ສິດເສລີພາບ ໃນທົ່ວໂລກ ໄດ້ຫຼຸດລົງ ເປັນປິທີ 10 ຕິດຕໍ່ກັນ

Your browser doesn’t support HTML5

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ກົນລະຍຸດທີ່ມີຄວາມຮຸນແຮງ​ຍິ່ງຂຶ້ນ ໂດຍລັດຖະບານຜະເດັດ ການ, ການໂຈມຕີກໍ່ການຮ້າຍທີ່ເພີ່ມຂຶ້ນຢ່າງໄວວາ ແລະ ເສດຖະ ກິດໂລກທີ່ຕົກຕ່ຳ ໄດ້ປະກອບສ່ວນເຂົ້າໃນການຫຼຸດລົງ ຂອງສິດເສ ລີພາບຢູ່​ໃນທົ່ວໂລກຢ່າງຮ້າຍແຮງໃນປີ 2015 ທີ່ຜ່ານມາ, ອີງຕາມ ກຸ່ມປົກ​ປ້ອງສິດທິມະນຸດສາກົນທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ.

ໃນບົດລາຍງານປະຈຳປີທີ່ນຳ​ອອກ​ເຜີຍ​ແຜ່​ໃນວັນ​ພຸດ​ມື້ນີ້ ອົງການ Freedom House ພົບ​ເຫັນ​ວ່າ ສິດເສລີພາບໂດຍລວມ​ໄດ້​ຫລຸດ​ລົງເປັນປີທີ 10 ຕິດຕໍ່ກັນ.

ບົດລາຍງານຂອງອົງການ Freedom House ປີ 2015 ກ່າວວ່າ ມີ 72 ປະເທດໄດ້ສະແດງໃຫ້ເຫັນວ່າມີສິດເສລີພາບຫລຸດ​ລົງສຳລັບປີນັ້ນ, ເຊິ່ງເປັນຕົວເລກ ທີ່ໃຫຍ່ທີ່ສຸດ ນັບຕັ້ງແຕ່ການຕົກຕ່ຳທາງດ້ານເສດຖະ ກິດໄດ້ເລີ່ມຂຶ້ນ.

ຜູ້ຍົກຍ້າຍຖິ່ນຖານ ແລະ ອົບພະຍົບ ໃຊ້ຜ້າຫົ່ມນອນຂອງພວກເຂົາເຈົ້າຮັກສາຄວາມອຸ່ນ ໃນຂະນະທີ່ພວກເຂົາເຈົ້າຍ່າງຕາມພື້ນທີ່ປົກຄຸມດ້ວຍຫິມະ ຫຼັງຈາກໄດ້ຂ້າມຜ່ານເຂດ ຊາຍແດນຂອງປະເທດ ມາເຊໂດເນຍ ເຂົ້າສູ່ປະເທດ ເຊີເບຍ, ໃກ້ກັບໝູ່ບ້ານ ມິຣາໂຕວັກ, 18 ມັງກອນ 2016.

ກຸ່ມປົກ​ປ້ອງສິດທິມະນຸດນີ້ ຍັງກ່າວວ່າ ຈາກຈຳນວນ 195 ປະເທດທີ່ໄດ້ຖືກປະເມີນຜົນນັ້ນ, ມີ 50 ປະເທດແມ່ນໄດ້ຖືກຈັດວ່າ “ບໍ່ມີສິດ​ເສ ລີພາບ” ແລະ 59 ປະເທດຖືວ່າ “ມີສິດເສລີພາບ​ເປັນບາງສ່ວນ.” ບົດລາຍງານກ່າວວ່າ ຊີເຣຍ, ທິເບດ ເຊິ່ງເປັນເຂດປົກຄອງຕົນເອງຂອງ ຈີນ, ໂຊມາເລຍ, ເກົາຫຼີເໜືອ, Uzbekistan ແລະ Eritrea ແມ່ນ ຮວມຢູ່​ໃນ​ບັນດາປະເທດທີ່ມີ ການລ່ວງ​ລະ​ເມີດຮ້າຍແຮງສຸດ.

ປະເທດ Turkmenistan, ຊາຮາຣາ ຕາເວັນຕົກ, ສາທາລະນະລັດ ອາຟຣິກາກາງ, ຊູດານ, Equatorial Guinea ແລະ ຊາອູດີອາເຣເບຍ ກໍໄດ້ຢູ່ໃນລາຍຊື່ຂອງປະເທດທີ່ມີການລ່ວງ​ລະ​ເມີດຮ້າຍແຮງສຸດເຊັ່ນກັນ.

ພາກຕາເວັນອອກກາງ ແລະ ພາກເໜືອຂອງ ອາຟຣິກາ ແມ່ນໄດ້ຖືກ​ຈັດຢູ່ໃນບັນຊີລາຍຊື່ຂອງ ພາກພື້ນ ທີ່ມີ​ການ​ລ່ວງ​ລະ​ເມີດຮ້າຍທີ່ສຸດໃນໂລກ ສຳລັບປີ 2015, ຕິດຕາມມາດ້ວຍພາກພື້ນ ຢູໂຮບ-ເອເຊຍ.

ບົດລາຍງານໄດ້ລະບຸວ່າ ປະຊາຊົນໃນບັນດາ​ປະ​ເທດ​ເຫລົ່ານັ້ນໄດ້ທົນທຸກກັບການ​ກົດ​ຂີ່ຢ່າງ ໜັກໜ່ວງ, ໃນຂະນະທີ່ຜູ້ນຳຜະເດັດການໄດ້ທຳການປາບປາມນັກເຄື່ອນໄຫວສິດທິມະນຸດ ແລະພວກ​ຕິຕຽນຄົນອື່ນໆ.