ການໂຈມຕີທາງອາກາດຂອງອິສຣາແອລ ໃນຊີເຣຍ ສັງຫານນາຍພົນລະດັບສູງຄົນນຶ່ງຂອງອີຣ່ານ

ຮູບຈາກເອກະສານແຈກຍາຍທີ່ບໍ່ລະບຸວັນທີນີ້ ສະແດງໃຫ້ເຫັນ ທ່ານ ຣາຊີ ມູຊາວີ Razi Moussavi (ຊ້າຍ) ນັງຂ້າງຜູ້ບັນຊາການກຳລັງກຸດສ໌ (Quds) ຂອງ IRGC, ທ່ານ ກັສຊິມ ໂຊເລມານີ (Qasem Soleimani), ຜູ້ທີ່ໄດ້ຖືກສັງຫານໂດຍການໂຈມຕີດ້ວຍໂດຣນຂອງສະຫະລັດ ໃນອີຣັກ ໃນປີ 2020. (ຮູບຈາກ AFP/ handout / Tasnim News).

ສື່​ມວນ​ຊົນ​ຂອງ​ລັດຖະບານ​ອີຣ່ານ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ ຂອງ​ອິສຣາ​ແອ​ລ ​ໃນ​ວັນ​ຈັນ​ວານນີ້ ທີ່​ຄຸ້ມ​ບ້ານ​ແຫ່ງ​ນຶ່ງ​ຢູ່ດາມັສກັສ (Damascus) ​ໄດ້​ສັງຫານ​ນາຍ​ພົນ​ລະດັບ​ສູງ​ຄົນ​ນຶ່ງ​ຂອງ​ອີຣ່ານ, ອີງຕາມອົງການຂ່າວ ເອພີ.

ການ​ສັງຫານ​ທ່ານ ຣາຊີ ມູຊາວີ (Razi Mousavi) ທີ່​ປຶກສາ​ເປັນ​ເວລາ​ດົນ​ນານ ຂອງ​ກອງ​ກຳລັງ​ພິທັກ​ປະ​ຕິ​ວັດ​ຂອງ​ອີຣ່ານ ​ໃນ​ຊີ​ເຣຍ ​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ການ​ປະ​ທະ​ກັນ​ຢູ່​ຕາມ​ຊາຍ​ແດນ​ເລ​ບາ​ນອນ-ອິສຣາ​ແອ​ລ ລະຫວ່າງ​ກຸ່ມເຮັສໂບລລາ (Hezbollah) ​ແລະ​ອິສຣາ​ແອ​ລ ຍັງສືບ​ຕໍ່ເຂັ້ມຂຸ້ນຂຶ້ນ ພ້ອມກັບ​ຄວາມ​ຢ້ານ​ກົວວ່າ ​ສົງຄາມລະ​ຫວ່າງ ​ອິສຣາ​ແອລ ແລະກຸ່ມຮາ​ມາສ ​ຈະ​ແຜ່ລາມ​ອອກ​ໄປ​ສູ່​ພາກ​ພື້ນ ​ກັບບັນດາກຸ່ມ​ທີ່​ໜູນຫຼັງໂດຍອີຣ່ານ​. ການໂຈມຕີຂອງອິສຣາແອລ ໄດ້ສັງຫານນາຍພົນອີກ 2 ຄົນ ຢູ່ໃນຊີເຣຍ ໃນຕົ້ນເດືອນນີ້.

ອິສຣາແອລ ໄດ້ໂຈມຕີ ຄຸ້ມຊາອິດາ ໄຊນັບ (Sayida Zeinab) ທີ່ຕັ້ງຢູ່ໃກ້ໆກັບ ສະ​ຖານ​ທີ່​ສັກ​ສິດຂອງຊາວມຸສລິມ​ນິ​ກາຍຊີໄອ (Shiite), ອົງການຂ່າວ IRNA ຂອງທາງການອີຣ່ານ ແລະອົງການສິ້ງຊອມສິດທິມະນຸດຊີເຣຍ ເຊິ່ງ​ເປັນ​ກຸ່ມ​ຕິດ​ຕາມ​ສົງ​ຄາມ​ຂອງ​ຝ່າຍ​ຄ້ານ ຕັ້ງຢູ່ໃນອັງກິດ ກ່າວວ່າ IRNA ໄດ້ອະທິບາຍເຖິງທ່ານ ມູຊາວີ (Mousavi) ວ່າເປັນເພື່ອນສະໜິດຂອງນາຍພົນ ກັສຊິມ ໂຊເລມານີ (Qassim Soleimani), ຜູ້​ບັນ​ຊາ​ການກຳລັງກຸດສ໌ (Quds) ຂອງອີຣ່ານ ທີ່ໄດ້ຖືກສັງຫານໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃນອີຣັກ ເມື່ອເດືອນມັງກອນ 2020.

ທັງ​ກອງທັບ​ອິສຣາ​ແອ​ລ ​ແລະ​ສື່​ມວນ​ຊົນ​ຂອງ​ລັດ​ຖະບານຊີ​ເຣຍ ບໍ່​ໄດ້​ອອກ​ຖະ​ແຫຼງການ​ ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວ ໃນ​ທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ