ການກໍ່ການຮ້າຍໃນທົ່ວໂລກ ແມ່ນຢູ່ໃນລະດັບທີ່ສູງທີ່ສຸດ ແບບທີ່ບໍ່ເຄີຍມີມາກ່ອນ
ແລະຄວາມຮຸນແຮງທີ່ພົວພັນກັບເລື່ອງດັ່ງກ່າວ ເຮັດໃຫ້ເສດຖະກິດໂລກເສຍຫາຍ
14 ພັນ 3 ຮ້ອຍຕື້ໂດລ່າ ໃນປີກາຍນີ້ ຊຶ່ງ 2 ພັນ 5 ຮ້ອຍຕື້ໂດລ່າ ແມ່ນຢູ່ໃນສະຫະ
ລັດ ພຽງປະເທດດຽວເທົ່ານັ້ນ.
ໂຕເລກໃໝ່ຫລ້າສຸດ ຈາກດັດຊະນີສັນຕິພາບໂລກ ທີ່ເອີ້ນວ່າ Global Peace
Index ທີ່ເປັນລາຍງານ ກ່ຽວກັບບັນຫາຂັດແຍ້ງແລະການຮັກສາຄວາມປອດໄພ
ສະແດງ ໃຫ້ເຫັນວ່າ ສັນຕິພາບຂອງໂລກ ໄດ້ຊຸດໂຊມລົງ ໃນຮອບທົດສະວັດທີ່
ຜ່ານມາ ຊຶ່ງສ່ວນໃຫຍ່ແລ້ວແມ່ນເປັນຍ້ອນການກໍ່ການຮ້າຍແລະບັນຫາຂັດແຍ້ງ
ຕ່າງໆ ໃນພາກຕາເວັນອອກກາງແລະອາຟຣິກາເໜືອ.
ການສຶກສາລະບຸວ່າ ການຊຸດໂຊມລົງນີ້ ໄດ້ລົບກວນສະພາບການທີ່ໄດ້ຮັບການ
ປັບປຸງໃຫ້ດີຂຶ້ນໃນໄລຍະຍາວ ທີ່ໂລກໄດ້ຮັບ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2
ສິ້ນສຸດລົງ.
ອີງຕາມລາຍງານແລ້ວ ຈຳນວນການກໍ່ການຮ້າຍໃນແຕ່ລະປີ ໄດ້ເພີ່ມຂຶ້ນ 3 ເທົ່າ
ນັບຕັ້ງແຕ່ ປີ 2011 ເປັນຕົ້ນມາ.
ການລົ້ມຕາຍຍ້ອນການກໍ່ການຮ້າຍ ໄດ້ເພີ່ມຂຶ້ນຫຼາຍກວ່າ 900 ເປີເຊັນ ນັບຕັ້ງແຕ່
ປີ 2007 ມາ ໃນ 35 ປະເທດ ທີ່ເປັນສະມາຊິກຂອງອົງການການຮ່ວມມືທາງເສດ
ຖະກິດ ແລະການພັດທະນາ. ຈາກຈຳນວນດັ່ງກ່າວມີ 23 ປະເທດໄດ້ປະເຊີນກັບ
ການເສຍຊີວິດທີ່ກ່ຽວຂ້ອງກັບການກໍ່ການຮ້າຍໃນຮອບປີທີ່ຜ່ານມາ.
ບັນດາປະເທດດັ່ງກ່າວ ແມ່ນຮວມທັງ Denmark, Sweden ຝຣັ່ງ ແລະເທີກີ.
ສ່ວນສະຫະລັດ ໄດ້ຫລຸດລົງມາ 11 ຕຳແໜ່ງ ໃນການຈັດອັນດັບຂອງການສຶກສາ
ທີ່ວ່ານີ້ໂດຍໄດ້ຕົກລົງມາ ຢູ່ໃນອັນດັບຕ່ຳສຸດ ຂອງບັນດາປະເທດທີ່ພັດທະນາແລ້ວ.
ນັກຊ່ຽວຊານກ່າວວ່າ ສະຫະລັດ ໄດ້ປະເຊີນກັບການເພີ່ມຂຶ້ນທີ່ສຳຄັນຂອງບັນຫາ
ຂັດແຍ້ງພາຍໃນຍ້ອນ ສະພາບການບໍ່ໄປບໍ່ມາທາງດ້ານການເມືອງ. ຍິ່ງໄປກວ່ານັ້ນ
ອັດຕາການຄາດຕະກຳ ໄດ້ເພີ່ມຂຶ້ນໃນບັນດາຫົວເມືອງໃຫຍ່ໆໃນສະຫະລັດ
ແລະມາດຕະການຕ່າງໆທີ່ເປັນຜົນກະທົບຈາກການກໍ່ການຮ້າຍ ແມ່ນມາຈາກ
ການໂຈມຕີຮ້າຍແຮງຫຼາຍໆຄັ້ງ ຮວມທັງການຍິງກັນທີ່ສະຖານບັນເທີງ ໃນນະຄອນ
Orlando ລັດ Florida ທີ່ຍັງຜົນໃຫ້ມີ 49 ຄົນ ເສຍຊີວິດ.