍ່ໃຫ້ເກີດ ມີການປະທ້ວງ ຢ່າງຟົດເດືອດຂຶ້ນ ຢູ່ໃນປະຊາຄົມນ້ອຍໆ ທີ່ມີຜູ້ຄົນເປັນຊາວຜິວດຳສ່ວນ ໃຫຍ່ໃກ້ໆນະຄອນ St. Louis ດັ່ງກ່າວ.

ການຕັດສິນທີ່ຄ້າຍຄືກັນໂດຍຄະນະຕຸລາການຢູ່ນະຄອນນິວຢອກທີ່ເຮັດໃຫ້ຕຳຫຼວດຜິວ ຂາວຄົນນຶ່ງພົ້ນຜິດໃນການບີບຄໍໃຫ້ຜູ້ຊາຍອີກຄົນນຶ່ງເສຍຊີວິດໃນໄລຍະຫຼາຍເດືອນຕໍ່ມາ ກໍໄດ້ພາໃຫ້ມີການປະທ້ວງຂະໜາດໃຫຍ່ ຢູ່ໃນທົ່ວສະຫະລັດ ຕໍ່ຕ້ານກົນລະຍຸດທີ່ຮຸນແຮງ ເກີນໄປ ຂອງຕຳຫຼວດ ຕໍ່ຊາວອາເມຣິກັນເຊື້ອສາຍອາຟຣິກາ. ກະຊວງຍຸຕິທຳໄດ້ທຳການ ສືບສວນຕໍ່ກົມຕຳຫລວດ 20 ແຫ່ງ ໃນທົ່ວປະເທດ ໃນລະຫວ່າງການດຳລົງຕຳແໜ່ງ ຂອງ ທ່ານນ Eric Holder ຮວມທັງການສືບສວນຕໍ່ກົມຕຳຫຼວດທີ່ເມືອງ Ferguson ນຳດ້ວຍ.