ທ. ກິມ ຈົງ ອຶນ ບອກ ທ. ສີ ຈິ່ນຜິງ ວ່າ ທ່ານ ໝາຍໝັ້ນ ຕໍ່ກອງປະຊຸມສຸດຍອດ ຄັ້ງທີສອງ ກັບ ສຫລ

ພວກຜູ້ຄົນ ກຳລັງເບິ່ງ ໂທລະພາບ ທີ່ສະແດງໃຫ້ເຫັນພາບ ຂອງຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານ ປະເທດຈີນ ທ່ານ ສີ ຈິ່ນຜິງ, ຂວາ, ຈັບມືກັນ ໃນລະຫວ່າງ ການລາຍງານຂ່າວ ຢູ່ທີ່ສະຖານີລົດໄຟ ນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ມັງກອນ 2019.

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ມີຄວາມເປັນຫ່ວງ ກ່ຽວກັບການເຈລະຈາ ວ່າດ້ວຍ
ການປົດອາວຸດນິວເຄລຍ ທີ່ບໍ່ໄປບໍ່ມາ ກັບ ສະຫະລັດ ແຕ່ໄດ້ກ່າວຕໍ່ ປະທານປະເທດ
ຈີນ ທ່ານ ສີ ຈິ່ນຜິງ ວ່າ ທ່ານໝັ້ນໝາຍທີ່ຈະປັບປຸງສາຍສຳພັນ ຂອງພຽງຢາງ ກັບ
ສະຫະລັດ ໃຫ້ດີຂຶ້ນ ອີງຕາມລາຍ​ງານ​ຂອງສື່ມວນຊົນ ທາງການຈີນ ໃນວັນພະຫັດມື້ນີ້.

ມີລາຍງານກ່ຽວ​ກັບການປຶກສາຫາລືກັນຫຼາຍເທື່ອ ລະຫວ່າງ ທ່ານ ກິມ ຜູ້ທີ່ໄດ້ໄປຢ້ຽມ
ຢາມ ປັກກິ່ງ ເປັນເວລາສອງວັນ ກັບ ທ່ານ ສີ ແລ້ວບໍ່ເທົ່າໃດຊົ່ວໂມງ ຫຼັງຈາກນັ້ນ ລົດ
ໄຟ ຂອງທ່ານ ກິມ ກໍໄດ້ອອກເດີນທາງ ໄປຍັງເຂດຊາຍແດນ ທາງພາກຕາເວັນອອກ
ສຽງເໜືອ ບ່ອນທີ່ມັນໄດ້ແລ່ນກັບຄືນເຂົ້າໄປໃນ ເກົາຫຼີ ເໜືອ ເມື່ອຕອນເຊົ້າ ວັນພະຫັດ
ມື້ນີ້.

ການຢ້ຽມຢາມໃນຄັ້ງນີ້ ຂອງທ່ານ ກິມ ແມ່ນເປັນເທື່ອທີສີ່ ນັບຕັ້ງແຕ່ປີກາຍນີ້ ​ເປັນ​ຕົ້ນມາ
ຕໍ່ປະເທດທີ່ເປັນພັນທະມິດຕົ້ນຕໍໃນດ້ານການທູດ ແລະເສດຖະກິດ ຊຶ່ງໄດ້ກໍ່ໃຫ້ເກີດມີ
ການຄາດເດົາຕ່າງໆວ່າ ທ່ານ ກິມ ໄດ້ປະສານງານກັບຈີນ ກ່ອນກອງປະຊຸມສຸດຍອດ
ທີ່ອາດເປັນໄປໄດ້ ກັບປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຜູ້ທີ່ໄດ້ບອກບັນດາ
ນັກຂ່າວ ໃນຕົ້ນເດືອນທັນວາປີກາຍນີ້ ວ່າ ກອງປະຊຸມສຸດຍອດຄັ້ງທີສອງ ກັບ ທ່ານ ກິມ
ນັ້ນ ແມ່ນເປັນໄປໄດ້ສູງ ​ຊຶ່ງຈະມີຂຶ້ນໃນເດືອນມັງກອນ ຫຼື ເດືອນກຸມພາ 2019 ນີ້.

ມີລາຍງານວ່າ ທ່ານ ສີ ໃຫ້ການຄ້ຳປະກັນຕໍ່ ທ່ານ ກິມ​ ວ່າ ຈີນ ຈະໃຫ້ການສະໜັບ
ສະໜຸນ ແລະໄດ້ກ່າວວ່າ ທ່ານຫວັງວ່າ ທັງສອງຝ່າຍ “ຈະພົບກັນເຄິ່ງ ທາງ.”

ສ່ວນປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ກໍຍັງມີຄວາມຫວັງຢູ່ ຫຼັງ ຈາກການຢ້ຽມຢາມຈີນ ຂອງທ່ານ ກິມ.

ທ່ານ ມູນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພະຫັດມື້ນີ້ ວ່າ “ຂ້າພະເຈົ້າຄຶດ ວ່າ ການ
ຢ້ຽມຢາມ ຈີນ ຂອງປະທານ ກິມ ຈົງ ອຶນ ຈະມີຜົນໃນທາງບວກ ຕໍ່ ຄວາມສຳເລັດ
ຂອງກອງປະຊຸມສຸດຍອດ ຄັ້ງທີສອງ ລະຫວ່າງ ສະຫະລັດ ກັບ ເກົາຫຼີເໜືອ.”

Your browser doesn’t support HTML5

In China, Kim Jong Un Tries to Expand His Leverage

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ